ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-11 17:59:10    
ກອງ​ປະ​ຊຸມ​​ໄລຍະ​ທີ1​ຂອງ​ການ​ເຈ​ລະ
ຈາ​ຫົກ​ຝ່າຍ​ຮອບ​5​ສີ້ນ​ສຸດ​ລົງ

cri


ຕາມ​ຂ່າວcri:ວັນ11​ພະຈິກ,ກອງ​ປະຊຸມ​ໄລ​ຍະ​ທີ1​ຂອງ​ການ​ເຈລະຈາ​ຫົກ​ຝ່າຍ​ຮອບ5​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​​ແຫຼມ​ເກົາຫຼີ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໄດ້​ສິ້ນ​ສຸດ​ລົງ.​ ໃນກອງ​ປະຊຸມ​ຄົບ​ຄະນະ​ໃນ​​ມື້​ດຽວ​ກັນ,ທ່ານ​ອູ​ດ້າ​ເຫວີຍ​ຫົວໜ້າ​ຄະນະ​ຜູ່​ແທນ​ຈີນ​​​ໄດ້​ປະກາດ《ຖະ​ແຫຼງ​ການ​ປະທານ》ວ່າ,ບັນດາ​ຝ່າຍ​ຍິນ​ດີ​ຈັດ​ຕັ້ງ​ປະຕິບັດ《ຖະ​ແຫຼງ​ການ​ຮ່ວມ》ທີ່​ເຊັນ​ກັນ​ໃນ​ການ​ເຈລະຈາ​ຫົກ​ຝ່າຍ​ຮອບ4​ຢ່າງ​ກວມ​ລວມ, ບົນ​ພື້ນຖານ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແລະ​ລົບລ້າງ​ຂໍ້​ຂ້ອງ​​ໃຈ,ປະຕິບັດ​ຄຳ​ໝັ້ນ​ສັນຍາ​ລາຍ​ຕ່າງໆ​ໂດຍ​ແບ່ງ​ເປັນ​ປະ​ເພດ,ບັນລຸ​ຄວາມ​ດຸນ​ດ່ຽງ​ກັນ​ໃນ​ດ້ານ​ຜົນ​ປະ​ໂຫຍ​ດ,ກ້າວ​ເຖິງ​ຮ່ວມ​ມື​ກັນ​ຕ່າງ​ຝ່າຍ​ຕ່າງ​ໄດ້ຜົນ​ປະ​ໂຫຍດ.


《ຖະ​ແຫຼງການ​ປະທານ》ກ່າວ​ວ່າ,ບັນດາ​ຝ່າຍ​ໄດ້​ກ່າວຢ້ຳວ່າ,ຈະ​ອີງຕາມ​ຫຼັກ​ການ"ຄຳ​ໝັ້ນ​ສັນຍາ​ຕໍ່​ຄຳ​ໝັນ​ສັນ​ຍາ,ການ​ເຄື່ອນ​ໄຫວ​ຕໍ່​ການ​ເຄື່ອນ​ໄຫວ"ປະຕິ​ບັດ《ຖະ​ແຫຼງການ​ຮ່ວມ》ຢ່າງ​ຮອບດ້ານ​,ບັນ​ລຸ​ເປົ້າ​ໝາຍ​ໃຫ້​​ແຫຼມ​​ເກົາຫຼີ​ປອດ​ນິວ​ເຄຼຍທີ່​ກວດກາ​ໄດ້​ໂດຍ​ໄວ,ປົກ​ປັກຮັກ​ສາ​ສັນຕິ​ພາບ​ແລະ​ສະຖຽນ​ລະ​ພາ​ບຖາວອນ​ຂອງ​ແຫຼມ​ເກົາຫຼີ​ແລະ​​ເຂດ​ອາຊີ​ຕາ​ເວັນ​ອອກ​ສຽງ​ເໜືອ.ບັນດາ​ຝ່າຍ​ໄດ້​ຫາລື​ຕົກລົງ​ກັນ​ວ່າ​ຈະ​ຈັດກອງ​ປະຊຸມ​ໄລ​ຍະ​ທີ2​ຂອງ​ການ​ເຈລະ​ຈາ​ຫົກ​ຝ່າຍ​ຮອບ5​ໂດຍ​ໄວ.


ທ່ານອູຕ້າເຫວີຍ