ຜູ້ປະກອບອາວຸດຢູ່ພາກໃຕ້ໄທຫຼອນໂຈມຕີເປົ້າໝາຍຂອງອົງການປົກຄອງ,ເຮັດໃຫ້3ຄົນຕາຍ 2ຄົນບາດເຈັບ
cri
Author: zhangshuo
ຕາມຂ່າວຂອງເວັບໄຊໜັງສືພິມCHINA DAILY:ວັນທີ8ພະຈິກ,ເຈົ້າໜ້າທີ່ຂອງໄທກ່າວວ່າ, ຢູ່ຈັງຫວັດຍະລາທີ່ພາກໃຕ້ຂອງໄທ,ຜູ້ປະກອບອາວຸດອິສລາມບຸກໂຈມຕີເປົ້າໝາຍອົງການປົກຄອງ20ກວ່າແຫ່ງ,ຢ່າງໜ້ອຍເຮັດໃຫ້3ຄົນເສຍຊີວິດ,2ຄົນບາດເຈັບ,ນອກນີ້ຜູ້ຕ້ອງຫາທີ່ປະກອບອາວຸດຫຼາຍຄົນຖືກຈັບ.
ເຈົ້າໜ້າທີ່ຕຳຫຼວດຈັງຫວັດດັ່ງກ່າວກ່າວວ່າ,ຕອນຄ່ຳວັນທີ7ພະຈິກ,ຜູ້ປະກອບອາວຸດຫຼາຍຄົນໄດ້ຫຼອນໂຈມຕີເປົ້າໝາຍຕ່າງໆ ເຊັ່ນ ກົມຕຳຫຼວດ ສະຖານີກວດກາເສັ້ນທາງແລະໂຮງຮຽນເປັນຕົ້ນ,ມີຕຳຫຼວດຄົນໜຶ່ງແລະຜູ້ປະກອບອາວຸດສອງຄົນເສຍຊີວິດ.
ເຈົ້າໜ້າທີ່ຕຳຫຼວດຜູ້ນີ້ໄດ້ປະຕິເສດຄຳທວາຍທີ່ວ່າການຫຼອນໂຈມຕີເທື່ອນີ້ແມ່ນແນໃສ່ທ່ານທັກສິນ ຊິນນະວັດ ນາຍົກລັດຖະມົນຕີໄທ.ກ່ອນນີ້,ທ່ານທັກສິນ ຊິນນະວັດໄດ້ເຂົ້າ ຮ່ວມພິທີບໍລິຈາກເງິນໃຫ້ວັດສາດສະໜາພຸດ150ກວ່າແຫ່ງຢູ່ແຂວງພາກໃຕ້ທີ່ມີຊາວມຸສ ລິມກວມປະຊາກອນສ່ວນໃຫຍ່.
|
|