ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-13 18:45:17    
ທ່ານ​ອານ​ນານ​ກ່າວ​ວ່າ,​ສະ​ໜັບ​ສະ​ໜູນ​ຄວາມ​ປອງ​ດອງ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ຂອງ​ອີ​ຣັກ

cri Author: zhangshuo

ຕາມ​ຂ່າວCRI:ວັນ​ທີ12​ພະ​ຈິກ,ຢູ່​ແບກ​ແດດ,ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ,ສະໜັບສະໜູນຂໍ້​ລິ​ເລີ່ມ​ຂອງ​ສັນນິບາດ​ປະ​ເທດ​ອາ​ລາບກ່ຽວ​ກັບການ​ບັນ​ລຸ​ຄວາມ​ປອງ​ດອງ​ກັນ​ລະຫວ່າງ​ປະຊາຊົນ​ທຸກ​ຊັ້ນຂອງອີຣັກ.


ທ່ານອານນານຖ່າຍຮູບນຳນັກຂ່າວອີຣັກ

​ພາຍຫຼັງ​​ເຈລະຈາ​ກັບ​ທ່ານ​ອີ​ບຼາຮິມ ອານ ຈາ​ຟາ​ລີ ນາຍົກລັດຖະມົນຕີລັດຖະບານ​ຂ້າມ​ຜ່ານ​ອີຣັກ​ໃນ​ວັນ​ທີ12​ພະຈິກ,ທ່ານ​ອານນານ​​​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ວ່າ,ຄວາມ​ປອງ​ດອງ​ກັນ​ແມ່ນ​ສຳຄັນ​ທີ່​ສຸດ​ຕໍ່​ປະຊາຊົນ​ອີຣັກທຸກ​ຖ້ວນ​ໜ້າ.ທ່ານ​ຍັງ​ກ່າວ​ເນັ້ນວ່າ,ຂະ​ບວນວິວັດ ການ​ເມືອງຂອງ​ອີຣັກຄວນ​ຮອບດ້ານ​ແລະ​​ໂປ່​ງໃສ.

ທ່ານ​ອານ​ນານ​​ແມ່ນຂີ່​ຍົນຈາກ​ອຳ​ມານ ນະຄອນ​ຫຼວງຊອກ​ດາ​ນີບິນ​ໄປ​ຮອດ​ແບກ​ແດດ​ໃນ​ຕອນ​ເຊົ້າວັນ​ທີ12​ພະຈິກ,ຢ້ຽມຢາມ​ອີຣັກຢ່າງ​ກະທັນຫັນ.ນີ້​ແມ່ນ​ທ່ານ​ຢ້ຽມຢາມ​ອີ​ຣັກ​ຄັ້ງ​ທຳ​ອິດ​ພາຍຫຼັງອາ​ເມ​ລິ​ກາ​ກໍ່​ສົງຄາມ​ອີຣັກ​ໃນ​ປີ2003​.