ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-13 20:29:41    
ທ່ວງທ່າ​ປ່ຽນ​ແປງ​ດ້ານ​ຝົນ​ຕົກ​ຂອງ​ຈີນ​ໃນ​30​ປີ​ມາ​ນີ້​ບໍ່​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່

cri
ຕາມ​ຂ່າວສານ​ຊິນ​ຮວາ,ການ​ຄົ້ນຄວ້າ​ຫຼ້າ​ສຸດ​ຂອງ​ນັກ​ຄົ້ນຄວ້າ​ວິທະຍາສາດ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ,​ປະລິມານ​ຝົນຕົກ​ທີ່​ຄິດສະ​ເລ່ຍ​ໃນ30​ປີ​ມາ​ນີ້​ຂອງ​ຈີນ​ບໍ່​ມີ​ການ​ປ່ຽນ​ແປງ​ຢ່າງ​ເດັ່ນ​ຊັດ.

ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ,​ເວົ້າ​ສຳລັບ​ທົ່ວ​ປະ​ເທດ​​ແລ້ວ,​ປະລິມານ​ຝົນຕົກ​ທີ່​ຄິດ​ສະ​ເລ່ຍ​ຂອງ​ຈີນ​ເມື່ອ​ຫຼຸດ​ລົງຮອດ​ຈຸດ​ຕ່ຳ​ທີ່​ສຸດ​ໃນ​ຊຸມ​ປີ70​ສະຕະວັດ​ແລ້ວນີ້​ແລ້ວ,ຈົນ​ຮອດ​ປັດ​ຈຸ​ບັນ​ກໍ​ບໍ່​ໄດ້​ມີ​ການ​ປ່ຽນ​​ແປງ​ຢ່າງ​ເດັ່ນ​ຊັດ.​ແຕ່​ປະລິມານ​ຝົນຕົກຂອງ​ແຫ່ງ​ຕ່າງໆ​ໄດ້​ປະ​ກົດ​ມີ​ທ່ວງ​ທ່າ​ປ່ຽນ​ແປງ​ທີ່​ຕ່າງ​ກັນ.​ຢູ່ເຂດ​ຊິນ​ຈ່ຽງ​ແລະ​ພູ​ສີ​ລຽນ ​ທີ່​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ,​ເຂດ​ພາກ​ຕາ​ເວັນ​ອອກສຽງ​ເໜືອ,ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງພູ​ພຽງ​ຊິງ​ຫາຍ​ຕິ​ເບ​ດ​ແລະ​ເຂດ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ,ປະລິມານ​ຝົນຕົກ​ມີ​ທ່ວງທ່າ​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.​ຢູ່​ພາກ​ກາງ​ຂອງ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​​ເໜືອ​​, ພາກ​ຕາ​ເວັນ​ຕົກ​ສຽ​ງ​ໃຕ້​ຂອງ​ພູ​ພຽງ​ຊິງ​ຫາຍ​ຕິ​ເບ​ດ,​ເຂດ​ພາກ​ກາງ​ຮອດ​ພາກ​​ເໜືອ​ຂອງ​ຈີນ,ປະລິມານ​ຝົນຕົກມີ​ທ່ວງທ່າ​ຫຼຸດ​ໜ້ອຍ​ລົງ​ຢ່າງ​ເດັ່ນ​ຊັດ.