ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-10 17:52:05    
ຝ່າຍ​ຕຳຫຼວດອິນ​ໂດ​ເນ​ເຊຍ​ໄດ້​ຢືນ​ຢັນ​ໃນ​ເບື້ອງ​ຕົ້ນ​ວ່າ "ອາ​ລີ​ເຄມີ" ຖືກ​ຍິງ​ຕາຍ​ແລ້ວ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ກາງຄືນ​ວັນ​ທີ 9 ພະ​ຈິກ ທ່ານ​ຊູ​ຕານ​ໂຕ ຫົວໜ້າກົມ​ຕຳ​ຫຼວດ​ອິນ​ໂດ​ເນ​ເຊຍ​ໄດ້​ຢືນຢັນ​ໃນ​ເບື້ອງ​ຕົ້ນວ່າ, ຕອນ​ຄ່ຳ​ວັນ​ທີ 9 ພະຈິກ, ທ່ານ​ອາຊາ​ຮາຣີ ຮູ​ຊິນ ຜູ່​ຖືກ​ອິນ​ໂດ​ເນ​ເຊຍສັ່ງ​ຈັບນ້ຳ​ເບີ້​ໜຶ່ງ ຜູ່​ຊ່ຽວຊານ​ສ້າງ​ລູກ​ລະ​ເບີດ​ເຊິ່ງ​ແມ່ນ​ສັນ​ຊາດ​ມາ​ເລ​ເຊຍ​ຖືກ​ຝ່າຍ​ຕຳຫຼວດອິນ​ໂດ​ເນ​ເຊຍ​ຍິງ​ຕາຍ​ໃນ​ການ​ລົບ​ເລວ​ກັນ.

ທ່ານອາຊາຮາຣີເຊິ່ງຖືກ​ເອີ້ນເປັນ "ອາລີເຄມີ" ເກີດຢູ່ມາເລເຊຍ, ໄດ້ຮັບປະລິນ​ຍາ​ເອກ​ຢູ່​ອັງກິດ, ມີຊື່ສຽງຍ້ອນຊ່າງຜະລິດລູກລະເບີດແລະກໍ່ການຫຼອນໂຈມ​ຕີ​ກໍ່​ການ​ຮ້າຍ. ຝ່າຍ​ຕຳ​ຫຼວດອິນ​ໂດນ​ເຊຍ​ເຫັນ​ວ່າ, ອາຊາ​ຮາຣີ​ໄດ້​ຈັດຕັ້ງວາງ​ແຜນ​ແລະ​ກໍ່ຄະດີລະ​ເບີດ​ທີ່​ເກາະ​ບາ​ຫຼີ ຄະດີ​ລະ​ເບີດ​ທີ່​ໂຮງ​ແຮມ​ມາຣີອອດ​ຢາ​ກາກ​ຕາ​ແລະ​ສະຖານທູດ​ອົສ​ຕຼາ​ລີ​ປະ​ຈຳ​ອິນ​ໂດ​ເນ​ເຊຍ. ອົງ​ການ​ຈັດຕັ້ງນີ້ຖືກ​ຖື​ເປັນ​ອົງການ​ອານ ​ເຄດາ ສາຂາ​ພາກ​ພື້ນ​ອາຊີ​ອາຄະ​ເນ​.