ໃນສະໄໝຊຸ່ນຊິ່ວຍຸດທະຈັກຂອງຈີນ, ເຖິງວ່າຢູ່ລະຫວ່າງລັດຕ່າງໆໄດ້ເກີດສົງຄາມເລື້ອຍໆ ຕ່າງຍຶດຄອງດິນແດນກັນແລະປຸ້ນເອົາຊັບສົມບັດຂອງຝ່າຍກົງກັນຂ້າມກໍ່ຕາມ, ແຕ່ການໄປມາຫາສູ່ກັນລະຫວ່າງລັດຕ່າງໆ ລາງເທື່ອກໍ່ເອົາໃຈໃສ່ນຳການໃຊ້ຍຸດໂທບາຍຫຼາຍທີ່ສຸດ, ເພື່ອບັນລຸຈຸດປະສົງຂອງຝ່າຍຕົນ. ໃນນັ້ນຍຸດໂທບາຍທີ່ເສນາບໍດີຂອງບາງລັດໃຊ້ນັ້ນ, ຈົນຮອດປັດຈຸບັນຍັງເປັນຕາຄຶດທີ່ສຸດ. ໃນລາຍການພາກນີ້, ຂ້າພະເຈົ້າຈະເລົ່ານິທານເລື່ອງນ້ອຍໆທີ່ເກີດຂຶ້ນກ່ອນຄ.ສ.ປີ 542 ສູ່ຟັງ, ສູພາສິດເລື່ອງ "ປິ່ນຈື້ຢູກ່ວຍ" ໝາຍຄວາມວ່າ ແຂກມາພັກຮູ້ສຶກຄືວ່າຢູ່ໃນເຮືອນຂອງຕົນ ກໍ່ແມ່ນຜັນແປມາຈາກນິທານເລື່ອງນ້ອຍໆເລື່ອງນີ້.
ກ່ອນຄ.ສ.ປີ 542, ຈືສານ ເສນາບໍດີລັດເຈິ້ງຕິດຕາມເຈິ້ງຈຽນກົ່ງ ເຈົ້າຊີວິດລັດເຈິ້ງໄປຢ້ຽມຢາມລັດຈິ້ນ. ຈິ້ນຜິງກົ່ງ ເຈົ້າຊີວິດລັດຈິ້ນໄດ້ຖືຕົວເປັນເຈົ້າຊີວິດລັດໃຫຍ່, ອ້າງວ່າລັດຈິ້ນພວມຢູ່ໃນໄລຍະໄວ້ອາໄລລູຊາງກົ່ງ ເຈົ້າຊີວິດລັດຫຼູສິ້ນພະຊົນໃນປີນັ້ນ, ຈຶ່ງດົນເຕີບກໍ່ບໍ່ມາພົບປະເຈິ້ງຈຽນກົ່ງ ເຈົ້າຊີວິດລັດເຈິ້ງ. ຈືສານເລີຍສັ່ງໃຫ້ຜູ່ຕິດຕາມມ້າງກຳແພງອ້ອມຫໍຮັບແຂກເມືອງຂອງລັດຈິ້ນ, ແລ້ວຂັບລົດມ້າຂອງຕົນເຂົ້າໃນຫໍຮັບແຂກ.
ຊື້ເວິນໂປ ເສນາບໍດີລັດຈິ້ນໄດ້ຍິນຂ່າວນີ້ແລ້ວຕົກໃຈຫຼາຍ, ຈຶ່ງຂີ່ລົດມ້າໄປຫໍຮັບແຂກ, ຕິຕຽນຈືສານຢ່າງມີມາລະຍາດວ່າ:"ເພື່ອປ້ອງກັນຂີ້ລັກມັກຈົກ, ຮັບປະກັນຄວາມປອດໄພຂອງແຂກຜູ່ມີກຽດທີ່ມາຈາກລັດຕ່າງໆ, ລັດພວກຂ້າພະເຈົ້າຈຶ່ງໄດ້ສ້າງຫໍຮັບແຂກແລະສ້າງກຳແພງອ້ອມຮອບ. ດຽວນີ້ທ່ານມ້າງກຳແພງໄປແລ້ວ, ໃຜຈະເປັນຜູ່ຮັບຜິດຊອບຄວາມປອດໄພຂອງແຂກ? ພວກຂ້າພະເຈົ້າຈະຕ້ອນຮັບແຂກເມືອງແນວໃດ?" ຈືສານຕອບຢ່າງບໍ່ຟ້າວບໍ່ຟັ່ງວ່າ:" ລັດເຈິ້ງເຮົາເປັນລັດນ້ອຍ, ບໍ່ກ້າຊົງຕົວຢູ່ຢ່າງເມີນເສີຍຕໍ່ຄວາມປອດໄພ, ຈຶ່ງຊອກຫາເຂົ້າຂອງເງິນຄຳມາຖວາຍໃຫ້. ແຕ່ເຈົ້າຊີວິດລັດຈິ້ນຂອງທ່ານພັດບໍ່ມີເວລາມາຕ້ອນຮັບພວກຂ້າພະເຈົ້າ. ພວກຂ້າພະເຈົ້າມາດົນແລ້ວ ບໍ່ໄດ້ຮັບຄຳສັ່ງອັນຈະແຈ້ງຫຍັງ, ບໍ່ຮູ້ວ່າຍາມໃດຈິ່ງຈະໄດ້ເຂົ້າເຝົ້າ, ແລະກໍ່ບໍ່ກ້າສົ່ງເຄື່ອງຂອງເຫຼົ່ານີ້ໄປໃຫ້ຄັງແຫ່ງຊາດພວກທ່ານຕາມລຳພັງໃຈ, ກໍ່ບໍ່ກ້າວາງຂອງຂວັນເຫຼົ່ານີ້ຢູ່ກາງແຈ້ງ. ຖ້າວາງຢູ່ກາງແຈ້ງແນວນີ້ ມັນຈະແຫ້ງ ຫຼືປຽກຊຸ່ມຫຼືຖືກໜອນກິນ, ຖ້າເປັນດັ່ງນັ້ນ ພວກຂ້າພະເຈົ້າຈະບໍ່ເປັນການລ່ວງເກີນລັດຈິ້ນຂອງທ່ານຫວະ? ຂ້າພະເຈົ້າຍັງຈື່ໄດ້ວ່າ ແຕ່ກ່ອນໃນເວລາຈິ້ນເວິນກົ່ງຄອງອຳນາດ, ພະອົງບໍ່ໄດ້ຕ້ອນຮັບແຂກເມືອງຄືແນວນີ້ດອກ. ໃນຄາວນັ້ນ ຫໍຮັບແຂກທັງກວ້າງທັງແຈ້ງສະຫວ່າງ, ເໝືອນຫ້ອງບັນທົມຂອງພະອົງດຽວນີ້, ຖະໜົນຫົນທາງກໍ່ສ້ອມແປງຢ່າງຮາບພຽງຫຼາຍ. ເມື່ອແຂກມາເຖິງແລ້ວ ກໍ່ຮຽກພົບຢ່າງທັນການ, ແລະຕ້ອນຮັບຢ່າງອົບອຸ່ນຖີ່ຖ້ວນທີ່ສຸດ, ລົດມ້າກໍ່ມີບ່ອນຝາກ. ສະນັ້ນ ເມື່ອແຂກມາຮອດແຫ່ງນີ້, ກໍ່ເໝືອນກັບຄືນມາຮອດເຮືອນຂອງຕົນເອງ, ບໍ່ມີສິ່ງໃດບໍ່ໄວ້ວາງໃຈ. ແຂກທັງຫຼາຍຍັງສາມາດເຮັດວຽກໄດ້ຮຽບຮ້ອຍຢ່າງວ່ອງໄວ, ແລະກັບຄືນໄປໄດ້ໃນທຸກເວລາ. ແຕ່ດຽວນີ້,ຫ້ອງບັນທົມຂອງພະອົງລັດຈິ້ນຂອງທ່ານກວ້າງໃຫຍ່ແລະແຈ້ງສະຫວ່າງ, ແຕ່ຫໍຮັບແຂກພັດຄືວ່າໃຫ້ພວກຂ້າທາດຢູ່, ປະຕູຄັບແຄບຈົນລົດມ້າກໍ່ເຂົ້າບໍ່ໄດ້. ຖ້າພວກຂ້າພະເຈົ້າບໍ່ມ້າງກຳແພງໄປ, ຂອງຂວັນທີ່ຈະຖວາຍໃຫ້ພວກທ່ານເຫຼົ່ານີ້ຈະເກັບຮັກສາໄວ້ແນວໃດ?"
ຊື້ເວິນໂປໄດ້ຟັງຄຳເວົ້າເຫຼົ່ານີ້ແລ້ວ ກໍ່ຟ້າວໄປບັງຄົມທູນຕໍ່ຈິ້ນຜິງກົ່ງ ເຈົ້າຊີວິດລັດຈິ້ນ. ຈິ້ນຜິງກົ່ງຮູ້ວ່າຕົນເອງບໍ່ມີເຫດຜົນ, ຈຶ່ງພົບປະເຈິ້ງຈຽນກົ່ງ ເຈົ້າຊີວິດລັດເຈິ້ງຢ່າງອົບອຸ່ນໃນທັນທີ, ແລະສັ່ງໃຫ້ສ້າງຫໍຮັບແຂກຄືນໃໝ່ເປັນການໃຫຍ່.
|