ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-05 21:36:28    
ບົດ​ນຳ​ຂອງ​ຫນັງສືພິມ​ມາ​ກາວລາຍ​ວັນ​ຊີ້​ອອກ​ວ່າ,ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ລະຫວ່າງ​ປະຊາຊົນ​ສອງ​ຝັ່ງ​ມີ​ຜົນ​ຕໍ່​ການ​ປົວ​ແປງ​ການ​ພົວພັນ​ລະຫວ່າງສອງ​ຝັ່ງໃຫ້​ດີ​ຂຶ້ນ

cri

ຕາມ​ຂ່າວCRI:ວັນ​ທີ5 ພະຈິກ,ຫນັງສືພິມ​ມາ​ກາວ ລາຍ​ວັນ​​ໄດ້​ພິມ​ບົດ​ນຳ​ຊີ້​ອອກ​ວ່າ,ຫວ່າງ​ມໍ່ໆ​ນີ້,ນະ​ໂຍບາຍ​ແລະມາດ​ຕະການຕ່າງໆຂອງ​ແຜ່ນດິນ​ໃຫຍ່​ປະ​ເທດ​ຊາດທີ່​ລະດົມ​ໃຈ​ປະຊາຊົນ​​ໄຕ້​ຫວັນ,​ໄດ້​ເປີດ​ກວ້າງ​ການ​ແລກປ່ຽນລະຫວ່າງ​ປະຊາຊົນ​ສອງ​ຝັ່ງ,ບໍ່ພ​ຽງແຕ່​ມີ​ຜົນ​ດີຕໍ່​ປະຊາຊົນ​ໄຕ້​ຫວັນທໍ່​ນັ້ນ​ແລະກໍ​ມີ​ຜົນດີຕໍ່​ການ​ປົວ​ແປງ​ການ​ພົວພັນ​ສອງ​ຝັ່ງໃຫ້​ດີ​ຂຶ້ນນຳ​ອີກ.

ບົດ​ນຳ​ຊີ້​ອອກ​ວ່າ,ຫລາຍ​​ເດືອນ​ມາ​ນີ້,​​ແຜ່ນດິນ​ໃຫຍ່​​ໄດ້ໃຊ້​ມາດ​ຕະການຕ່າງໆ,​ຄື​​ໄຂ​ໃຫ້ຜະ​ລິດ​ຕະພັນ​ກະສິກຳ​ໄຕ້​ຫວັນ​​ເຂົ້າ​ແຜ່ນດິນ​ໃຫຍ່​​ໂດຍ​ຍົກ​ເວັ້ນພາສີ​,​ເຮັດ​ໃຫ້​ທຳນຽມ​​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​​ເຂົ້າ​ອອກແຜ່ນດິນ​​​ໃຫຍ່​ງ່າຍກວ່າ​ເກົ່າ,​​ໄຂ​​ໃຫ້​ປະຊາຊົນ​​ແຜ່ນດິນ​ໃຫຍ່​ໄປ​ທ່ອງ​ທ່ຽວໄຕ້​ຫວັນ​ເປັນ​ຕົ້ນ,ຊຸກຍູ້​ການ​​ໄປມາຫາ​ສູ່​ລະຫວ່າງ​ປະຊາຊົນ​ສອງຝັ່ງ.
ບົດນຳ​ຍັງ​ຊີ້​ອອກ​ວ່າ,​ການ​ໂຮມ​ເຂົ້າ​ເປັນເອກະ​ພາບ​ກັນໂດຍ​ສັນຕິ​ແມ່ນ​ຄວາມ​ປາຖະຫນາ​ຂອງປະຊາ​ຊົນ,​ໃຜ​ກໍ​ບໍ່​ສາມາດ​ຂັດຂວາງ​ໄດ້.