ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-14 10:15:20    
ຊອກ​ດາ​ນີ​ຢືນ​ຢັນ​ຖາ​ນະ​ຂອງ​ຜູ່​ຫຼອນ​ໂຈມ​ຕີ​ດ້ວຍ​ລູກ​ລະ​ເບີດ​ກໍ່​ການ​ຮ້າຍ​ຢູ່​ອຳ​ມານ

cri
ຕາມ​ຂ່າວCRI,ວັນ​ທີ13​ພະຈິກ,ຢູ່​ອຳ​ມານ,ທ່ານ​ມາ​ເຊີ ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ໂຄສົກ​ລັດຖະບານ​ຊອກ​ດາ​ນີປະກາດ​ວ່າ,ຜູ່ກໍ່​ການລະ​ເບີດ​ແບບ​ກໍ່​ການຮ້າຍທີ່​ສະຫຼະ​ຊີບ​ລຽນຕິດ​ຢູ່​ອຳ​ມານ​ໃນ​ວັນ​ທີ9​ພະຈິກ​ລ້ວນ​ແຕ່​ແມ່ນ​ຊາວ​ອີຣັກ,​ເຊິ່ງຂຶ້ນ​ກັບ​ອົງການ​ອານ​ເຄດາ​ຈີ​ຮັດ​ຂອງ​ອີຣັກທີ່​ນຳ​ໂດຍ​ທ່ານ​ຈາ​ຄາວີ.

ຜູ່ຕ້ອງຫາກໍ່ການລະເບີດທີ່ຖືກຈັບຕົວ

ໃນ​ງານ​ຖະ​ແຫຼ​ງຂ່າວ,ທ່ານ​ມາ​ເຊີ​ຍັງ​ໄດ້​ປະກາດ​ຊື່​ແລະ​ນາມສະກຸນ,ອາຍຸ​ຂອງ​ຜູ່​ກໍ່​ການລະ​ເບີດ.​ທ່ານ​ກ່າວ​ວ່າ,ວັນ​ທີ5​ພະຈິກ,ມີ​ຜູ່​ກໍ່​ການລະ​ເບີດ​ສະຫຼະ​ຊີບ4​ຄົນ​ ​ຖື​ປັສ​ປໍ​ອີ​ຣັກ​ປອມ​ຈາກ​ອີ​ຣັກ​ເຂົ້າ​ ​ຊອກ​ດາ​ນີ.​ໃນ​ນັ້ນ,ຜູ່​ຊາຍ​ສາມ​ຄົນ​ໄດ້​ຕາຍໃນ​ການກໍ່​ການລະ​ເບີດ​ສະ​ຫຼະ​ຊີບ​ເມື່ອ​ວັນ​ທີ​9​ພະຈິກ,​ແມ່ຍິງ​ຜູ່​ໜຶ່ງ​​ເປັນເມ​ຍຂອງຄົນ​ໜຶ່ງ​ໃນ3​ຄົນ​ດັ່ງກ່າວ.ຍ້ອນ​ວ່າ​ໃນ​ຄາວ​ນັ້ນ,​ນາງ​ບໍ່​ໄດ້​ແກະ​ລະ​ເບີດ​ທີ່​ຕິດ​ຕົວ​​ແລ້ວ​ໜີ​ຈາກ​ບ່ອນ​ລະ​ເບີດ.​ປັດ​ຈຸ​ບັນ,​ນາງ​ຖືກ​ອົງ​ການ​ຄວາມ​ໝັ້ນ​ຄົງ​ຂອງ​ຊອກ​ດາ​ນີຈັບ​ຕົວ​ແລ້ວ.

ຜູ່ຕ້ອງຫາກໍ່ການລະເບີດມັດເຄື່ອງລະເບີດໃສ່ແອວ