ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-05 17:45:57    
ຈີນ​ກຳນົດ​ເປົ້າໝາຍ​ຍຸດ​ທະ​ສາດ​ພັດທະນາ​ຫັນ​ເປັນຂໍ້ມູນ​ຂ່າວສານ​ໃນ 15 ປີ​ຂ້າງ​ໜ້າ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 4 ພະຈິກ ຢູ່​ທຽນ​ສິນ ທ່ານ​ນາງ​ສີ​ເວີຍ​ຈື່ ຮອງ​ຫົວໜ້າ​ຫ້ອງການ​ວຽກ​ງານຫັນ​ເປັນຂໍ້ມູນ​ຂ່າວສານຂອງລັດຖະບານ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ,ຫວ່າງ​ມໍ່ໆ​ນີ້ ໜ່ວຍ​ນຳພາການ​ຫັນ​ເປັນຂໍ້ມູນ​ຂ່າວສານແຫ່ງ​ລັດ​ຈີນ​ໄດ້ຜ່ານ​ຮັບຮອງ​ຍຸດ​ທະ​ສາດ​ພັດທະນາ​ຫັນ​ເປັນ​ຂ່າວ​ຄາວ​ຂອງ​ຈີນ​ໃນ 15 ປີ​ຂ້າງ​ໜ້າ.

ທ່ານນາງ​ສີ​ເວີຍ​ຈື່​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ເຂົ້າຮ່ວມ"​ເວທີ​ປາ​ໄສ​ການພັດທະນາຫັນ​ເປັນ​ຂໍ້ມູນ​ຂ່າວສານແຫ່ງ​ລັດ​ຈີນປີ 2005 "ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ທຽນ​ສິນ​. ທ່ານ​ນາງ​ເວົ້າວ່າ,​ໃນ 15 ປີ​ຂ້າງ​ໜ້າ, ເປົ້າໝາຍ​ຍຸດ​ທະ​ສາດ​ການພັດທະນາ​ຫັນ​ເປັນຂໍ້ມູນ​ຂ່າວສານຂອງ​ຈີນແມ່ນ: ​ເຜີຍ​ແຜ່​ພື້ນຖານ​ໂຄງ​ລ່າງ​ຂໍ້ມູນ​ຂ່າວສານ​ສັງ​ລວມ​ໃຫ້​ທົ່ວ​ເຖິງໃນ​ຂັ້ນພື້ນຖານ; ຄວາມ​ສາມາດປະດິດ​ສ້າງ​ເຕັກນິກ​ຂໍ້ມູນ​ຂ່າວສານໄດ້​​ເພີ່ມ​ທະວີ​ຂຶ້ນຢ່າງ​ເດັ່ນ​ຊັດ; ເສດຖະກິດ​ແຫ່ງ​ຊາດ​ແລະ​ສັງຄົມຫັນເປັນຂໍ້ມູນ​ຂ່າວສານ​ໄດ້​ຮັບ​ຜົນ​ຢ່າງ​​ເດັ່ນຊັດ; ລະບົບຮັບ​ປະກັນ​ຄວາມ​ປອດ​ໄພທາງ​ຂໍ້ມູນ​ຂ່າວສານໄດ້​ຮັບ​ການ​ບູລະນະ​ໃຫ້​ດີ​ຂຶ້ນ​ໂດຍ​ພື້ນຖານ​ເປັນຕົ້ນ.