ຕາມຂ່າວສານຊິນຮວາ: ວັນທີ 7 ພະຈິກ ຢູ່ທີ່ປັກກິ່ງ, ທ່ານໂຈ່ວຈີ້ ລັດຖະມົນຕີກະຊວງສຶກສາທິການຈີນເຜີຍໃຫ້ຮູ້ວ່າ, ປີໜ້າ ໂຮງຮຽນອາຊີວະສຶກສາຊັ້ນກາງຂອງຈີນຈະສອບເອົານັກຮຽນຫຼາຍກວ່າປີນີ້ 1 ລ້ານຄົນ.
ທ່ານໂຈ່ວຈີ້ແມ່ນກ່າວຄວາມດັ່ງກ່າວໃນເວລາເຂົ້າຮ່ວມກອງປະຊຸມວຽກງານອາຊີວະສຶກສາທົ່ວປະເທດທີ່ຈັດຂຶ້ນຢູ່ທີ່ປັກກິ່ງໃນມື້ດຽວກັນ. ທ່ານແນະນຳວ່າ, ການອອກແຮງພັດທະນາອາຊີວະສຶກສາ, ໂດຍສະເພາະແມ່ນພັດທະນາອາຊີວະສຶກສາຊັ້ນກາງ ຈະແມ່ນຈຸດໜັກຍຸດທະສາດຂອງວຽກງານການສຶກສາຂອງຈີນໃນໄລຍະຂ້າງໜ້າ. ທ່ານຍັງກ່າວວ່າ, ຈີນຈະພະຍາຍາມຫຼາຍປີ, ຈະຮັບເອົານັກຮຽນຂອງໂຮງຮຽນອາຊີວະສຶກສາຊັ້ນກາງບັນລຸ 8 ລ້ານຄົນຂຶ້ນໄປຕໍ່ປີ. ຕາມຕົວເລກສະຖິຕິ, ປີກາຍນີ້ ອາຊີວະສຶກສາຊັ້ນກາງຂອງຈີນໄດ້ຮັບເອົານັກຮຽນ 5 ລ້ານ 5 ແສນຄົນ.
ຕາມແນະນຳວ່າ, ປີໜ້າ ຈີນຍັງຈະສ້າງລະບອບອຸປະຖຳນັກຮຽນຜູ່ທຸກຍາກໃນໂຮງຮຽນອາຊີວະສຶກສາຊັ້ນກາງ.
|