ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-04 20:21:49    
ທ່ານ​ຫູ​ຈິນ​ທາວ​ກ່າວ​ວ່າ​ຫວັງ​ໃຫ້​ຈີນ​ຣັດ​ເຊຍ​ຍົກ​ລະ​ດັບ​ກວມ​ລວມ​ຂອງ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ

cri
ຕາມ​ຂ່າວCRI,ວັນ​ທີ4​ພະຈິກ,ຢູ່​ທີ່​ປັກ​ກິ່ງ,ທ່ານຫູຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ຟຼາດ​ຄົຟ ນາຍົກລັດຖະມົນຕີຣັດ​ເຊຍ​ທີ່​ມາ​ຢ້ຽມຢາມ,ທ່ານ​ກ່າວ​ວ່າ,ຫວັງ​ໃຫ້ຈີນຣັດ​ເຊຍ​ຍົກ​ລະ​ດັບ​ກວມ​ລວມ​ຂອງ​ການ​ຮ່ວມ​ມືທີ່​ຕິດ​ແທດ​ຕົວ​ຈິງລະຫວ່າງ​ສອງ​ປະ​ເທດ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ຊຸກ​ຍູ້​ໃຫ້​ການ​ປະສານ​ງານ​ຍຸດ​ທະສາດຈີນຣັດ​ເຊຍ​​​ໄດ້​ຮັບໝາກຜົນ​ ​ອຸດົມສົມບູນ​ກວ່າ​ເກົ່າ​ໃນ​ປີ​ໜ້າ.

ທ່ານ​ຟຼາດຄົຟກ່າວ​ວ່າ,ສອງ​ຝ່າຍ​ຣັດ​ເຊຍ​ຈີນ​ມີຄວາ​ມ​ເຫັນ​ເປັນ​ເອກະ​ສັນ​ກັນ​ຕໍ່​ເປົ້າ​ໝາຍ​ແລະ​ມາດ​ຕະ​ການ​ຂອງ​ການ​ຮ່ວມ​ມື​ໃນ​ຂັ້ນ​ຕໍ່​ໄປ,ການເພີ່ມ​ທະວີ​ການ​ຮ່ວມ​ມື​ໄດ້​ມີ​ສະພາບ​ແວດ​ລ້ອມ,ບັນ​ຍາ​ກາດ​ແລະ​ເງື່ອນ​ໄຂ​ອັນ​ດີງາມ.ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ເລີ່ມ​ຈາກ​ພາກ​ສ່ວນ​ໃຫຍ່​ແຫ່ງ​ການ​ລົງ​ເລິກ​ການພົວພັນ​ຄູ່​ຂາ​ປະສານ​ງານ​ຍຸດ​ທະສາດ,​ປະ​ຕິ​ບັດ​​ແຕ່​ລະ​ໂຄງ​ການ​ຮ່ວມ​ມື​ໃຫ້​ດີ,ກ້າວ​ໄປ​ສູ່​ເປົ້າ​ໝາ​ຍ​ໃໝ່​ທີ່​​ໃຫຍ່​ກວ່າ​ເກົ່າ​ຢ່າງ​ໜັກ​ແໜ້ນ.