ຕາມຂ່າວຈາກໜັງສືພິມກວາງຊີຢື້ປ້າວ: ວັນທີ 9 ພະຈິກ, ກອງປະຊຸມສຳມະນາມາດຖານລະຫວ່າງຈີນອາຊຽນທີ່ຊື່ວ່າ "ຫວັງພ້ອມກັບ 10 ປະເທດອາຊຽນສະແຫວງຫາການຮ່ວມມືແລະສະໜັບສະໜູນເຊິ່ງກັນແລະກັນໃນດ້ານມາດຖານເຕັກນິກ ໄດ້ໄຂຂຶ້ນຢູ່ເມືອງໜານໜິງ. ນີ້ແມ່ນກອງປະຊຸມລະດັບສູງທີ່ຈີນປຶກສາຫາລືກັບບັນດາປະເທດອາຊຽນເປັນຄັ້ງທຳອິດໃນດ້ານມາດຖານເຕັກນິກ. ຢູ່ລະຫວ່າງສອງຝ່າຍເຄີຍມີຄວາມຂັດແຍ່ງກັນດ້ານການຄ້າກ່ຽວກັບອະນາໄມອາຫານແລະຄວາມປອດໄພເຄື່ອງໄຟຟ້າເປັນຕົ້ນທີ່ເກີດຂຶ້ນໃນແຕ່ກ່ອນມີຫວັງຈະໄດ້ຮັບການແກ້ໄຂໃຫ້ຕົກ.
ກອງປະຊຸມສຳມະນາເທື່ອນີ້ດຳເນີນເປັນເວລາ 2 ມື້, ເນື້ອໃນກອງປະຊຸມມີດັ່ງນີ້: ແນະນຳອົງການມາດຖານເຕັກນິກແລະສະພາບການພັດທະນາຂອງບັນດາປະເທດ; ເຮັດແນວໃດເພີ່ມທະວີການຮ່ວມມືແລະສະໜັບສະໜູນເຊິ່ງກັນແລະກັນລະຫວ່າງບັນດາປະເທດໃນດ້ານມາດຖານເຕັກນິກ, ເພື່ອຊຸກຍູ້ການຄ້າລະຫວ່າງສອງຝ່າຍໃຫ້ພັດທະນາຢ່າງປອດໃສ. ຜູ່ຊ່ຽວຊານຂອງ 10 ປະເທດອາຊຽນ ອາເມລິກາແລະຍີ່ປຸ່ນ ພ້ອມຜູ່ຊ່ຽວຊານຂອງພາກສ່ວນທີ່ກ່ຽວຂ້ອງ ນະຄອນຊຽງໄຮ້ ແຂວງກວາງຕຸ້ງແລະເຂດກວາງຊີ ແລະນັກທຸລະກິດທີ່ມີຊື່ສຽງຂອງຈີນໄດ້ເຂົ້າຮ່ວມກອງປະຊຸມ.
|