ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-09 17:22:47    
ສະພາ​ການ​ຄ້າ​ແຜ່ນ​ແພ​ຈີນຂາ​ເຂົ້າ​ຂາ​ອອກ​ຊົມ​ເຊີຍ​ຈີນ​ອາ​ເມ​ລິ​ກາ​ໄດ້​ກ້າວ​ເຖິງ​ຂັ້ນ​ຕົກ​ລົງ​ກັນ​ກ່ຽວ​ກັບ​ການ​ຄ້າ​​ແຜ່ນ​ແພ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ພາຍຫຼັງຈີນ​ກັບ​ອາ​ເມ​ລິ​ກາ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ແລະ​ລົມ​ນາມ​ໃນ​ບົດ​ບັນທຶກ​ຊ່ອຍ​ຈຳ​ຄວາມ​ເຂົ້າ​ໃຈ​ກັນ​ໃນວັນ​ທີ 8 ພະຈິກ​ແລ້ວ, ສະ​ພາ​ການ​ຄ້າ​ແຜ່ນ​ແພ​ຈີນ​ຂາ​ເຂົ້າຂາ​ອອກ​ກ່າວ​ວ່າ, ການ​​ເຊັນ​ບົດ​ບັນທຶກ​ຊ່ອຍ​ຈຳ​ຈະ​ມີ​ຜົນ​ດີ​ຕໍ່​ການ​ເຮັດ​ໃຫ້ສະພາບ​ແວດ​ລ້ອມ​ການ​ຄ້າ​ແຜ່ນ​ແພຈີນ​ອາ​ເມ​ລິ​ກາຈະແຈ້ງຂຶ້ນ​ແລະ​ໝັ້ນ​ທ່ຽງ​, ນີ້​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ສອງ​ຝ່າຍ​ຈີນ​ອາ​ເມ​ລິ​ກາ.

ສະພາ​ການ​ຄ້າ​ແຜ່ນ​ແພຈີນຂາ​ເຂົ້າຂາ​ອອກ​ກ່າວ​ວ່າ, ສັນຍາ​ກ່ຽວ​ກັບ​ການ​ຄ້າ​​ແຜ່ນ​ແພ​ທີ່​ຈີນ​ອາ​ເມ​ລິ​ກາ​ຕົກລົງ​ກັນຈະ​ເພີ່ມ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ຕັດສິນ​ໃຈ​ຂອງ​ວິ​ສາ​ຫະ​ກິດ​ຈີນ​ແລະ​ນັກທຸລະກິດ​ນຳ​ເຂົ້າຂອງ​ອາ​ເມ​ລິ​ກາ, ຊຸກ​ຍູ້​ການ​ຄ້າ​​ແຜ່ນ​ແພລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​ໃຫ້​ພັດທະນາ​ຢ່າງ​ປອດ​ໃສ​ແລະ​ສືບເນື່ອງ. ພ້ອມ​ກັນນັ້ນ ສະພາການ​ຄ້າ​ແຜ່ນ​ແພ​ຈີນຂາ​ເຂົ້າ​ຂາ​ອອກ​ກໍ່​ສະ​ເໜີວ່າ, ວິ​ສາ​ຫະກິດ​ຈີນ​ຕ້ອງ​ຖື​ໂອກາດ​ນີ້ ພະຍາຍາມ​ປັບປຸງ​ອົງ​ປະ​ກອບ​ອຸດ​ສາ​ຫະ​ກຳ, ຂະ​ແໜງ​ການ​ຕ້ອງ​ເພີ່ມ​ທະວີ​ການ​ຜູກ​ມັດ​ຕົນ​ເອງ​, ບັນລຸ​ການ​ສົ່ງ​ອອກ​ແຜ່ນ​ແພ​ແລະ​ເຄື່ອງ​ນຸ່ງ​ໃຫ້​ອາ​ເມ​ລິ​ກາ​ເພີ່ມ​ຂຶ້ນຢ່າງ​ມີ​ລະບຽບ.