ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-04 18:29:18    
ສະ​ພາບ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຂອງ​ກິດ​ຈະ​ການ​ສົ່ງ​ອາຍ​ແກັສ​ທຳ​ມະ​ຊາດ​ຂອງ​ພາກ​ຕາ​ເວັນ​ຕົກ​ໄປ​ໃຫ້​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ໄດ້​ຜ່ານ​ການ​ກວດ​ຮັບ​ຂອງ​ພາກ​ສ່ວນ​ລັດ​ຖະ​ບານ

cri
ຕາມ​ຂ່າວCRI,ກິດຈະການ​ສົ່ງ​ອາຍ​ແກັສທຳ​ມະ​ຊາດ​ຂອງ​ພາກ​ຕາ​ເວັນ​ຕົກ​ໄປ​ໃຫ້​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ເຊິ່ງ​ເປັນ​ໂຄງການ​ກໍ່​ສ້າງ​ພື້ນຖານ​ໂຄງ​ລ່າງ​ຂະໜາດ​ໃຫຍ່​ພິລຶກ​ທີ່​ຂ້າມ10​​ແຂວງແລະ​ເຂດ​ປົກຄອງ​ຕົນ​ເອງຂອງ​ຈີນ​ໄດ້ຜ່ານ​ການກວດ​ຮັບຂອງ​ພາກ​ສ່ວນ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​ໃນ​ວັນ​ທີ4​ພະຈິກ.ຜົນ​ການກວ​ດຮັບ​ສະ​ແດງ​ໃຫ້​ເຫັນ​ວ່າ,​ສະ​ພາບ​ປະ​ຕິ​ບັດ​ມາດ​ຕະ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຸກ​ລາຍ​ຂອງ​ກິດ​ຈະ​ການ​ດັ່ງກ່າວ​ແມ່ນຢູ່​ໃນ​ຂັ້ນ​ດີ,​ການ​ລະ​ບາຍ​ສິ່ງ​ເຊື່ອມ​ພິດ​ທຸກ​ລາຍ​ລ້ວນ​ແຕ່​ໄດ້​ບັນ​ລຸ​ມາດ​ຖານ​ລະ​ດັບ​ຊາດ​ຫຼື​ຂອງ​ທ້ອງ​ຖິ່ນ.

ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ແລະ​ພູມ​ສັນຖານ​ທີ່​ລຽບ​ຕາມ​ທໍ່​ສົ່ງ​ອາຍ​ແກັສ​ທຳ​ມະ​ຊາດ​ຂອງ​ພາກ​ຕາ​ເວັນ​ຕົກ​ໄປ​ໃຫ້​ພາກ​ຕາ​ເວັນ​ອອກສັບສົນ​ແລະ​ມີຫຼາຍ​ຢ່າງ​ຫຼາຍ​ແນວ,​ເຊິ່ງ​ຂ້າມ​ຜ່ານ​ຊີ​ວະ​ພາບ​ມະຫາ​ພາກ7ປະ​ເພດ​ເຊັ່ນໂກ​ບີ,ທະ​ເລ​ຊາຍ,ພູ​ພຽງ​ດິນ​ເຫຼືອງ​ເປັນຕົ້ນ,​ແລະ​ເຂດ​ສະ​ຫງວນ​ທຳ​ມະ​ຊາດ​ລະດັບ​ຊາດ4​ແຫ່ງ​ແລະ​ເຂດ​ຮ່ອງ​ຮອຍ​ວັດ​ຖຸ​ບູ​ຮານ​ຈຳນວນ​ຫຼວງ​ຫຼາຍ.​ນັບ​ແຕ່​ການ​ປະ​ເມີນ​ສິ່ງ​ແວດ​ລ້ອມ,ການ​ອອກ​ແບບ,ການ​ກໍ່​ສ້າງ​ຕະ​ຫຼອດ​ຮອດ​ສຳ​​ເລັດ​ການ​ກໍ່​ການ​ສ້າງ​ແລະ​ດຳ​ເນີນ​ການ​ຜະ​ລິດ,​ກິດ​ຈະ​ການ​ໄດ້​ດຳ​ເນີນ​ການ​ຕິດຕາມ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ,​ອະ​ນຸ​ລັກ​ລະ​ບົບ​ຊີ​ວະ​ພາບ​ທີ່​ອ່ອນ​ແອ​ຕ່າງໆ​ຕາມ​ທໍ່​ສົ່ງ​ອາຍ​ແກັສ​ທີ່​​ເນັ່ງ​ຜ່ານ,​ໄດ້​ຮັບ​ຜົນ​ອັນ​ດີງາມ​ໃນ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ.