ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-08 21:12:17    
ນາຍົກຣັດ​ເຊຍ​ເຊື່ອ​ວ່າ ​ແຜນ​ການ​ສ້າງ​ທໍ່​ສົ່ງ​ນ້ຳ​ມັນ​ມາ​ຈີນ​ຈະ​ໄດ້​ຮັບ​ໝາກ​ຜົນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 7 ພະຈິກ ທ່ານ​ຟຼາດຄົຟ ນາຍົກລັດຖະມົນຕີຣັດ​ເຊຍ​ກ່າວ​ວ່າ, ​ເຊື່ອ​ວ່າ​ແຜນການ​ສ້າງທໍ່ສົ່ງ​ນ້ຳມັນ​ເຊື້ອ​ໄຟມາ​ຈີນ​ຂອງຣັດ​ເຊຍ​ຈະ​ໄດ້​ຮັບ​ໝາກ​ຜົນ.

ຕາມ​ຂ່າວສານອີ​ຕາ​ຕາດສ໌ຣັດ​ເຊຍ​ລາຍ​ງານ​ວ່າ, ​ໃນ​ມື້​ດຽວ​ກັນ ຢູ່​ທີ່​ມົດສ໌ກູ, ​ໃນ​ເວລາ​ທ່ານ​ຟຼາດ​ຄົຟລາຍ​ງານ​ຜົນ​ການ​ຢ້ຽມຢາມ​ຈີນ​ຕໍ່​ທ່ານ​ປະທານາທິບໍດີ​ປູ​ຕິນນັ້ນ, ທ່ານ​ກ່າວ​ວ່າ, ສອງ​ຝ່າຍ​ຣັດ​ເຊຍ​ຈີນກ່າວ​ລື້​ມວ່າ, ​ໃນ​ເວລາຣັດ​ເຊຍ​ສ້າງ​ທໍ່​ສົ່ງ​ນ້ຳມັນ​​ເຊື້ອ​ໄຟຕອນ​ຈາກ​ຊີ​ເບ​ເຣຍ​ໄປ​ຮອດ​ນາ​ໂຮ​ດຄາ, ຈະສ້າງທໍ່​ສາຂາ​ເນັ່ງ​ໄປ​ສູ່​ຈີນ. ປັດຈຸບັນ ບໍລິສັດ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ​ພວມ​ດຳ​ເນີນ​ການຄົ້ນຄວ້າ​ສຸດ​ທ້າຍ​ກ່ຽວ​ກັບ​ບັນຫາ​ຕ່າງໆ ​ເຊັ່ນ ຄວາມ​ອາດ​ເປັນ​ໄປ​ໄດ້​ທາງ​ເສດ​ຖະກິດ ​ແຫຼ່ງລົງທຶນ​ແລະ​ຜົນ​ສະທ້ອນ​ທາ​ງຊີວະ​ພາບ​ເປັນຕົ້ນ.

ນອກ​ນີ້, ​ໃນ​ມື້​ດຽວ​ກັນ ​ໃນ​ເວລາ​ທ່ານ​ຊູ​ຄົຟ ຮອງ​ນາຍົກລັດຖະມົນຕີຣັດ​ເຊຍ​ລາຍ​ງານ​ຕໍ່​ທ່ານ​ປູ​ຕິນນັ້ນ, ທ່ານ​ກ່າວ​ວ່າ, ປີ 2006, ​ນ້ຳມັນ​ເຊື້​ອ​ໄຟທີ່ຣັດ​ເຊຍ​ສົ່ງ​ອອກ​ໃຫ້​ຈີນ​ຈະ​ບັນລຸ 15 ລ້ານ​ໂຕນ.