ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-07 17:22:22    
ສິງກະ​ໂປ​ປະດິດ​ສ້າງ​ຖົງ​ມື​ທີ່​ສາ​ມາດ "ປາກ​ເວົ້າ" ແທນ​ຜູ່​ຫູ​ໜວກ​ປາກ​ກືກ

cri Author: LM

ຕາມ​ຂ່າວສານ​ຊິນ​ຮວາ: ໜັງສືພິມຫຼຽນ​ເຫີ​ຈາວ​ປ້າວ​ສິງກະ​ໂປສະບັບວັນ​ທີ 6 ພະຈິກ​ລາຍ​ງານ​ວ່າ, ນັກ​ສຶກສາ​ສອງ​ຄົນ​ຂອງ​ມະຫາ​ວິທະຍາຄານ​ວິຊາ​ການ​ຊ່າງ​ຫຍີ້ອານ​ສິງກະ​ໂປຫຼື AGEE ANN POLYPECHNIC ​ໄດ້​ປະດິດ​ສ້າງ​ລະບົບ​ຖົງມືສະໝອງ​ກົນ​ຊຸດ​ໜຶ່ງ, ຜູ່​ຫູ​ໜວກ​​ປາກ​ກືກ​ສາມາດ​ແລກປ່ຽນ​ກັບ​ຜູ່​ປົກກະຕິ​ທີ່​ບໍ່​ຮູ້​ພາສາມື​ໂດຍ​ຜ່ານ​ຖົງມື​ສະ​ໝອງ​ກົນຊຸດ​ໜຶ່ງ​ກັບ​ຄອມ​ພິວ​ເຕີມື​ຖື.

​ໃນ​ເວລາ​ໃຊ້​ລະບົບຖົງມືນີ້, ຄອມ​ພິວ​ເຕີ​ມື​ຖືດ້ານ​ໜຶ່ງ​ສາມາດ​ຫັນປ່ຽນ​ພາສາ​ມື​ຂອງ​ຜູ່​ຫູ​ໜວກ​ປາກ​ກືກ​ທີ່​ໃສ່​ຖົງມື​ສະ​ໝອງ​ກົນ​ເປັນສຽງ​ເວົ້າ​ເພື່ອ​ໃຫ້​ຜູ່​ປົກກະຕິຮູ້ຈັກ, ອີກ​ດ້ານ​ໜຶ່ງ​ກໍ່​ສາມາດ​ຫັນປ່ຽນ​ພາສາ​ປາກ​ເວົ້າຂອງ​ຜູ່​ປົກກະຕິເປັນ​ຕົວ​ໜັງສື​ເພື່ອ​ໃຫ້​ຜູ່​ຫູໜວກ​ປາກ​ກືກ​ອ່ານ.

ນອກ​ນີ້, ​ພະນັກງານ​ຄົ້ນຄວ້າ​ຂອງຂະ​ແໜງ​ວິສະວະກຳກົນ​ຈັກມະຫາວິທະຍາ​ໄລ​ແຫ່ງ​ຊາດ​ສິງ​ກະ​ໂປ​ໄດ້​ປະດິດ​ສ້າງ​ເຕັກນິກ​ທີ່​ສາມາດ​ໃຫ້​ຄົນ​ພິການ​ຄວບ​ຄຸມ​ເຄື່ອງ​ໄຟຟ້າ​ທາງ​ໄກ. ຄົນ​ພິ​ການ​ພຽງ​ແຕ່​​ແກ​ວ່ງ​ຫົວ​ໜ້ອຍ​ໜຶ່ງ​ກໍ່ສາມາດ​ເປີດ​ປິດ​ເຄື່ອງ​ໄຟຟ້າ​ ປັບ​ຊ່ອງ​ໂທ​ລະ​ພາບ ປັບ​ສຽງ, ຈົນກະທັ້ງອ່ານອິນ​ເທີ​ເນັດ​ໄດ້.