ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-08 21:16:51    
ຈີນ​ອາ​ເມ​ລິ​ກາ​ລົງ​ນາມ​ໃນ "ບົດ​ບັນ​ທຶກ​ຊ່ອຍ​ຈຳ​ຄວາມ​ເຂົ້າ​ໃຈ​ກັນ​ກ່ຽວ​ກັບ​ການ​ຄ້າ​ສິ່ງ​ປັ່ນ​ທໍ​ແລະ​ເສື້ອ​ຜ້າ​ອາ​ພອນ"

cri Author: lm

ຕາມ​ຂ່າວCRI: ວັນ​ທີ 8 ພະຈິກ​ນີ້ ຢູ່​ທີ່​ລອນ​ດອນ, ທ່ານ​ປໍ​ຊີ​ລາຍ ລັດຖະມົນຕີ​ກະ​ຊວງ​ການ​ຄ້າ​ຈີນ​ກັບ​ທ່ານ​ໂປດ​ມານ ຜູ່​ແທນ​ການ​ຄ້າ​ອາ​ເມ​ລິ​ກາ​ໄດ້​ລົງ​ນາມ​ໃນ "ບົດ​ບັນ​ທຶກ​ຊ່ອຍ​ຈຳ​ຄວາມ​ເຂົ້າ​ໃຈ​ກັນລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ການ​ຄ້າ​ສິ່ງ​ປັ່ນ​ທໍ​ແລະ​ເສື້ອ​ຜ້າ​ອາ​ພອນ".

​ຕາມ​ບົດ​ບັນທຶກ​ທີ່​ເຊັນ​ກັນ​ໃນ​ມື້​ດຽວ​ກັນ, ສອງ​ຝ່າຍ​ຈີນ​ອາ​ເມ​ລິ​ກາ​ເຫັນ​ດີ​ໃນ​ໄລ​ຍະ​ອາຍຸສັນຍາຄື​ແຕ່​ວັນ​ທີ 1 ມັງກອນ​ປີ 2006 ຮອດ​ວັນ​ທີ 31 ທັນວາ​ປີ 2008, ຈະ​ຄຸ້ມ​ຄອງ​ຈຳ​ນວນ​ຂອງ​ຜະ​ລິດ​ຕະພັນ 21 ປະ​ເພດ​ຄື​​ໂສ້ງ​ທີ່​ເຮັດ​ດ້ວຍ​ຝ້າຍ​ເປັນຕົ້ນທີ່​ຈີນ​ສົ່ງ​ອອກ​ອາ​ເມ​ລິ​ກາ.

​ໃນ​ມື້​ດຽວ​ກັນ ​ໂຄສົກ​ຖະ​ແຫຼງຂ່າວ​ຂອງ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ການ​ແກ້​ໄຂ​ບັນ​ຫາ​ສິ່ງ​ປັ່ນ​ທໍ​ໃຫ້​ຕົກ​ນັ້ນ, ຈະ​ສ້າງ​ສະພາບ​ແວດ​ລ້ອມ​ການ​ຄ້າ​ອັນ​ໝັ້ນທ່ຽງ​ແລະ​ມອງ​ເຫັນ​ໄດ້​ໃຫ້​ແກ່​ວິ​ສາ​ຫະກິດ​ຂອງສອງຝ່າຍ, ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍໃຫ້​ພັດທະນາ​ຢ່າງ​ໝັ້ນທ່ຽງ.