|
![](/images/spacer.gif) |
(GMT+08:00)
2005-11-08 11:06:01
|
![](/images/shim.gif) |
ເຈົ້າຊີວິດກຳປູເຈຍຊົງຕ້ອນຮັບການເຂົ້າເຝົ້າຂອງຄະນະຜູ້ແທນກະຊວງການຕ່າງປະເທດຈີນ
cri
ຕາມຂ່າວສານຊິນຮວາ, ວັນທີ6ພະຈິກ, ຢູ່ພະລາຊະວັງທີ່ພະນົມເປັນ, ສົມເດັດນະໂຣດົມ ສີຫະໂມນີເຈົ້າຊີວິດກຳປູເຈຍໄດ້ຕ້ອນຮັບການເຂົ້າເຝົ້າຂອງຄະນະຜູ້ແທນກະຊວງການຕ່າງປະເທດຈີນເຊິ່ງແມ່ນທ່ານລີຈິ່ນຈ່າງ ຜູ້ຊ່ອຍລັດຖະມົນຕີກະຊວງການຕ່າງປະເທດຈີນເປັນຫົວໜ້າຄະນະ.
ສົມເດັດນະໂຣດົມ ສີຫະໂມນີຊົງກ່າວວ່າ, ໃນຖານເປັນຜູ້ສືບທອດມິດຕະພາບກຳປູເຈຍຈີນ, ສົມເດັດຈະຕັ້ງໜ້າຊຸກຍູ້ການພົວພັນຮ່ວມມືດ້ວຍໄມຕີຈິດລະຫວ່າງກຳປູເຈຍກັບຈີນໃຫ້ຂະຫຍາຍໄປໜ້າຢ່າງບໍ່ຢຸດຢັ້ງ.
ທ່ານລີຈິ່ນຈ່າງກ່າວວ່າ, ທ່ານຂໍຂອບພະເດດພະຄຸນພະບໍລົມມະວົງສານຸວົງກຳປູເຈຍທີ່ຍຶດໝັ້ນຫຼັກໝັ້ນປະເທດຈີນດຽວ, ສະໜັບສະໜູນໂຮມຈີນເປັນເອກະພາບກັນໂດຍສັນຕິ. ລັດຖະບານຈີນເອົາໃຈໃສ່ການຂະຫຍາຍການພົວພັນດ້ວຍໄມຕີຈິດຢ່າງຮອບດ້ານກັບກຳປູເຈຍ.
ກ່ອນໜ້ານີ້, ທ່ານຮຸນແຊນ ນາຍົກລັດຖະມົນຕີລັດຖະບານລາຊະອານາຈັກກຳປູເຈຍໄດ້ພົບປະຄະນະຜູ້ແທນກະຊວງການຕ່າງປະເທດຈີນ. ທ່ານກ່າວລື້ມວ່າ, ກຳປູເຈຍຈະຍຶດໝັ້ນນະໂຍບາຍປະເທດຈີນດຽວຢ່າງໝັ້ນໜຽວບໍ່ປ່ຽນແປງ.
|
|
|