ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-10 21:35:48    
ໄທ​ໄດ້​ກາຍ​ເປັນ​ສູນ​ຈຳໜ່າຍ​ສິນ​ຄ້າ​ຈີນ(ສຽງ)

cri Author: da


ຄຽງ​ຄູ່​ກັບ​ການສ້າງເຂດ​ກາ​ຄ້າ​ເສລີ​ຈີນ​ອາ​ຊຽນ,ນັກ​ທຸລະກິດ​ຈີນ​ນັບ​ມື້​ນັບ​ຫຼາຍພາກັນ​ຢາກໄປ​ລົງທຶນ​ເຮັດ​ທຸລະ​ກິດ​ຢູ່​ໄທ.​ໃນ​ລາຍການ​​ເຂົ້າສູ່​ອາ​ຊຽນພາກ​ນີ້,​​ເຊີນ​ຟັງ​ບົດ​ສະ​ເໜີ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ໄທ​ໄດ້​ກາຍ​ເປັນ​ສູນ​ຈຳໜ່າຍ​ສິນ​ຄ້າ​ຈີນ.

ຕາມ​ຊາບວ່າ ​ໄທບາງກອກ​ມັກ​ສິນຄ້າ​ຈີນ​ທີ່​ສຸດ. ສະ​ເລ່ຍ​ແລ້ວ ​ໄທ​ບາງກອກປະມານ 35% ​ແຕ່ລະ​ເດືອນຈະ​ຕ້ອງຊື້​ສິນ​ຄ້າ​ຈີນ​​ເທື່ອ​ໜຶ່ງ.​ໃນ​ສິນ​ຄ້າ​ເຫຼົ່າ​ນີ້,ໝາກ​​ໄມ້​ແຫ້ງ ໝາ​ກ​ໄມ້​ສົດ ​ເຄື່ອງ​ຫຼິ້ນ​ປະ​ເພດລົດຍົນນ້ອຍ​ແລະມະນຸດ​ກົນ​ເປັນຕົ້ນ,ລູກ​ຄ້າ​ມັກ​ທີ່​ສຸດ.​ເພາະ​ວ່າ ສິນຄ້າ​ເຫຼົ່າ​ນີ້​ລາຄາ​ຖືກ,ທັງ​​ຄຸນ​ນະພາ​ບກໍດີ.

​ຕາມ​ຂໍ້​ມູນ​ສຳ​ຫຼວດຂອງ​ສູນ​ຄົ້ນຄວ້າ​ຊາວນາ​ໄທ​ຈີນສະ​ແດງ​ໃຫ້​ເຫັນ​ວ່າ,ປະຈຸ​ບັນ ບາງກອກ​ໄດ້​ກາຍ​ເປັນ​ສູນ​ຈຳໜ່າຍ​ສິນ​ຄ້າ​ຈີນ,ບໍ່​ວ່າ​ຈະແມ່ນ​ຕະຫຼາດທຳ​ມະ​ດາ ​ຫຼື​ຢູ່​ໃນ​ຮ້ານ​ຄ້າ​ໃຫຍ່ໆ,ລ້ວນ​ແຕ່ມີ​ສິນ​ຄ້າ​ຈີນວາງ​ຂາຍ.ຖະໜົນສຳ​ເພັ້ງ​ແລະ​ສະພານ​ເຫຼັກຂອງບາງກອກ,​ໄດ້​ກາຍ​ເປັນ​ຕະຫຼາດ​ຂາຍຍົກ​ສິນຄ້າ​ຈີນ​ທີ່ໃຫຍ່​ກວ່າ​ເພິ່ນ​ຢູ່ໄທ.ຄຽງ​ຄູ່​ກັບ​ການ​ສ້າງຕັ້ງ​ເຂດການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ແລະ​ແມ່ນ້ຳລ້ານ​ຊ້າ​ງ-​ແມ່ນ້ຳຂອງ​ເດີນ​ເຮືອ​ຢ່າງ​ເປັນ​ທາງ​ການ,ການ​ໄປມາຫາສູ່​ກັນ​ແລະ​ຮ່ວມ​ມື​ກັນທາງ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ໄທ​ກໍ​ແຮ່ງ​ຫຼາຍ​ກວ່າ​ເກົ່າ​.

ຢູ່​​ຕາມຖະໜົນ​ບາງ​ກອກ,ສິນຄ້າ​​ນ້ອຍ​ ຄືນ້ຳມັນ​ປົວ​ກະດູກທີ່​ຜະລິດ​ຢູ່ເມືອງ​ອີ້ຫຼິນ​ເຂດ​ກວາງຊີ​ຈີນ ກໍ​ມີ​ຂາຍ.ນີ້​ແມ່ນ​ຍ້ອນວ່າ ຄົນ​ໄທ​ມັກ​ຢາ​ທຳ​ມະ​ຊາດປະ​ເພດ​ນີ້​ທີ່​ສຸດ,​ໂດຍ​ສະ​ເພາະ​ແມ່ນ​ຢາ​​ຈີນ​​ປົວ​ພະຍາດ ຢາ​ຮັກສາ​ສຸຂະພາບ​ແລະ​ຢາ​ເສີມ​ສວຍ​ເປັນຕົ້ນ.ຢູ່​ໄທ​ແລະ​ຢູ່ປະ​ເທດ​ອາ​ຊຽນອື່ນໆ,​ຄົນ​ສ່ວນ​ຫຼາຍກໍຮູ້​ຈັກ​ຜົນການ​ປົວ​ພະຍາດ​ຂອງ​ແພດ​ສາດຈີນ​ແລະ​ຢາ​ຈີນ.ຮ້ານ​ຂາຍ​ຢາ​ຖົງ​ເຢິນຖາງ ຊຶ່ງ​ແມ່ນບໍລິສັດ​ຜະລິດ​ຢາ​ຈີນປັກ​ກິ່ງ​ໄດ້​ກຳ​ໂອກາດ​ດັ່ງກ່າວ,​ເປີດ​ຮ້ານ​ຂາຍ​ຢາ 10 ກວ່າ​ຮ້ານຢູ່​ບາງກອກ​ໄທ ກົວ​ລາ​ລຳ​ເປີ​​ມາ​ເລ​​ເຊຍ​ແລະ​ເມືອງ​​ໃຫຍ່ໆ​ຂອງ​ປະ​ເທດ​ອາ​ຊຽນອື່ນໆ.ປະຈຸ​ບັນ ​ຮ້ານ​ເຫຼົ່າ​ນີ້ຂາຍ​​ດີ​ຫຼາຍ​.

ຕາມ​ຊາບ​ວ່າ,ປະຈຸ​ບັນ ຂະ​ແໜງ​ການ​ເສດຖະກິດ​ຂອງ​ໄທ​ໄດ້​ຈະ​ເລີ​ນ​ຮຸ່ງເຮືອງຄືນ​ໃໝ່​ແລ້ວ.ອຸດ​ສາຫະກຳ​ລົດຍົນ  ເອ​ເລັກ​ໂຕຼນິກ​ແລະ​ເຄື່ອງ​ໄຟຟ້າ ການ​ປຸງ​ແຕ່ງ​ໂລຫະ ​ແລະ​ການ​ຜະລິດ​​ເບົ້າ​ແບບຂອງ​ໄທ​ລ້ວນ​​ແຕ່​ພັດທະນາ​​​ໄວຫຼາຍ,ຄວາມຕ້ອງການຈັກ​ສ່ຽນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງຫຼາຍ,​ໂດຍ​ສະ​ເພາະ​ແມ່ນຕ້ອງການ​ເຄື່ອງ​ອາ​ໄລ່​​ແລະ​ເຄື່ອງ​ປະກອບຂອງ​ຈັກ​ສ່ຽນທີ່​ສຸດ.​ໃນ​ສອງ​ປີ​ມາ​ນີ້,​ໄທ​ໄດ້​ນຳ​​ເຂົ້າ​ເຄື່ອງ​ອາ​ໄລ່​ ຊີກ​ສ່ວນແລະ​ເຄື່ອງປະກອບຂອງ​ຈັກ​ສ່ຽນ ຕົກ​ເປັນ​ມູນ​ຄ່າ​ປະມານ 200 ລ້ານ​ໂດ​ລາ,ກວມ​ຍອດ​ມູນ​ຄ່າສິນຄ້າ​ຂາ​ເຂົ້າຂອງ​ໄທປະມານ 30%.ປະຈຸ​ບັນ ​ເພື່ອກະ​ຕຸກ​ເສດຖະກິດ​​ໃຫ້ເພີ່ມ​ຂຶ້ນ,​ໄທ​ພວມກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຫຼາຍ​ແຫ່ງ.ສະນັ້ນ,ອຸປະກອນເຫຼັກ​ກ້າ ຊີມັງ ອຸປະກອນກໍ່​ສ້າງ​ ກົນ​ຈັກ​​ແລະ​ເຄື່ອງ​ຜະລິດ​ໄຟຟ້າຂອງ​ຈີນ​ໄດ້​ສົ່ງເຂົ້າໄທ​ຫຼາຍ​ກວ່າ​ເກົ່າ.

​ເຖິງ​ວ່າຂະ​ບວນການ​ຫັນ​ເປັນ​ອຸດສາຫະກຳ​ຂອງ​ໄທພັດທະນາ​ໄວ​ຫຼາຍ,​ແຕ່​ປະຈຸ​ບັນ ​ໄທ​ຍັງ​ແມ່ນ​ປະ​ເທດ​ກະສິກຳ​ຢູ່. ຍ້ອນ​ວ່າ​ ການ​ຜະລິດ​ຝຸ່ນ​ເຄມີ​ຍັງ​ບໍ່ຫຼາຍ,ສະນັ້ນ ຈຶ່ງ​ຕ້ອງ​ຊື້ຝຸ່ນ​ເຄມີ​ຊະນິດ​ຕ່າງໆຈາກ​ຕ່າງປະ​ເທດ​ປະມານ 6 ລ້ານ​ໂຕນ​ຕໍ່​ປີ,​ໃນ​ນັ້ນ ລວມທັງ​ຝຸ່ນ​ເຄມີ​ຂອງ​ຈີນ.

​ໄທ​ແມ່ນ​ປະ​ເທດ​ທີ່​ມີໝາກ​ໄມ້​ຫຼາຍ,ປະຈຸ​ບັນ ປະລິມານ​ບໍລິ​ໂພ​ກນ້ຳໝາກ​ໄມ້ຂອງ​ໄທ ສະ​ເລ່ຍຕໍ່​ຄົນ​ ​ມີ​ພຽງ​ແຕ່ 2 ລິດທໍ່​ນັ້ນ,ຕະຫຼາດມີ​ກຳລັງ​ບົ່ມ​ຊ້ອນອັນ​ໃຫຍ່​ຫຼວງ​.ພ້ອມ​ກັນນັ້ນ ​ໄທ​ມີ​ແຕ່​ໝາກ​ໄມ້​ແຖບ​ຮ້ອນ​,ບໍ່​ມີໝາກ​ໄມ້​​ແຖບ​ອຸ່ນ.ຫຼັງ​ຈາກຈີນ​ໄທ​ປະຕິບັດ​ນະ​ໂຍບາຍຍົກເວັ້ນ​ພາສີໝາກ​ໄມ້​ແລ້ວ, ໝາກ​ໄມ້​ແຖບ​ອຸ່ນຂອງ​ຈີນຄື ໝາກຈອງ ໝາກ​​ໂປ່ມ​ແລະ​ໝາກ​ເຊີ​ລີ​ເປັນຕົ້ນ,​ໄດ້​ສົ່ງ​ໄປ​ຂາຍ​ຢູ່​​ແຫ່ງ​ຕ່າງໆ​ຂອງໄທ​ຢ່າງ​ບໍ່​ຂາດ​ສາຍ.

ຍ້ອນ​​ໄທ​ພວມ​ສ້າງ​ໂຄງການ​​ພື້ນຖານ​​ໂຄງ​ລ່າງ​ຢ່າງ​ຕໍ່​ເນື່ອງ​ກັນ,ສະນັ້ນ,​ໄທ​ກໍ​​ໄດ້ກາຍ​ເປັນ​ຕະຫຼາດສຳຄັນ​ແຫ່ງໜຶ່ງ​ຂອງ​ຈີນ​ທີ່​ຮັບ​ເໝົາ​ກິດຈະການ​ຢູ່​ຕ່າງ​ປະ​ເທດ.​ຕາມ​ຂໍ້​ມູນເອກະ​ສານ​ຂອງ​ສະຖານທູດ​ຈີນ​ປະຈຳ​ໄທ​ສະ​ແດງ​ໃຫ້​ເຫັນ​ວ່າ,​ໂຄງການ​ກໍ່ສ້າງ​ທີ່​ບໍລິສັດຈີນ​ຮັບ​ເໝົາ​ຢູ່​ໄທ​ ​ໄດ້​ກ່ຽວ​ພັນ​ເຖິງ​ຫຼາຍ​ຂົງ​ເຂດ​ ຄື​ອຸດສາຫະກຳ​​ເຄຫະສະຖານ ທາງ​ຫຼວງ ຂົວ ​ຫຼໍ່ຫຼອມໂລຫະ​ ຊົນລະປະທານ ທ່າ​ເຮືອ ການລວງ​ຄອງ​ນ້ຳ ແລະ​​ເຈາະ​ສ້າງ​ເປັນຕົ້ນ,​​ເນື້ອ​ໃນ​ຂອງ​ຂໍ້​ຜູກ​ພັນ​ກໍ​ກວມ​ຫຼາຍ​ດ້ານ,​ເຊັ່ນ​ການ​ອອກ​ແບບ ​ໃຫ້​ຄຳ​ປຶກສາ ກໍ່ສ້າງ​ ການ​ສະໜອງ​ວັດຖຸ​ອຸປະກອນ ການຮ່ວມ​ມືຄຸ້ມ​ຄອງ​ແລະ​ອື່ນໆ.

ຜູ້​ຊ່ຽວຊານ​ທີ່​ກ່ຽວຂ້ອງ​ກ່າວ​ວ່າ,ຄຽງ​ຄູ່​ກັບ​​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ເລີ່​ມດຳ​ເນີນ​ງານຢ່າງຮອບດ້ານ,​ແລະ​ຈີນ​ໄທຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ນັບ​ມື້​ນັບ​ເພີ່ມ​ທະວີ​ຂຶ້ນ,ການ​ຮ່ວມ​ມື​ສອງ​ຕໍ່​ສອງ​ລະຫວ່າງ​ຈີນ​ກັບ​ໄທຍ່ອມ​ຈະ​ນຳ​ເອົາ​ໂອກາດ​ການ​ຄ້າ​ຫຼວງ​ຫຼາຍ​ມາໃຫ້​ນັກ​ທະລຸ​ກິດ​ຂອງ​ທັງ​ສອງ​ປະ​ເທດ.