ຕາມຂ່າວສານຊິນຮວາ: ວັນທີ 11 ພະຈິກ ຢູ່ທີ່ຮາໂນຍ, ທ່ານຢວນກຸ້ຍເຢີນ ຮອງລັດຖະມົນຕີກະຊວງສຶກສາທິການຈີນກັບທ່ານເຈິນວັນຢົງ ຮອງລັດຖະມົນຕີກະຊວງສຶກສາທິການແລະອົບຮົມຂອງຫວຽດນາມໄດ້ລົງນາມໃນ "ສັນຍາແລກປ່ຽນການສຶກສາລະຫວ່າງຈີນຫວຽດນາມແຕ່ປີ 2005 ຮອດປີ 2009", ຈຸດປະສົງແມ່ນໃນ 5 ປີຂ້າງໜ້າ ສອງປະເທດຈະສືບຕໍ່ຮ່ວມມືໃນຂົງເຂດການສຶກສາ.
ສັນຍາໄດ້ລະບຸໄວ້ວ່າ, ຈີນຫວຽດນາມຈະສົ່ງເສີມແລະສະໜັບສະໜູນມະຫາວິທະຍາໄລແລະສະຖາບັນຄົ້ນຄວ້າວິທະຍາສາດການສຶກສາຂອງສອງປະເທດດຳເນີນການແລກປ່ຽນແລະຮ່ວມມືໂດຍກົງ, ເພີ່ມທະວີການແລກປ່ຽນອາຈານແລະນັກສຶກສາ. ໃນດ້ານການສິດສອນພາສາຈີນກາງ, ແຕ່ລະປີ ຝ່າຍຈີນຈະສະໜອງຈຳນວນຜູ່ໄດ້ຮັບທຶນສຶກສາອັນແນ່ນອນໃຫ້ແກ່ຊຸດອົບຮົມຄູສອນພາສາຈີນກາງຂອງຝ່າຍຫວຽດນາມໃນໄລຍະພັກຮຽນລະດູຮ້ອນ, ແລະຮ່ວມມືກັບຝ່າຍຫວຽດນາມໃນດ້ານຮຽບຮຽງແບບຮຽນແລະອົບຮົມຄູສອນພາສາຈີນຢູ່ຫວຽດນາມ.
|