ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-10 21:03:56    
ທ່ານ​ບຸ​ສ​ເຫັນ​ວ່າການ​ພົວພັນອາ​ເມ​ລິ​ກາຈີນ​​ແມ່ນສຳ​ຄັນ​ແລະດີງາມ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ8 ພະຈິກ,​ໃນ​ເວລາ​ໃຫ້​ສຳພາດ​ຂອງ​ນັກ​ຂ່າວ​ຈີນ​,ຍີ່ປຸ່ນ​​ແລະ​ສ​ເກົາຫລີ,ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາກ່າວ​ວ່າ,ການ​ພົວພັນ​ລະຫວ່າງອາ​ເມ​ລິ​ກາ​ຈີນ​ແມ່ນ"ສຳຄັນ"​ແລະ"ດີງາມ",ທ່ານ​ຄອງ​ຄ່ອຍການ​ຢ້ຽມຢາມ​ຈີນ.

ທ່ານ​ບຸ​ສກ່າວ​ວ່າ,ການ​ຄ້າລະຫວ່າງ​ປະ​ເທດ​ທັງ​ສອງຈີນອາ​ເມ​ລິ​ກາ​ພວມ​ພັດທະນາ,ການ​ສົນທະນາ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ພວມ​ເພີ່ມທະວີ;ພ້ອມ​ກັນ​ນັ້ນ,ສອງ​ຝ່າຍ​ຍັງ​ມີ​ວຽກ​ງານ​ຫລວງຫລາຍ​ໃນ​ດ້ານ​ການ​ຮັກສາ​ສິດຊັບ​ສິນ​ທາງ​ປັນຍາ,ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ​ແລະ​ການ​ອະນຸມັດເຂົ້າ​ຕະຫລາດ​ເປັນ​ຕົ້ນ.ທ່ານ​ກ່າວ​ວ່າ,ການ​ພົວພັນລະຫວ່າງ​ປະ​ເທດ​ທັງສອງແມ່ນ​ສຳຄັນ​ແລະ​ສັບສົນ,"ຂ້າພະ​ເຈົ້າ​ຄອງ​ຄ່ອຍ​ພົບ​ປະທ່ານ​ຮູ​ຈີນ​ທ່າວ​ອີກ​ເທື່ອ​ຫນຶ່ງ,ປຶກສາ​ຫາລື​ບັນຫາ​ສຳຄັນທີ່​ສຸດ​​ເຫຼົ່ານີ້".

ທ່ານ​ບຸ​ສກ່າວ​ວ່າ,ນະ​ໂຍບາຍ​ຂອງ​ອາ​ເມ​ລິ​ກາ​ໃນ​ບັນ​ຫາ​ໄຕ້​ຫວັນ​ແມ່ນ​ສະ​ເຫ​ມີຕົ້ນ​ສະ​ເຫ​ມີປາຍ,ກໍ່​ແມ່ນ​ຍຶດຫມັ້ນ​ຈີນ​ດຽວ,​​ເຄົາລົບປະກາດ​ແຈ້ງ​ການ​ຮ່ວມ​​ຈີນ​ອາ​ເມ​ລິ​ກາສາມ​ສະບັບ​,ບໍ່​ສະຫນັບ​ສະ​ຫນູນ"​​ໄຕ້​ຫວັນ​ເປັນເອກະລາດ".