|
![](/images/spacer.gif) |
(GMT+08:00)
2005-11-15 16:17:15
|
![](/images/shim.gif) |
ສື່ມວນຊົນສິງກະໂປຕິຕຽນແບບແຜນການທູດຂອງຍີ່ປຸ່ນທີ່ນິຍົມອາເມລິກາພັດຫ່າງເຫີນອອກຈາກປະເທດໃກ້ຄຽງຢູ່ອາຊີ
cri
ຕາມຂ່າວCRI, ໜັງສືພິມລຽນເຮີຈາວປ້າວສິງກະໂປສະບັບວັນທີ15ພະຈິກໄດ້ພິມບົດນຳທີ່ພາດຫົວເລື່ອງວ່າ ຄວາມຜິດໂຕນກັນລະຫວ່າງແບບແຜນການທູດຈີນກັບຍີ່ປຸ່ນ, ຕິຕຽນແບບແຜນການທູດຂອງຍີ່ປຸ່ນທີ່ອາໃສແຕ່ອາເມລິກາແລະຫ່າງເຫີນອອກຈາກປະເທດໃກ້ຄຽງຢູ່ອາຊີ.
ບົດນຳເຫັນວ່າ, ແບບແຜນການທູດຂອງຈີນແມ່ນມັກໂຄລົບຈົນກວ່າຮັບເອົາຄຳຕິຕຽນແລະຄວາມເຫັນພ້ອມທັງຊ່ງສະແຫວງຫາສິ່ງທີ່ຄືກັນແລະສະຫງວນສິ່ງທີ່ຕ່າງກັນ. ສ່ວນທ່ານໂຄອີຈູມີ ຈູນີຊີໂລ ນາຍົກລັດຖະມົນຕີຍີ່ປຸ່ນພັດບໍ່ເອົາຫົວຊານຳການຄັດຄ້ານຂອງປະເທດໃກ້ຄຽງຢູ່ອາຊີ, ໄປນະມັດສະການວັດຢາຊືຄູນີເທື່ອແລ້ວເທື່ອອີກ. ລັດຖະມົນຕີການຕ່າງປະເທດຜູ້ໃໝ່ຂອງຍີ່ປຸ່ນຍັງກ່າວຢ່າງເປີດເຜີຍວ່າ, ໃນດ້ານການທູດ, ຍີ່ປຸ່ນຈະພິຈາລະນາເຖິງການເພີ່ມທະວີການພົວພັນພັນທະມິດກັບອາເມລິກາກ່ອນ, ແລ້ວຈິ່ງຂະຫຍາຍການພົວພັນກັບປະເທດອາຊີບົນພື້ນຖານດັ່ງກ່າວ.
ບົດນຳຂຽນວ່າ, ການກະທຳຂອງຈີນໃນດ້ານການທູດແມ່ນມີລັກສະນະສ້າງສັນແລະສັນຕິ, ມີຄວາມໝາຍທາງບວກຕໍ່ຄວາມໝັ້ນຄົງແລະສະຖຽນລະພາບຂອງອາຊີ. ເມື່ອປຽບທຽບກັນແລ້ວ, ຍີ່ປຸ່ນໄດ້ນັບມື້ນັບຫ່າງເຫີນຈາກປະເທດໃກ້ຄຽງຢູ່ອາຊີ, ນີ້ສະແດງໃຫ້ເຫັນວ່າຍີ່ປຸ່ນຂາດສະຕິປັນຍາ.
|
|
|