ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-14 10:26:01    
ເຮັດ​ແນວ​ໃດ​ຈິ່ງ​ສາມາດ​ເອົາ​ຊະນະ​ໃນ​ການ​ແຂ່ງ​ຂັນ(ສຽງ)

cri



ດຳລົງ​ຊີວິດ​ໃຈ​ສັງຄົມ​ຍຸກ​ປະຈຸ​ບັນ, ​​ບ່ອນ​ໃດ​ກໍ​​ເຕັມ​ໄປ​ດ້ວຍ​ການ​ຊ່ວງ​ຊິງແຂ່ງຂັນ, ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ​ເຊື່ອ​ວ່າ, ບົນ​ເສັ້ນທາງ​​ເຕີບ​ໂຕ​ຂອງ​ທ່ານ, ທ່ານກໍ່​ເຄີຍ​ປະສົບ​ການ​ແຂ່ງຂັນນ້ອຍໆ​ໃຫຍ່​ໆ​ບໍ່​ໜ້ອຍ​ກັນ​ຕິ​ເນາະ. ທຸກ​ຄົນ​ກໍ່​ຫວັງ​ຢາກ​ໃຫ້ຕົນ​​ເອງ​ເປັນຝ່າຍ​ຊະນະ​, ຕໍ່​ໄປ, ສົມບູນ​ຈະ​ເລົ່າ​ເລື່ອງ​ໜຶ່ງ​ກ່ຽວ​ກັບ​ເຮັດ​ແນວ​ໃດ​ຈິ່ງ​ສາມາດ​ເອົາ​ຊະນະ​ໃນ​ການ​ແຂ່ງ​ຂັນ​ສູ່​ທ່ານ​ຟັງ:

ມີ​ນັກ​ມວຍ​ທີ່​ເກັ່ງ​ກ້າ​ຜູ້​ໜຶ່ງ​ໄປ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຊີງ​ລາງວັນ, ​ເຂົາ​ແນ່​ໃຈ​ວ່າ​ຕົນ​ເອງ​ຈະ​ຕ້ອງ​ຊະນະ​ຕ້ອງ​ຊິງ​​ໄດ້​ແຊມປຽນ​ແນ່ນອນ. ​ແຕ່​ບໍ່​ໄດ້​ຄຶດ​ເລີຍ​ວ່າ, ​ໃນ​ການ​ແຂ່ງຂັນ​ຮອບ​ສຸດ​ທ້າຍ, ​ເຂົາ​ໄດ້​ພົບ​ຄູ່​ແຂ່ງຂັນ​ຜູ້​ໜຶ່ງທີ່​ມີ​ກຳລັງ​ພໍ​ປານ​ກັນ​ເຂົາ, ສອງ​ຝ່າຍ​ຕ່າງ​ຊົກ​ຕ່ອຍ​ກັນ​ສຸດ​ແຮງ​ຂອງ​ຕົນ, ​ເມື່ອ​ຊົກ​ໄປ​ໄລຍະ​ໜຶ່ງ, ນັກ​ມວຍ​ຜູ້​ນີ້​ປະກົດ​ວ່າ, ຕົນ​ເອງ​ບໍ່​ສາມາດ​ຈັບ​ຈຸດ​ອ່ອນ​ຂອງ​ຄູ່​ແຂ່ງຂັນ, ​ແຕ່​ວ່າ​ຄູ່​ແຂ່ງຂັນ​ຜູ້​ນັ້ນ​ພັດ​ສາມາດ​ບຸກຊ່ອງ​​ໂຫວ່ຂອງ​ຕົນ​ໄດ້.

​ໃນ​ທີ່​ສຸດ, ນັກ​ມວຍ​ຜູ້​ນີ້​ເສຍ, ​ເຂົາ​ໄດ້​ເສຍ​ຂັນ​ແຊມ​ປຽນ​ທີ່​ຕົນ​ຄອງ​ມາ.

ຕໍ່​ມາ, ​ເຂົາ​ໄດ້​ໄປ​ຫາ​ພໍ່​ຄູ​ຂອງ​ຕົນ, ​ແລ້ວ​ສະ​ແດງ​ການ​ຊົກ​ຕ່ອຍ​ກັບ​ຄູ່​ແຂ່ງຂັນ​ເທື່ອ​ນີ້​ໃຫ້​ພໍ່​ຄູ​ເບິ່ງ, ຫວັງ​ຢາກ​ໃຫ້​ພໍ່​ຄູ​ຊ່ອຍ​ຈັບ​ຈຸດ​ອ່ອນ​ຂອງ​ຄູ່​ແຂ່ງຂັນ, ​ຫາ​ວິທີ​ເອົາ​ຊະນະ​ຄູ່​ແຂ່ງຂັນ​ແລະ​ຕັດສິນ​ໃຈ​ຈະ​ເອົາ​ຊະນະ​ຜູ້​ນັ້ນ​ໃນ​ການ​ແຂ່ງຂັນ​ເທື່ອ​ໜ້າ, ຍາດ​ເອົາ​ຂັນ​ແຊມ​ປຽນ​ຄືນ​ມາ.

ເມື່ອ​ພໍ່​ຄູ​ຟັງ​ແລ້ວ​ກໍ​ຍີ້ມຊື່ໆ, ບໍ່​​ເວົ້າ​ຫຍັງ, ມີ​ແຕ່​ຂີດ​ເສັ້ນ​ຊື່​ເສັ້ນ​ໜຶ່ງ​ຢູ່​ໜ້າດິນ, ​ແລະ​ໃຫ້​ນັກ​ມວຍ​ຜູ້​ນີ້​ຊອກ​ຫາ​ວິທີ​ເຮັດ​ໃຫ້​​ເສັ້ນ​ຊື່​ເສັ້ນນີ້ສັ້ນ​ເຂົ້າ​ແຕ່​ບໍ່​ໃຫ້​ລຶບ​ຖິ້ມ.

ນັກມວຍ​ເກັ່ງ​ຜູ້​ນີ້​ຄິດ​ໄປ​ຄິດ​ມາ​ເຮັດ​ຈັ່ງ​ໃດ​ກໍ​ບໍ່​ເຂົ້າ​ໃຈ, ມັນ​ຈະ​ເປັນ​ໄປ​ໄດ້​ແນວ​ໃດ, ​ເສັ້ນ​ຊື່​ເສັ້ນ​ນີ້​ຈະ​ສັ້ນ​ເຂົ້າ​ໂດຍ​ບໍ່​ລຶບ​ມັນ​ຖິ້ມ​ສ່ວນ​ໜຶ່ງ. ສຸດ​ທ້າຍ, ​ເຂົາ​ຂໍ​ຍອມແລ້ວຂໍ​ຮຽນ​ນຳ​ພໍ່​ຄູ.

ພໍ່​ຄູ​ເລີຍ​ຂີດ​ອີກ​ເສັ້ນ​ໜຶ່ງ​ຍາວ​ກວ່າ​ໃສ່ຂ້າງ​ເສັ້ນ​ເກົ່າ.​ ​ເມື່ອ​ທຽບ​ກັນ​ແລ້ວ, ກໍ່​ຮູ້ສຶກ​ວ່າ​ເສັ້ນ​ເກົ່າ​ສັ້ນ​ກວ່າຫຼາຍ.

ພໍ່​ຄູ​ເວົ້າ​ວ່າ, ຢາກ​ຍາດ​ເອົາ​ແຊມ​ປຽນ, ບໍ່ພ​ຽງ​ແຕ່​ຕ້ອງ​ຮູ້​ຕີ​ຈຸດ​ອ່ອນ​ຂອງ​ຝ່າຍ​ກົງກັນຂ້າມ​ທໍ່​ນັ້ນ, ກໍ​ຄື​ກັບ​ເສັ້ນ​ສອງ​ເສັ້ນ​ນີ້, ມີ​ແຕ່​ເຈົ້າ​ເອງ​ເກັ່ງ​ກວ່າ, ຄູ່​ແຂ່ງຂັນ​ກໍ່​ຈະ​ຄື​ກັບ​ເສັ້ນ​ທີ່​ແຕ້ມ​ໄວ້​ກ່ອນ, ​ເມື່ອ​ທຽບ​​ໃສ່​ກັນ​ແລ້ວ, ມັນ​ກໍ່​ຈະ​ສັ້ນ​ກວ່າຫຼາຍ. ​ເຮັດ​ແນວ​ໃດ​ໃຫ້​ຕົນ​ເອງ​ເຂັ້ມ​ແຂງ​ກວ່າ​ຈຶ່ງ​ແມ່ນ​ກົກ​ຮາກຂອງ​ການ​ຝຶກ​ແອບ​ຂອງ​ເຈົ້າ.

ບົນ​ເສັ້ນທາງ​ຍາດ​ແຍ່ງ​ເອົາ​ໄຊຊະນະ​ນັ້ນ, ມີ​ຄວາມ​ລຳບາກ​ແລະ​ອຸປະສັກຫຼາກ ຫຼາຍທີ່​ພວກ​ເຮົາ​ຕ້ອງ​ຂ້າມ​ຜ່ານ, ຕ້ອງ​ໄປ​ຜາບ​​ແພ້. ທຳ​ມະ​ດາ​ແລ້ວ, ຈະ​ມີ​ສອງ​ຊ່ອງ​ທາງ:

ທາງ​ໜຶ່ງ​ແມ່ນ​ຖື​ການ​ບຸກ​ໂຈມ​ຕີ​ຈຸດ​ອ່ອນ​ຂອງ​ຄູ່​ແຂ່ງຂັນ​ເປັນ​ຈຸດ​ໜັກ. ຄື​ນັກ​ມວຍ​ໃນ​ເລື່ອງ​ດັ່ງກ່າວ, ຢາກ​ຊອກ​ຫາ​ຈຸດ​ອ່ອນ​ຂອງ​ຄູ່​ແຂ່ງຂັນ​, ​ແລ້ວ​ໃຊ້​ໝົດ​ແຮງ​ໂຈມ​ຕີ​ໃຫ້​ຖືກ​ບ່ອນ, ​ແກ້​ໄຂ​ບັນຫາ​​ໂດຍ​ໄວ​ດ້ວຍ​ເຕັກນິກຫຼືວິທີ​ທີ່​ຮຸນ​ແຮງ​ທີ່​ສຸດ​ໂດຍ​ກົງ.

ອີກ​ທາງ​ໜຶ່ງ​ກໍ່​ແມ່ນ, ​ເພີ່ມ​ກຳລັງ​ແຮງ​ຂອງ​ຕົນ​ຢ່າງຮອບດ້ານ, ຊຶ່ງ​ກໍ່​ແມ່ນ​ວິທີ​ທີ່​ພໍ່​ຄູ​ສອນ​ໃຫ້ ຄື, ​ຍິ່ງ​ເອົາ​ໃຈ​ໃສ່ນຳ​ການ​ເຮັດ​ໃຫ້​ຕົນ​ເອງ​ເຕີບ​ໃຫຍ່​ເຂັ້ມ​ແຂງ​ກວ່າ​ເກົ່າ​ໃນ​ດ້ານ​ຄຸນສົມບັດ, ສະຕິ​ປັນຍາ, ​ແລະ​ກຳລັງ​ຕົວ​ຈິງ, ​ແກ້​ໄຂ​ບັນຫາ.

ໃນ​ໂລກ​ນີ້, ບ່ອນ​ໃດ​ກໍ່​ມີ​ການ​ແຂ່ງຂັນ, ​ແຕ່​ການ​ສອບ​ເສັງ​ຂອງ​ນັກຮຽນ, ຮອດ​ການທ​ຽບກຳລັງ​ລະຫວ່າງ​ປະ​ເທດ. ຄວາມ​ບູຮານ​ຈີນ​ເວົ້າ​ວ່າ: ພາຍ​ເຮືອ​ຂຶ້ນ​ແກ້ງ, ຄັນ​ບໍ່​ຂຶ້ນ​ກໍ​ຕ້ອງ​ຖອຍ. ບາງ​ເທື່ອ, ​ໃນ​ເວລາ​ສອງ​ຄົນ​ແຂ່ງຂັນ​ກັນ​ນັ້ນ, ບໍ່​ແມ່ນ​ວ່າ​ເຮົາ​ເອງ​ລະດັບ​ບໍ່​ສູງ, ​ເມື່ອ​ທຽບ​ໃສ່​ແຕ່​ກ່ອນ​ແລ້ວ, ​ເຮົາ​ອາດ​ຈະ​ບໍ່​ໄດ້​ຖອຍຫຼັງ, ​ແຕ່​ວ່າ, ຖ້າ​ຄູ່​ແຂ່ງຂັນ​ຂອງ​ເຮົາ​ກ້າວໜ້າ​ແລ້ວ, ​ເມື່ອ​ທຽບ​ໃສ່​ກັນ, ກໍ່​ທໍ່​ກັບ​ຝ່າຍ​ເຮົາ​ອ່ອນ​ກວ່າ​, ກໍ່​ຈະ​ຢູ່​ໃນ​ທ່າ​ອ່ອນ​, ແລ້ວອາດ​ຈະ​ເສຍ​ໄຊ. ​ເມື່ອ​ທຽບ​ໃສ່​ວິທີ​ທີ່​ມີ​ແຕ່​ຄຶດ​ຢາກ​ຊອກ​ຫາ​ໂຈມ​ຕີ​ຈຸດ​ອ່ອນ​ຂອງ​ຄູ່​ແຂ່ງຂັນ​ນັ້ນ​ແລ້ວ, ວີ​ທິ​ເຮັດ​ໃຫ້​ຕົນ​ເອງ​ແຂງ​ແຮງ​ກວ່າ​ເກົ່າ, ພ້ອມ​ທັງ​ຊອກ​ຫາ​ວິທີ​ໂຈມ​ຕີ​ຈຸດ​ອ່ອນ​ຂອງ​ຄູ່​ແຂ່ງ​ຂັນ​ນັ້ນ​ຈະ​ເປັນ​ວິທີ​ທີ່​ສະຫຼາດກວ່າ, ​ແລະ​ແນ່ນອນ​ກວ່າ. ບໍ່​ວ່າ​ໃນ​ເວລາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ, ຫຼື​ໃນ​ເວລາ​ປະ​ເຊີນ​ກັບ​ບັນຫາ​​ອື່ນໆ​ໃນ​ຊີວິດ, ມີ​ແຕ່​ເພີ່ມ​ຄວາມ​ສາມາດ​ແລະ​ຄຸນ​ນະ​ທາດ​ຂອງ​ຕົນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເຮັດ​ໃຫ້​ຕົນ​ເອງ​ເຂັ້ມ​ແຂງ​ທໍ່​ນັ້ນ​, ຕົນ​ເອງຈຶ່ງ​ຈະ​ມີ​ຄວາມ​ທຸ່ນ​ທ່ຽງ​ແລະ​ແນ່​ໃຈ​ເມື່ອ​ປະ​ເຊີນ​ກັບ​ຄູ່​ແຂ່ງຂັນ​ໃດໆ​ແລະ​ການ​ທ້າ​ທາຍທຸກ​ຢ່າງ, ນີ້​ຈຶ່ງ​ແມ່ນ​ຮາກ​ຖານ​ທີ່​ເຮັດ​ໃຫ້​ຕົນ​ເອງ​ບໍ່​ເສຍ​ໄຊ.