ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-09 17:53:49    
ຝ່າຍ​ຈີນ​ຫວັງ​ພ້ອມ​ກັບ​ຝ່າຍ​ໄທ​ຊຸກ​ຍູ້​ການ​ຮ່ວມ​ມື​​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ​​ໄທ​ຂະ​ຫຍາຍ​ໄປ​ສູ່​ລວງ​ເລິກ

cri


ຕາມ​ຂ່າວcri:ວັນ​ທີ9 ພະ​ຈິກ,​ໃນ​ເວລາ​ພົບ​ປະ​ທ່ານ​ສຸ​ຊົນ ຊາລີ​ເຄືອ ປະທານ​ວຸດ​ທິສະພາ​ໄທຢູ່​ປັກ​ກິ່ງ,ທ່ານ​ອູ​ບາງ​ກົວ ປ​ະທານ​ຄະນະປະຈຳສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນກ່າວ​ວ່າ,ຝ່າຍ​ຈີນຫວັງ​ພ້ອມກັບ​ຝ່າຍ​ໄທພະຍາຍາມຊຸກຍູ້ການ​ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງ​ຈີນ​​ໄທ​ຂະ​ຫຍາ​ຍສູ່​ລວງ​ເລິກ.

ທ່ານ​ອູ​ບາງ​ກົວ​ກ່າວ​ວ່າ,ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຮັກສາ​ການ​​ໄປມາຫາສູ່​ກັນ​ທີ່​ມີ​ໄມ​ຕີ​ຈິດ​ກັບ​ສະພາ​ແຫ່ງ​ຊາດ​ໄທ,ຫວັງ​​ໃຫ້​ສອງ​ຝ່າຍ​ເພິ່ມທະວີ​ການ​ໄປ​ມະຫາ​ສູ່​ກັນ​ທີ່​ມີ​ໄມຕີ​ຈິດ​ຂອງ​ທຸກ​ລະດັບຕື່ມ​ອີກ,ລົງ​​ເລິກແລກປ່ຽນ​ບົດຮຽນ​ໃນ​ຂົງ​ເຂດ​ນິຕິບັນຍັດ​,​ຮັດ​ແຫນ້ນ​ການນ​ປະສານ​ ​ສົມທົບ​ໃນ​ອົງການ​ສະພາ​ສາ​ກົນ​ແລະ​​​ພາກ​ພື້ນ.

ທ່ານ​ສຸ​ຊົນ​ກ່າວ​ວ່າ,ພະ​ບໍລົມ​ມະ​ວົງສາ​ນຸວົງ,ລັດຖະບານ​ແລະ​ສະພາຂອງ​ໄທ​ເອົາ​ໃຈ​ໃສ່​ນຳການ​ພົວພັນ​ຕໍ່​ຈີນ​ໃນລະດັບ​ສູງ,ຍຶດຫມັ້ນ​ນະ​ໂຍບາຍ​ຈີນ​ດຽວ.