|
 |
(GMT+08:00)
2005-11-10 14:40:16
|
 |
ການສຶກສາແບບຂໍ້ມູນຂ່າວສານເຂົ້າສູ່ຫ້ອງຮຽນປະຖົມເຂດພູດອຍທຸກຍາກ
cri
Author: li
ຕາມຂ່າວ CRI: ໃນຊູ່ມື້ນີ້,ຄູອາຈານແລະນັກຮຽນປະຖົມມັດທະຍົມໃນຕົວເມືອງຈີນມີຊ່ອງທາງຢ່າງຫຼວງຫຼາຍໃນການຊອກຮູ້ຄວາມຮູ້ແລະຂໍ້ມູນຂ່າວສານຕ່າງໆ,ພວກເຂົາເຈົ້າຈະເຂົ້າອິນເຕີເນັດກໍໄດ້,ເບິ່ງໂທລະພາບກໍໄດ້ແລະເບິ່ງແຜ່ນວີຊີດີ,ດີວີດີກໍໄດ້. ແຕ່ວ່າ,ເວົ້າສຳລັບຄູອາຈານແລະນັກຮຽນປະຖົມມັດທະຍົມຂອງເຂດທຸກຍາກໃນຊົນນະບົດຈຳນວນໜຶ່ງຂອງຈີນແລ້ວ,ຊ່ອງທາງຊອກຮູ້ຂໍ້ມູນຂ່າວສານແມ່ນມີຄວາມຈຳກັດ. ເພື່ອປ່ຽນແປງສະພາບແນວນີ້,ເມື່ອສອງປີກ່ອນ,ຈີນໄດ້ເລີ່ມປະຕິບັດກິດຈະການສຶກສາແບບຂໍ້ມູນຂ່າວສານ.
ໂຮງຮຽນປະຖົມໃຈກາງເມືອງຊາງລູ້ແມ່ນໂຮງຮຽນປະຖົມທີ່ທຳມະດາສາມັນແຫ່ງໜຶ່ງຂອງເມືອງເມີງອິງແຂວງຊ່ານຕົ່ງ ພາກຕາເວັນອອກຂອງຈີນ,ມີນັກຮຽນ 600 ກວ່າຄົນ. ຢູ່ໂຮງຮຽນຫຼັງນີ້,ນັກຂ່າວໄດ້ເຫັນວ່າ,ນອກຈາກຫ້ອງຮຽນແລະຫ້ອງສະໝຸດທີ່ທຳມະດາທີ່ສຸດແລ້ວ,ຍັງມີຫ້ອງຮຽນສາລະພັດສື່ແລະຫ້ອງຮຽນຄອມພິວເຕີເປັນຕົ້ນ. ທ່ານຈ່າງເຟີ້ງຊຽງ ຄູໃຫຍ່ຂອງໂຮງຮຽນຫຼັງນີ້ໄດ້ແນະນຳໃຫ້ນັກຂ່າວຊາບວ່າ,ຫຼັກສູດຂໍ້ມູນຂ່າວສານຂອງໂຮງຮຽນຫຼັງນີ້ແມ່ນເລີ່ມຈັດຂຶ້ນເມື່ອປີກາຍນີ້.
"ຕາມພວກເຮົາເຂົ້າໃຈໃນປັດຈຸບັນ,ຫຼັກສູດຂໍ້ມູນຂ່າວສານກໍແມ່ນຜ່ານຈາກລະບົບໂທລະພາບແລະເຄືອຂ່າຍຄອມພິວເຕີ,ຮັບເອົາແລະນຳໃຊ້ແນວຄິດການສຶກສາທີ່ກ້າວໜ້າແລະບົດຮຽນຂອງຄູອາຈານບາງຄົນຂອງຕ່າງຖິ່ນຈົນກະທັ້ງຂອງຕ່າງປະເທດ,ເຊື່ອມໂຍງເຂົ້າໃນການສິດສອນ,ເພື່ອຍົກລະດັບການສິດສອນຂອງພວກເຮົາໃຫ້ສູງຂຶ້ນ."
ທ່ານເວົ້າວ່າ,ເພື່ອດຳເນີນການສຶກສາຂໍ້ມູນຂ່າວສານ,ພະແນກສຶກສາເມືອງເມີງອີງໄດ້ໃຊ້ຫຼາຍວິທີ,ຫ້າງຫາຄອມພິວເຕີ,ໂທລະພາບ,ເຄື່ອງດີວີດີ,ອຸປະກອນຮັບໂທລະພາບຜ່ານດາວທຽມເປັນຕົ້ນ. ປັດຈຸບັນ,ໃນໂຮງຮຽນປະຖົມມັດທະຍົມ 240 ກວ່າຫຼັງໃນທົ່ວເມືອງ,ສ່ວນຫຼາຍທີ່ສຸດໄດ້ຕັ້ງຫຼັກສູດຂໍູ້ມນຂ່າວສານ.
ທ່ານຈ່າງເຟີ້ງຊຽງ ຄູໃຫຍ່ໂຮງຮຽນປະຖົມໃຈກາງເມືອງຊາງລູ້ແນະນຳວ່າ,ປັດຈຸບັນ,ໃນເວລາຄູອາຈານກຽມບົດສອນນັ້ນ,ບໍ່ອາໃສແຕ່ແບບຮຽນແລະບົດຮຽນມາຂຽນບົດສອນຄືແຕ່ກ່ອນອີກແລ້ວ,ຫາກແມ່ນສາມາດຮັບຊົມລາຍການໂທລະພາບການສຶກສາ,ຫຼືເປີດຄອມພິວເຕີເຂົ້າອິນເຕີເນັດ,ຄົ້ນຄວ້າບົດສອນຂອງຄູອາຈານໂຮງຮຽນທີ່ມີຊື່ສຽງຂອງຕົວເມືອງໃຫຍ່ຕ່າງໆເຊັ່ນປັກກິ່ງແລະຊຽງໄຮ້ເປັນຕົ້ນເພື່ອເປັນການປະກອບ. ທັງນີ້ໄດ້ເປີດຊ່ອງແນວຄິດຂອງບັນດາຄູອາຈານ,ແລະໄດ້ຍົກລະດັບການສິດສອນຂອງພວກເຂົາເຈົ້າໃຫ້ສູງຂຶ້ນ.
ເມື່ອຍ່າງເຂົ້າຫ້ອງຮຽນສາລະພັດສື່,ກໍໄດ້ເຫັນວ່າຫ້ອງຮຽນນີ້ໃຫຍ່ກວ່າຫ້ອງຮຽນທຳມະດາໜຶ່ງເທົ່າ,ມີຄອມພິວເຕີເຄື່ອງໜຶ່ງແລະໜ້າຈໍLCDຂະໜາດໃຫຍ່ເຄື່ອງໜຶ່ງ,ຍັງມີໂທລະພາບ,ເຄື່ອງຖ່າຍພາບແລະເຄື່ອງດີວີດີເປັນຕົ້ນ. ຢູ່ແຫ່ງນີ້,ຄູອາຈານທັງຫຼາຍສາມາດເອົາພາບ,ຂໍ້ມູນເປັນຕົ້ນທີ່ອັດຈາກໂທລະພາບຫຼືດາວໂຫລດຈາກອິນເຕີເນັດມາສະແດງຢູ່ໜ້າຈໍLCDຫຼືໜ້າຈໍຄອມພິວເຕີ,ເຮັດໃຫ້ຫ້ອງຮຽນມີຫຼາຍສີຫຼາຍສັນ,ມີສຽງອຸດົມສົມບູນແລະມີພາບຊີວິດຊີວາ. ເດັກນ້ອຍຢູ່ບ້ານພູດອຍທີ່ຫ່າງໄກສອກຫຼີກກໍໄດ້ເຫັນໂລກພາຍນອກໂດຍກົງແລະແທ້ຈິງ. ຕາມຊາບວ່າ,ເພື່ອໃຫ້ເດັກນ້ອຍຂອງແຕ່ລະຫ້ອງຮຽນມີໂອກາດຂຶ້ນຫ້ອງຢູ່ຫ້ອງຮຽນນີ້,ທາງໂຮງຮຽນໄດ້ໃຊ້ວິທີປ່ຽນຝຽນກັນ. ປັດຈຸບັນ,ອັດຕານຳໃຊ້ຫ້ອງຮຽນສາລະພັດສື່ສູງຫຼາຍ,ໄດ້ຈັດຊົ່ວໂມງສອນໃຫ້ເຕັມເກືອບທຸກມື້.
ໃນເວລານັກຂ່າວມາຮອດຫ້ອງຄອມພິວເຕີ,ເຫັນວ່ານັກຮຽນຫຼາຍໆຄົນພວມໃຊ້ຄອມພິວເຕີຢູ່. ນາງຫຼີເສທີ່ອາຍຸ 10 ປີບອກນັກຂ່າວວ່າ,ນາງມັກຮຽນຄອມພິວເຕີທີ່ສຸດ,ປັດຈຸບັນ,ນາງສາມາດໃຊ້ຄອມພິວເຕີຢ່າງຊຳນິຊຳນານແລ້ວ. ນາງເວົ້າດ້ວຍຄວາມພາກພູມໃຈວ່າ,
"ປັດຈຸບັນ,ຂ້ອຍດີດພິມຕົວໜັງສືເປັນ,ພິມດີດຢູ່ແປ້ນພິມໄດ້,ພິມດີດລົງWord ກໍໄດ້,ລາງເທື່ອກໍແຕ້ມຮູບຢູ່ຄອມພິວເຕີ,ຍັງສາມາດເຮັດບັດອວຍພອນຢູ່ຄອມພິວເຕີ."
ປັດຈຸບັນ,ກິດຈະການການສຶກສາແບບຂໍ້ມູນຂ່າວສານພວມໄດ້ຮັບການເຜີຍແຜ່ຢູ່ເມືອງເມີງອີງຢ່າງວ່ອງໄວ. ທ່ານຈ່າງກວາງປາວ ຫົວໜ້າພະແນກສຶກສາທິການເມືອງດັ່ງກ່າວຊີ້ອອກວ່າ,ການປະຕິບັດກິດຈະການດັ່ງກ່າວຈະຊ່ອຍແກ້ໄຂບັນຫາຊັບພະຍາກອນສິດສອນທີ່ກະຈັດກະຈາຍ,ແລະບັນຫາຄຸນນະພາບກວມລວມຂອງຖັນແຖວຄູສອນບໍ່ສູງ. ທ່ານເວົ້າວ່າ:
"ພວກເຮົາຈະທຳຄວາມພະຍາຍາມ 3 ປີຮອດ 5 ປີມາບັນລຸການຫັນການສຶກສາເມືອງເມິງອິງເປັນແບບຂໍ້ມູນຂ່າວສານ,ໃຫ້ແຕ່ລະໂຮງຮຽນແລະແຕ່ລະຫ້ອງຮຽນມີຕາໜ່າງວິທະຍຸຫຼືເຄືອຂ່າຍຄອມພິວເຕີ,ໃຫ້ເດັກນ້ອຍຂອງເຂດພູດອຍພວກເຮົານັ່ງຢູ່ໃນຫ້ອງຮຽນກໍສາມາດຊົມໃຊ້ຊັບພະຍາກອນສິດສອນແລະໝາກຜົນການຄົ້ນຄວ້າດ້ານການສຶກສາທີ່ກ້າວໜ້າແລະພາຫະນະການສຶກສາທີ່ກ້າວໜ້າຂອງທົ່ວໂລກແລະທົ່ວປະເທດ,ເພື່ອປ່ຽນແປງສະພາບການສຶກສາຫຼ້າຫຼັງຂອງເມືອງພວກເຮົາໃນປັດຈຸບັນ."
|
|
|