ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-10 17:48:00    
"ບົດ​ລາຍ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ສຶກ​ສາ​ທົ່ວ​ປວງ​ຊົນ​ຈີນ" ທີ່​ປະ​ກາດ​ໃໝ່​ກ່າວ​ວ່າ ຈີນ​​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃນ​ການ​ສຶກ​ສາ​ພາກ​ບັງ​ຄັບ​ແລະ​ການ​ສຶກ​ສາ​ເຜົ່າ​ສ່ວນ​ໜ້ອຍ​ເປັນ​ຕົ້ນ

cri Author: lm

ຕາມ​ຂ່າວCRI: "ບົດ​ລາຍງານ​​ແຫ່ງ​ຊາດກ່ຽວ​ກັບ​ການ​ສຶກສາ​ທົ່ວ​ປວງ​ຊົນ​ຈີນ" ທີ່​ລັດ​ຖະ​ບານ​ຈີນ​ປະກາດ​ໃນ​ວັນ​ທີ 10 ພະຈິກ​ກ່າວ​ວ່າ, ​ໃນ 5 ປີ​ມາ​ນີ້, ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃນ​ການ​ສຶກ​ສາ​ກ່ອນ​ໄວ​ຮຽນ ການ​ສຶກສາ​ພາກ​ບັງຄັບ ອາຊີວະ​ສຶກສາ​ ການ​ສຶກສາ​ຜູ່​ໃຫຍ່​ທີ່ກືກ​ໜັງ​ສື​ແລະ​ການ​ສຶກສາ​ເຜົ່າ​ສ່ວນ​ໜ້ອຍ​ເປັນຕົ້ນ.

ບົດ​ລາຍ​ງານ​ຊີ້​ອອກ​ວ່າ, ພາຍຫຼັງຈີນ​ລົບ​ລ້າງ​ຄວາມ​ກືກ​ໜັງສື​ຂອງຊາວ​ໜຸ່ມ​ແລະ​ຄົນ​ໄວ​ກາງ​ໂດຍ​ພື້ນຖານ​​ໃນ​ປີ 2000 ​ແລ້ວ, ລັດຖະບານ​ຈີນ​ໄດ້​ໃຊ້​ມາດ​ຕະການ​ຕື່ມ​ອີກ ​ເຊັ່ນ ​ເພີ່ມ​ການ​ລົງ​ທຶນ ປົວ​ແປງ​ເງື່ອນ​ໄຂ​ການ​ສິດສອນ​ແລະ​ຊ່ອຍ​ນັກຮຽນ​ທີ່​ທຸກ​ຍາກ​ເປັນຕົ້ນ, ​ເພື່ອ​ຍົກ​ສູງ​ອັດ​ຕາ​ຊາວ​ໜຸ່ມ​ເຂົ້າຮຽນ​ ຫຼຸດອັດຕາ​​ເຊົາ​ຮຽນໃນ​ຊົນນະບົດ. ອັດຕາ​​​ເຜີຍແຜ່​ການ​ສຶກ​ສາ​ພາກ​ບັງຄັບ 9 ປີ​​ໄດ້​ກວມປະຊາກອນ​ເພີ່ມ​ຈາກ 85% ​ໃນປີ 2000 ຂຶ້ນ​ເປັນ 93,6% ​ໃນປັດ​ຈຸ​ບັນ.