ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-10 18:17:44    
ຝ່າຍ​ຈີນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ຮຸນ​ແຮງ​ແລະ​ເດັດ​ດ່ຽວ​ຄັດ​ຄ້ານ​ບົດ​ລາຍ​ງານ​ສາ​ສະ​ໜາ​ສົກ​ປີ 2005 ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ຕິ​ຕຽນ​ນະ​ໂຍ​ບາຍ​ສາ​ສະ​ໜາ​ຈີນ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 10 ພະຈິກ ຢູ່​ທີ່​ປັກ​ກິ່ງ, ທ່ານ​ລິວ​ຈ້ຽນ​ເສົາ ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ພາກສ່ວນ​ກ່ຽວ​ຂ້ອງກັບ​ຈີນ​ໃນ "ບົດ​ລາຍ​ງານ​ເສລີພາບ​ດ້ານ​ສາ​ສະ​ໜາ​ສາ​ກົນ​ສົກ​ປີ 2005" ​ເຊິ່ງ​ແມ່ນກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ປະກາດ​ໃນ​ຫວ່າງ​ມໍ່ໆ​ນີ້ ​ໄດ້​ຕິ​ຕຽນນະ​ໂຍບາຍ​ສາສະໜາ​ແລະ​ສະພາບ​ເສລີພາບ​ດ້ານ​ສາສະໜາ​ຂອງ​ຈີນ​ຢ່າງ​ໄຮ້​ເຫດ​ຜົນ​ອີກ​ເທື່ອ​ໜຶ່ງ, ຢຽບ​ຢ່ຳຫຼັກມາດຖານ​ພື້ນຖານ​ຂອງ​ການ​ພົວພັນ​ລະຫວ່າງ​ຊາດ, ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ. ຝ່າຍ​ຈີນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ຮຸນ​ແຮງ​ແລະ​ເດັດດ່ຽວ​ຄັດ​ຄ້ານ.

ທ່ານ​ລິວ​ຈ້ຽນ​ເສົາ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງນັກ​ຂ່າວ​ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ. ທ່ານ​ກ່າວ​ວ່າ, ລັດຖະບານ​ຈີນ​ປົກ​ປັກ​ຮັກ​ສາ​ສິດ​ເສລີ​​ເຊື່ອ​ຖື​ສາສະໜາຂອງ​ພົນລະ​ເມືອງຕາມ​ກົດໝາຍ. ປະຊາຊົນ​ບັນດາເຜົ່າ​ແລະ​ບັນດາ​ທ້ອງ​ຖິ່ນ​ຂອງ​ຈີນ​ມີ​ສິດ​ເສລີ​ເຊື່ອ​ຖື​ສາສະໜາ​ຕາ​ມກົດໝາຍ. ກ່ຽວກັບ​ເລື່ອງ​ນີ້, ປະຊາ​ຊົນ​ຈີນ​ມີ​ສິດ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ຫຼາຍກວ່າ​ເພິ່ນ.