ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-12 20:13:43    
ເວ​ທີ​ປາ​ໄສ​ລັດ​ຖະ​ມົນ​ຕີ​ວັດ​ທະ​ນະ​ທຳ​ອາ​ຊີ​ອັດ​ປະ​ຊຸມ

cri
ຕາມ​ຂ່າວສານ​ຊິນ​ຮວາ,ກອງ​ປະຊຸມ​ເວທີ​ປາ​ໄສ​ລັດຖະມົນຕີ​ກະຊວງ​ວັດທະນະທຳ​ອາຊີ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​​ໂຟຊ່ານ​ແຂວງ​ກວ່າ​ງຕຸ້ງ ພາກ​ໃຕ້​ຂອງ​ຈີນ​ໄດ້​ອັດ​ລົງ​ແລ້ວ​ໃນ​ວັນ​ທີ12​ພະ​ຈິກ.​ລັດ​ຖະ​ມົນ​ຕີ​ກະ​ຊວງ​ວັດ​ທະ​ນະ​ທຳ​ຂອງ​22​ປະ​ເທດ​ອາ​ຊີ​ໄດ້​ຮ່ວມ​ກັນ​ຜ່ານ​ຮັບ​ຮອງ​ແລະ​ລົງ​ນາມ​​ໃນ​ຄຳ​ຖະ​ແຫຼ​ງການ​ໂຟຊ່ານ.ຄຳ​ຖະ​ແຫຼ​ງການ​ກ່າວ​ວ່າ,​ບັນ​ດາ​ປະ​ເທດ​ຍິນ​ດີ​ສຸມ​ໃສ່​ການ​ຊຸກ​ຍູ້​ການ​ແລກປ່ຽນ​ວັດທະນະທຳ​ແລະ​ການ​ສົນ​ທະ​ນາ​ລະ​ຫວ່າງ​ອາ​ລະ​ຍະ​ທຳ​ທີ່​ຕ່າງ​ກັນ​ບົນ​ພື້ນ​ຖານ​ສະ​ເໝີ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າ​ງມີ​ຜົນ​ປະ​​ໂຫຍ​ດ.

ຄຳ​ຖະ​ແຫຼ​ງການ​ຊີ້​ອອກ​ວ່າ,ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​ມີ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ​ແລະ​ການ​ພັດທະນາ​ຂອງ​ປະ​ເທດ​ອາຊີ,ສະ​ນັ້ນ,ບັນດາ​ປະ​ເທດ​ຈະ​ລົງ​ເລິກ​ຄວາມ​ເຂົ້າ​ໃຈ​ແລະຄວາມ​ຊົມ​ເຊີຍ​ຕໍ່ວັດທະນະທຳ​ຂອງກັນ,​ເພີ່ມ​ທະວີ​ການ​ປະສານ​ງານ​ແລະ​ລຸ​ລ່ວງ​ລະ​ຫວ່າງ​ພາກ​ສ່ວນ​ວັດທະນະທຳ​ຂອງ​ລັດຖະບານ,ສົ່ງ​ເສີມ​ສິລະປິນ​ແລະ​ຄະນະ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ດຳ​ເນີນ​ການ​ແລກ​ປ່ຽນ​ວັດ​ທະນະ​ທຳ.

ກອງ​ປະຊຸມ​ເວທີ​ປາ​ໄສ​ລັດຖະມົນຕີ​ກະຊວງ​ວັດທະນະ​ທຳ​ອາຊີ​ເທື່ອ​ນີ້​ມີ​ຫົວ​ຂໍ້​ວ່າ:​ອາ​ຊີ​ວັດ​ທະ​ນະ​ທຳ​.