ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-14 18:54:04    
​ແຂວງ​ຊານ​ຕົງ​ຂອງ​ຈີນ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ຊີ້ນ​ສັດ​ປີກ​ລ້ຽງ​ທີ່​ສົ່ງ​ອອກ

cri Author: zhangshuo
​ ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ14​ພະຈິກ,ນັກ​ຂ່າວ​ໄດ້​ຊາບ​ຈາກ​ຝ່າຍ​ທີ່ກ່ຽວຂ້ອງ​ວ່າ,​ແຂວງຊານ​ຕົງ ​ແຂວງ​​ໃຫຍ່​ດ້ານ​ການລ້ຽງສັດ​ປີກ​ຂອງ​ຈີນ​ໄດ້​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຕໍ່​ຟາ​ມລ້ຽງສັດ​ປີກ​,ຮັບ​ປະກັນ​ຄວາມ​ປອດ​ໄພ​ຂອງ​ຊີ້ນ​ສັດ​ປີກ​ລ້ຽງ​ທີ່​ສົ່ງ​ອອກ.

ຕາມ​ກົມ​ກວດກາ​ພະຍາດ​ເຂົ້າອອກ​ເມືອງ​ຂອງ​ແຂວງ​ດັ່ງກ່າວແນະນຳ​ວ່າ,ຊີ້​ນສັດ​ປີກ​​ທີ່​ແຂວງ​ຊານ​ຕົງສົ່ງ​ອອກ​ລ້ວນ​ແຕ່​ມາ​ຈາກ​ວິ​ສາ​ຫະກິດ​ລ້ຽງສັດ​ປີກທີ່​ໄດ້​ຈົດ​ທະບຽນ​,​ປະ​ຈຸ​ບັນ​ນີ້,​ແຂວງ​ຊານ​ຕົງມີ​ຟາ​ມລ້ຽງສັດ​ປີກ​​ສົ່ງ​ອອກລວມ450​ກວ່າ​ແຫ່ງ​ໄດ້​ຈົດທະບຽນ​ຢູ່​ພະ​ແນກ​ກວດກາ​ພະຍາດ​ແລ້ວ.

ນອກ​ນີ້,ພະ​ແນ​ກກວດກາ​ພະຍາດ​ຂອງ​ແຂວງ​ຊານ​ຕົ​ງຍັງ​ຮຽກຮ້ອງ​​ໃຫ້ຟາ​ມລ້ຽງສັດ​ສົ່ງ ອອກ​ທີ່​ຈົດ​ທະບຽນ​ຕ້ອງ​ມີ​ອຸປະກອນ​ປ້ອງ​ກັນ​ນົກ,​​ແລະ​ເພີ່ມ​ທະວີການກວດ​ກາ​ພະຍາດຕໍ່​ປະ​ເພດ​ສັດ​ປີກ​​ກ່ອນ​ແລະຫຼັງຂ້າ​,ພ້ອມ​ດ້ວຍ​ການ​ກວດ​ກາ​ພະຍາດ​ສັດ​ປີກ ຢາ​ສັດຕະວະ​ແພດ​ທີ່​ຄ້າງ​ໄວ້ແລະ​ຈຸລິນ​ຊີ​ທີ່​ພາໃຫ້​ເປັນ​ພະຍາດ.