ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-10 21:07:07    
ການ​ເຈລະຈາ 6 ຝ່າຍ​ຮອບ 5 ກ່ຽວ
ກັບບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ສືບ
ຕໍ່ຫາລື​ແຜນການ​ລະອຽດ​ກ່ຽວ​ກັບ
ການຈັດຕັ້ງປະຕິບັດຖະແຫຼງການຮ່ວມ

cri Author: da


ຕາມ​ຂ່າວ cri: ວັນ​ທີ 10 ພະຈິກ ການ​ເຈລະຈາ 6 ຝ່າຍຮອບ 5 ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ໄດ້​ກ້າວ​ເຂົ້າສູ່​ມື້​ທີ​ສອງ,ຄະນະ​ຜູ່​ແທນ​ 6 ຝ່າຍ​ສືບ​ຕໍ່​ຫາລື​ແຜນການ​ລະອຽດ​ກ່ຽວ​ກັບ​ການ​ປະຕິບັດຈັດຕັ້ງ​ຖະ​ແຫຼ​ງການ​ຮ່ວມ.

ຕອນ​ເຊົ້າມື້​ດຽວ​ກັນ​ໄດ້​ຈັດ​ກອງ​ປະຊຸມ​ຫົວໜ້າ​ຄະນະ,ຄະນະ​ຜູ່​ແທນ 6 ຝ່າຍ​ໄດ້​ບັນ​ລະ​ຍາຍ​​ໂຄງ​ຄວາມ​ຄິດ​ເບື້ອງ​ຕົ້ນກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ"ຖະ​ແຫຼ​ງການ​ຮ່ວມ​ຂອງ​ການ​ເຈ​ລະ​ຈາ 6 ຝ່າຍ​ຮອບ 4".ຄະນະ​ຜູ່​ແທນ​ສ.​ເກົາຫຼີ​ກ່າວ​ໃນ​ກອງ​ປະຊຸມ​ວ່າ,​ແຜນການ​ປະຕິບັດ​ຄວນ​ສ້າງ​ຂຶ້ນພາຍ​ໃນ​ຂອບ"ຖະ​ແຫຼ​ງການ​ຮ່ວມ",​ໃນ​ຂະ​ບວນການຈັດຕັ້ງ​ປະຕິບັດ"ຖະ​ແຫຼ​ງການ​ຮ່ວມ",​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຊຶ່ງ​ກັນ​ແລະ​ກັນ,ມີ​ຄວາມ​ຈຳ​ເປັນຄົ້ນຄວ້າ​ການເຄື່ອນ​ໄຫວໄລຍະ​ຕົ້ນ.ຄະນະ​ຜູ່​ແທນ​ຍີ່ປຸ່ນ​ສະ​ເໜີ​​ໃຫ້ຕັ້ງໜ່ວຍ​ງານ,​ແຍກອອກ​ຄົ້ນຄວ້າ​ບັນຫາ​ປະ​ຖິ້ມ​ນິວ​ເຄຼຍ ກວດກາ​ນິວ​ເຄຼຍ ຊ່ອຍ​ເຫຼືອ​ສປປ​ເກົາຫຼີ​​ໃນ​ດ້ານ​ເສດຖະ​ກິ​ດ​ແລະ​ພະລັງງານ​ເປັນຕົ້ນ.

ຕອນ​ບ່າຍ​ມື້​ດຽວ​ກັນ,ຄະນະ​ຜູ່​ແທນ​ລະຫວ່າງຈີນກັບສປປ​ເກົາຫຼີ​ໄດ້​ຈັດການ​ຫາລື​ກັນ​ລະຫວ່າ​ງສອງ​ຕໍ່​ສອງ,ສືບ​ຕໍ່​ຫາລື​ແຜນການ​ລະອຽດ​ແຫ່ງ​ການຈັດຕັ້ງ​ປະຕິບັດ​ຖະ​ແຫຼ​ງການ​ຮ່ວມ.

ຕອນ​ຄ່ຳ​ມື້​ດຽວ​ກັນ,ຫົວໜ້າ​ຄະນະ​ຜູ່​ແທນຝ່າຍ​ຈີນຈະ​ຈັດ​ງານ​ລ້ຽງ​​ເຫຼົ້າເປັນ​ກຽດ​ແກ່​ບັນດາ​ຄະນະ​ຜູ່​ແທນ.