ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-11 18:13:29    
ເພື່ອນ​ມິດ​ໄທ​ຈັດ​ງາສະຫຼອງ​ຈີນ​ຍິງ​ສົ່ງ​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ເສິນ​ໂຈ່ວ​ເລກ 6 ຢ່າງ​ສຳ​ເລັດ​ຜົນ​

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 10 ພະຈິກ ຢູ່​ທີ່​ບາງກອກ, ສະມາຄົມມິດຕະພາບ​ໄທ​ຈີນ​ຂອງ​ໄທ ສະພາ​ຊຸກ​ຍູ້​ການ​ລົງທຶນ​ແລະການ​ຄ້າ​ໄທ​ຈີນ​ແລະ​ສະມາຄົມ​ວັດທະນະທຳ​ເສດ​ຖະ​ກິດ​ໄທ​ຈີນ​ໄດ້​ຈັດ​ງານສະຫຼອງຈີນ​ຍິງ​ສົ່ງ​ຍານ​ອະວະກາດບັນທຸກ​ຄົນ​ເສິນ​ໂຈ່​ວ​ເລກ 6 ​ຢ່າງ​ສຳ​ເລັດ​ຜົນ. ທ່ານ​ຊະ​ວະລິດ ຍົງ​ໃຈ​ຍຸດ ອະດີດ​ນາຍົກລັດຖະມົນຕີ​ໄທ​ແລະ​ທ່ານ​ຈ່າງ​ຈິ​ວ​ເຫິງ ​ເອກ​ອັກ​ຄະ​ລັດ​ຖະທູດ​ຈີນ​ປະຈຳ​ໄທ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນງານ​ສະຫຼອງ.

​ໃນ​ງານ​ສະຫຼອງ, ຝ່າຍ​ໄທ​ໄດ້​ສາຍ​ພາບ​​ຍານ​ອະວະກາດ​ເສິນ​ໂຈ່​ວ​ເລກ 6 ກັບ​ຄືນ​ໜ່ວຍ​ໂລກ​ຄືນ​ໃໝ່​ດ້ວຍ​ຈໍ​ກວ້າງ, ​ຜູ່​ຮ່ວມ​ງານ​ໄດ້​ຕົບມື​ຢ່າງ​ຟົດຟື້ນຫຼາຍ​ເທື່ອ.

​ເຈົ້າໜ້າ​ທີ່​ຝ່າຍ​ທະຫານ ​ເຈົ້າໜ້າ​ທີ່​ກະຊວງກະລາໂຫມຂອງໄທ ຄົນ​ໄທ​ເຊື້ອສາຍ​ຈີນ ຊາວ​ຈີນ​ຕ່າງ​ດ້າວ​ທີ່​ອາ​ໄສ​ຢູ່​ໄທ​ແລະ​ເຈົ້າໜ້າ​ທີ່​ການ​ທູດ​ຈີນ​ປະຈຳ​ໄທຫຼາຍຮ້ອຍ​ຄົນ​ໄດ້​ເຂົ້າ​ຮ່ວມ​ງານ​ສະ​ຫຼອງທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ.