ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-10 14:53:09    
ຄວາມ​ຊີນ​ເຄີຍ​ດ້ານ​ອາ​ຫານ​ການ​ກິນ​ທີ່​ບໍ່​ດີ 9 ຢ່າງ​(ພາກ​ຕົ້ນ)

cri Author: li
ຕົວ​ເລກ​ສະ​ຖິຕິຫຼ້າສຸດ​ທີ່​ກະຊວງ​ສາທາລະນະ​ສຸກ​ຈີນ​ປະກາດ​ນັ້ນບອກ​​ໃຫ້ພວກ​ເຮົາ​ຮູ້​ວ່າ,​ໃນ​ທົ່ວ​ປະ​ເທດ​ຈີນ,​ ມີ​ຜູ້​​ເຕັມ​ກະສຽນອາຍຸ 160 ລ້ານ​ຄົນ ໄຂມັນ​ເລືອດຜິດ​ປົກກະຕິ,​ເປັນ​ເລືອດ​ດັນ​ສູງ, 20 ກວ່າ​ລ້ານ​ຄົນ​ເປັນ​ໂຣກ​ເບົາຫວານ; ​ໃນ​ຕົວ​ເມືອງ​ໃຫຍ່ ​ຜູ້​ໃຫຍ່​ແຕ່ລະ 100 ຄົນ​ໃດ​,ກໍ​ມີ 30 ຄົນເກີນນ້ຳໜັກ​,12,3 ຄົນ​ຕຸ້ຍ​ເກີນ​ໄປ,​ອັດຕາ​ຄົນ​ຕຸ້ຍ​ສູງ​ກວ່າ 1992 ​97%. ​ມູນ​ເຫດ​ສ່ວນ​ຫຼາຍ​ແມ່ນ​ຍ້ອນ​ການ​ກິນ​ອາຫານ. ​ດັ່ງນັ້ນ ພວກ​ເຮົາຈະ​ສະ​ເໜີ​ຄວາມ​ຊີ​ນ​ເຄີຍ​ດ້ານ​ອາຫານ​ການ​ກິນ​ທີ່​ບໍ່​ດີ 9 ​ຢ່າງ​ໂດຍ​ແບ່ງ​ເປັນ​ສອງ​ພາກ.

ຄວາມ​ຊິນ​ເຄີຍ​ທີ່​ບໍ່​ດີ​ທີ​ໜຶ່ງ​ແມ່ນ​ບໍ່ກິນ​ອາຫານ​ເຊົ້າ.

​ໄພ​ຮ້າຍ​ຂອງ​ການ​ບໍ່​ກິ​ນອາຫານ​ເຊົ້າ​ແມ່ນ​ມັນ​ເປັນ​ໂທດ​ຕໍ່​ກະ​ເພາະ​ອາຫານ​ຢ່າງ​ໜັກໜ່ວງ,​ເຮັດ​ໃຫ້​ທ່ານ​ບໍ່​ສາມາດ​ເຮັດ​ວຽກ​ຢ່າງ​ມີ​ກຳລັງ​ວັງຊາ​​ເຕັມ​ປ່ຽມ,​ແລະ​ເຮັດ​ໃຫ້​ເຖົ້າ​ໄວ.

ຜູ້​ຄົ້ນຄວ້າ​ຂອງ​ມະຫາ​ວິທະຍາ​ໄລ​ແຫ່ງ​ໜຶ່ງ​ຂອງ​ເຢຍລະ​ມັນ​ໄດ້​ຕິດຕາມ​ຍິງ​ຊາຍ 7 ພັນ​ຄົນ​ເປັນ​ເວລາ​ດົນ​ນານ​ແລ້ວ​ປະກົດ​ເຫັນ​ວ່າ,ຜູ້​ທີ່​​ບໍ່​ກິນ​ອາຫານ​ເຊົ້າ​ກວມ 40%,​ອາຍຸ​ຂອງ​ພວກ​ເຂົາ​ເຈົ້າຈະ​ສັ້ນກວ່າ​ຄົນ​ອີກ 60%​2 ປີ​​ເຄິ່ງ​ສະ​ເລ່ຍ​ຕໍ່​ຫົວ​ຄົນ. ສ່ວນ​ມະຫາວິທະຍາ​ໄລ​ອີກ​ແຫ່ງ​ໜຶ່ງ​ໄດ້​ຄົ້ນຄວ້າ​ຜູ້​ເຖົ້າ​ອາຍຸ 80 ຮອດ 90 ປີ​ແລ້ວ​ປະກົດ​ເຫັນ​ວ່າ,​ຈຸດ​ຮ່ວມ​ໜຶ່ງ​ຂອງ​ຜູ້​ເຖົ້າທີ່​ອາຍຸ​ຍືນ​ແມ່ນ: ກິນ​ອາຫານ​ເຊົ້າທີ່ມີ​ທາດ​ບຳລຸງ​ຊູ່​ມື້.

ອາຫານ​ເຊົ້າຄວນ​ແຊບ,ມີ​ປະລິມານ​ພຽງພໍ​ແລະ​ມີ​ຄຸນ​ນະພາບ​ຂ້ອນ​ຂ້າງ​ດີ,​ບໍລິ​ມາດ​ໜ້ອຍ,​ແຕ່​ກາ​ໂລ​ລີ​ສູງ,​ແຕ່​ງງ່າຍປະຢັດ​ເວລາ​.

ດັ່ງ​ທີ່​ພວກ​ເຮົາ​ຮູ້​ວ່າ,​​ອາຫານ​ຕ່າງ​ກັນ​ເວລາ​ຄ້າງຢູ່​ໃນ​ກະ​ເພາະ​ກໍ​ບໍ່​ຄື​ກັນ,ປະຕິ​ກິລິຍາ​ຂອງ​ທາດ​ນ້ຳຕານ​ໃນ​ເລືອດ​ກໍ​ຕ່າງ​ກັນ. ທຳ​ມະ​ດາ​ແລ້ວ,ອາຫານ​​​ແຫ້ງ​ກັບ​ອາຫານ​ແຫຼວ​ປະສົມ​ກັນ​ສາມາດ​ຄ້າງຢູ່​ໃນ​ກະ​ເພາະ​​ໄດ້ 4-5 ຊົ່ວ​ໂມງ,​ສ່ວນ​ອາຫານ​ທາດ​ແຫຼ​ວຍ້ອນ​ວ່າ​ມັນຫຼາຍ,ຫາ​ກໍ່​ກິນ​ຮູ້ສຶກ​ຄືອິ່ມ​ຫຼາຍ,​ແຕ່​ຍ້ອນ​ເວລາຄ້າງ​ຢູ່​ໃນ​ກະ​ເພາະ​​ສັ້ນຫຼາຍ,​ທາດ​ບຳລຸງ​ໃນ​ຫັ້ນຍັງ​ບໍ່​ທັນ​ຍ່ອຍ​​ເທື່ອກໍ​ຖືກ​ລະບາຍ​ອອກ​ໄປ​ເລີຍ,​ລະດັບ​ທາດ​ນ້ຳຕານ​​ໃນເລືອດ​ທີ່​ສູງ​ຂຶ້ນນັ້ນກໍ​ໄດ້​ຕ່ຳລົງ​ຢ່າງ​ວ່ອງ​ໄວ,​ຮັກສາ​ໄວ້​ບໍ່​ດົນ. ສະນັ້ນ,​ໃນ​ເວລາ​ເລືອກ​ກິນ​ອາຫານ​ນັ້ນຕ້ອງ​ເລືອກ​ເອົາ​ອາຫານ​​ແນວ​ແຫ້ງ​ກັບ​ແນວ​ແຫຼວ​ປະສົມ​ກັນ,ທັງ​ມີ​ອາຫານ​ຄາວ​ທັງ​ມີ​ອາຫານ​ຜັກ.

ຄວາມ​ຊິນ​ເຄີຍ​ທີ່​ບໍ່​ດີ​ຢ່າງ​ທີ​ສອງ​ແມ່ນ​ກິນ​ອາຫານ​ຄ່ຳຫຼາຍ​​ໂພດ.

ປະລິມານ​ແອ​ງສຸລິນ​ໃນ​ເລືອດ​ໃນ​ຕອນ​ຫົວ​ຄ່ຳ​ແມ່ນ​ສູງ​ທີ່ສຸດ​ໃນ​ມື້ໜຶ່ງ,​​ແອງ​ສຸລິນ​ສາມາດ​ເຮັດ​ໃຫ້ທາດ​ນ້ຳຕານ​ໃນ​ເລືອດ​ກາຍ​ເປັນ​ໄຂມັນ​ແລ້ວ​ຕິດ​ຢູ່​ຕາມ​ຝາ​ສາຍ​ເລືອດ​ແລະ​ຝາ​ທ້ອງ,ຖ້າ​​ອາຫານ​ຄ່ຳ​ກິນຫຼາຍ​​ດົນ​ແລ້ວ,ຄົນ​ກໍ​ຈະ​ຕຸ້ຍ​ຂຶ້ນ. ພ້ອມ​ກັນນັ້ນ ທຳ​ມະ​ດາ​ແລ້ວ ອາຫານ​ຄ່ຳກິນ​ຫຼາຍ​ກໍ​ຈະ​​ຕ້ອງໃຊ້​ເວລາ​ດົນ​ນານ,ຍັງ​ຈະ​ທຳລາຍ​ໂມງ​ຊີວະ​ຊາດ​ອັນ​ເປັນ​ປົກກະຕິ​​ໃນ​ໂຕ​ຄົນ,ມັກ​ເຮັດ​ໃຫ້​​ນອນ​ບໍ່ຫຼັບ.

​ເວົ້າສຳລັບ​ຜູ້​ທີ່​ເຂົ້າການ​ແລ້ວ​,ອາຫານ​ຄ່ຳ​ເກືອບ​ຈະ​ເປັນ​ອາຫານ​ທາງ​ການ​ໃນ​ມື້ໜຶ່ງ. ກິນ​ອາຫານ​ເຊົ້າ​ຟ້າວ​ໄປ​ການ,ກິນ​ອາຫານ​ທ່ຽງ​ມີ​ວຽກ​ຄາ​ມື,ມີ​ແຕ່​ຮອດ​​ຄ່ຳທໍ່​ນັ້ນ​ຈຶ່ງມີ​ເວລາ​ນັ່ງ​ກິນຢູ່​ຂ້າງ​ໂຕະ​ຢ່າງ​ບໍ່​ເປັນ​ຫ່ວງ​ນຳ​ຫຍັງ,​ກິນ​ ​ຢ່າງ​ແຊບໆ.

ຄັນຊັ້ນ,ອາຫານ​ຄ່ຳ​ຄວນ​ກິນ​ແນວ​ໃດ​ຈຶ່ງ​ດີ? ໜຶ່ງ,ກິນ​ອາຫານ​ຄ່ຳ​ຢ່າ​ກິນ​ຄ່ຳຫຼາຍ,​ເຮັດ​ແບບ​ນີ້ສາມາດ​ຫຼຸດ​ອັດຕາ​ເປັນ​ພະຍາດ​ຫຼອດ​ປັດສາວະ​ເປັນ​ໜີ້ວ​ໄດ້. ສອງ,​ອາຫານ​ຄ່ຳ​​ຄວນ​ກິນ​ຜັກ​ສົດ​ໃຫ້ຫຼາຍ​ແດ່,​ອາຫານ​ທີ່​ມີ​ໂປຼຕິນ​ແລະ​ໄຂມັນຫຼາຍ​ນັ້ນ​ໃຫ້​ພະຍາຍາມ​ກິນ​ໜ້ອຍ​​. ສາມ,​ອາຫານ​ຄ່ຳ​ຢ່າກິນ​ອິ່ມຫຼາຍ. ທຳ​ມະ​ດາ​ແລ້ວ,​ກາ​ໂລ​ລີ​ຂອງ​ອາຫານ​ຄ່ຳບໍ່​​ໃຫ້​ເກີນ 30% ຂອງ​ຍອດ​ປະລິມານ​ກາ​ໂລ​ລີ​ຂອງ​ອາຫານ​ໝົດ​ມື້.

ຄວາມ​ຊີ​ນ​ເຄີຍ​ທີ່​ບໍ່​ດີ​ອັນ​ທີ​ສາມ​ແມ່ນ​ມັກ​ກິນ​ກາ​ເຟ. ​ມັກ​ກິນ​ກາ​​ເຟຫຼາຍມີ​ຜົນ​ຮ້າຍ​ສອງ​ຢ່າງ​ຄື​ໜຶ່ງ,​ເຮັດ​ໃຫ້​ອັດຕາ​ຖືພາ​ຕ່ຳລົງ. ຖ້າ​ຄົນ​ເຮົາ​ກິນ​ກາ​ເຟມື້​ລະ​ຈອກ,​ອັດຕາ​ຖື​ພາ​ກໍ​ອາດ​ຈະ​ຕ່ຳລົງ 50%. ສອງ​ແມ່ນ​ພາ​ໃຫ້​​ເປັນ​ໂຣກຫົວ​ໃຈ. ​ໃນກາ​ເຟມີ​ກາ​ເຟອິນ​ທີ່​ມີ​ຄວາມ​ຂຸ້ນ​ສູງ,ສາມາດ​ປ່ຽນ​ແປງ​ສັບພະ​ຄຸນ​ຂອງ​ໝາກ​ຫົວ​​ໃຈ​ແລະ​ເຮັດ​ໃຫ້​ໂກ​ເລ​ສະ​ເຕລອນ​ໃນ​ສາຍ​ເລືອດ​ສູງ​ຂຶ້ນ; ​ການ​ຄົ້ນຄວ້າ​ຂອງ​ນັກ​ແພດສາດ​ອາ​ເມ​ລິ​ກາ​ປະກົດ​ເຫັນ​ວ່າ,​ຄົນຜູ້​ໜຶ່ງ​ຖ້າກິນ​ກາ​ເຟມື້​ລະ 5 ຈອກ​ຫຼື​ຫຼາຍ​ກວ່າ​ນີ້,ອັດຕາ​ເປັນ​ພະຍາດ​ໝາກ​ຫົວ​ໃຈ​ຈະ​ສູງ​ກວ່າ​ຜູ້​ທີ່​ບໍ່​ກິນ​ກາ​ເຟ​ສອງ​ເທົ່າ,​ຜູ້​ຕິດ​ກາ​ເຟ​ແຮ່ງ​ດົນ,​ແຮ່ງກິນ​ຫຼາຍ,ກໍ​ແຮ່ງຈະ​​ເປັນ​ໂຣກຫົວ​ໃຈ. ຜົນ​ການ​ສຳຫຼວດ​ຜູ້​ທີ່​ເປັນ​ຫົວ​ໃຈ​ວາຍ​ຄັ້ງທຳ​ອິດ​ອາຍຸ​ແຕ່ 45 ປີຮອດ 69 ປີ 858 ຄົນ​ກັບ​ຈຳນວນ​ຄົນ​ທໍ່​ກັນ​ທີ່​ບໍ່​ເຄີຍ​ເປັນ​​ໂຣກຫົວ​ໃຈ​ວາຍຈັກ​ເທື່ອ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ,ຄວາມ​ອັນ​ຕະລາຍ​ຂອງ​ຜູ້​ທີ່​ກິນ​ກາ​ເຟມື້​ລະ 5 ຈອກ​ຂຶ້ນ​ໄປ​ນັ້ນ​ໄດ້​ເພີ່ມ​ຂຶ້ນ 70%.

ຄວາມ​ຊີ​ນ​ເຄີຍ​ທີ່​ບໍ່​ດີ​ຢ່າງ​ທີ 4 ​ແມ່ນ​ກິນນ້ຳ​ໜ້ອຍ,ຈະ​ພາ​ໃຫ້​ສະໝອງ​ເຖົ້າ; ພາ​ໃຫ້​ເປັນ​ພະຍາດ​ສາຍ​ເລືອດ​ສະໝອງ​ແລະ​ພະຍາດ​ສາຍ​ເລືອດ​ຫົວ​ໃຈ,​ກະທົບກະ​ເທືອນ​ເຖິງ​ສັບພະ​ຄຸນ​ຂັບຖ່າຍ​ຂອງ​ໝາກ​ໄຂ່ຫຼັງ.

​ໃນ​ໝູ່​ຜູ້​ນັ່ງ​ເຮັດ​ວຽກຢູ່​ຫ້ອງການ,ຍ້ອນ​ວ່າ​ໃຈ​ຕ້ອມ​​ຫຼາຍຈົນ​ລືມ​ກິນນ້ຳ,​ເຮັດ​ໃຫ້​ນ້ຳ​ໃນ​ຮ່າງກາຍ​ບໍ່​ພຽງພໍ. ​ເມື່ອນ້ຳ​ໃນ​ຮ່າງກາຍ​ຫຼຸດລົງ​ແລ້ວ,​ເລືອດ​ຈະ​​ເຂັ້ມ​ຂຸ້ນຂຶ້ນ,​ມັກ​ຈະ​ພາ​ໃຫ້ເປັນ​ເສັ້ນ​ເລືອດ​ຕັນ,​ແລ້ວ​ພາ​ໃຫ້​ເປັນ​ພະຍາດ​ສາຍ​ເລືອດ​ສະໝອງ​ແລະ​ສາຍ​ເລືອດ​ຫົວ​ໃຈ,ຍັງ​ຈະ​ກະທົບກະ​ເທືອນ​ເຖິງ​ສັບ​ພະ​ຄຸນ​ຂັບ​ຖ່າຍຂອງ​ໝາກ​ໄຂ່ຫຼັງ.

ດື່ມນ້ຳ​ໃຫ້ຫຼາຍ,​ເຂົ້າຫ້ອງ​ນ້ຳ​ເລື້​ອຍໆ,​ແຕ່​ຕ້ອງ​ລະວັງ​ວ່າ,ຜູ້​ທີ່​ສັບພະ​ຄຸນຂັບ​ຖ່າຍ​ຂອງ​ໄສ້​ແກ່​ບໍ່​ດີ​ນັ້ນ,ດີ​ທີ່​ສຸດ,​ຮູ້ສຶກ​ຢາກ​ນ້ຳແລ້ວ​ຈຶ່ງ​ກິນນ້ຳ,​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ການ​ຂັບ​ຖ່າຍ​ນ້ຳ​ໃນ​ຮ່າງກາຍ​ສົນລະວົນ​ຕື່ມ​ອີກ.