ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-13 20:29:35    
ຊອກ​ດາ​ນີ​ຢືນ​ຢັນ​ວ່າ​ອົງ​ການ​ອານ​ເຄ​ດາ​ສາ​ຂາ​ອີ​ຣັກ​ໄດ້​ກໍ່​ເຫດ​ການ​ລະ​ເບີດ​ໂຮງ​ແຮມ​ສາມ​ຫຼັງ

cri
ຕາມ​ຂ່າວCRI,ວັນ​ທີ12​ພະ​ຈິກ,ຢູ່​ອຳ​ມານ ນະຄອນຫຼວງ​ຊອກ​ດາ​ນີ,ທ່ານ​ມາ​ເຊີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ໂຄສົກ​ລັດຖະບານ​ຊອກ​ດາ​ນີ​ໄດ້​ຢືນຢັນ​ວ່າ,ອົງການ​ອານ​ເຄດາ​ຈີ​ຮັດ​ຂອງ​ອີ​ຣັກ​ທີ່​ນຳ​ໂດຍ​ທ່ານ​ຈາ​ຄາວີ​ໄດ້​ຈັດ​ຕັ້ງ​ວາງ​ແຜນ​ແລະ​ກໍ່​ເຫດ​ການ​ລະ​ເບີດ​ລຽນ​ຕິດ​ຢູ່​ໂຮງ​ແຮມ​ສາມ​ຫຼັງ​ຂອງ​ອຳ​ມານ​ໃນ​ວັນ​ທີ9​ພະຈິກ.

ມື້​ດຽວ​ກັນ,ທ່ານ​ມາ​​ເຊີ​ກ່າວ​ວ່າ,ຜູ່​ຫຼອນ​ໂຈມ​ຕີ3​ຄົນ​ທີ່​ປະ​ຕິ​ບັດ​ການ​ລະ​ເບີດ​ແບບ​ຂ້າ​ໂຕ​ຕາຍ​ນັ້ນ​ແມ່ນ​ຜູ່​ຊາຍໝົດ,ພວກ​ເຂົາ​ເຈົ້າ​ລ້ວນ​ແຕ່​ບໍ່​ແມ່ນ​ຊາວ​ຊອກ​ດາ​ນີ.

ທ່ານ​ຍັງ​ກ່າວ​ວ່າ,ປັດຈຸບັນ,ຝ່າຍ​ຕຳຫຼວດ​ຊອກ​ດາ​ນີຍັງ​ຄົງ​​ໄຕ່​ສວນ​ຜູ່​ຕ້ອງ​ຫາ​12​ຄົນ​ທີ່​ຖືກ​ສົງ​ໄສ​​ໄດ້​ກໍ່​ການ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ສາມ​ລາຍ​ນີ້,​ແຕ່​ວ່າ​ຜູ່​ຕ້ອງ​ຫາ​ກໍ່​ຄະດີ​ລະ​ເບີດ​ສ່ວນ​ຫຼາຍ​ເຊິ່ງລວມທັງ​ຊາວ​ຊອກ​ດາ​ນີ​ແລະ​ຊາວ​ອີ​ຣັກ​ທີ່​ຝ່າຍ​ຕຳ​ຫຼວດ​ຈັບ​ ​ກ່ອນ​ໜ້າ​ນີ້​ຈະ​ຖືກ​ປ່ອຍ​ຕົວ​ໃນ​ໄວໆ​ນີ້.