|
![](/images/spacer.gif) |
(GMT+08:00)
2005-11-15 17:44:32
|
![](/images/shim.gif) |
ສະເດັດນະໂລດົມ ລານະລິດພົບປະຄະນະຜູ້ແທນມິດຕະພາບພັກກອມມູນິດຈີນ
cri
Author: zhangshuo
ຕາມຂ່າວສານຊິນຮວາ:ວັນທີ14ພະຈິກ,ຢູ່ພະນົມເປັນ,ສະເດັດນະໂລດົມ ລານະລິດ ປະ ທານພັກຟູນຊິນເປັກ ປະທານສະພາແຫ່ງຊາດກຳປູເຈຍໄດ້ພົບປະຄະນະຜູ້ແທນມິດຕະ ພາບພັກກອມມູນິດຈີນທີ່ນຳໂດຍທ່ານຕັ່ນເຈິ່ງ ຮອງເລຂາຄະນະພັກແຂວງຢຸນນານຂອງ ພັກກອມມູນິດຈີນ.
ສະເດັດນະໂລດົມ ລານະລິດເວົ້າວ່າ,ປະຊາຊົນກຳປູເຈຍຈະບໍ່ຫຼົງລືມການສະໜັບສະໜູນແລະການຊ່ອຍເຫຼືອອັນລ້ຳຄ່າທີ່ຈີນສະໜອງໃຫ້ແກ່ກຳປູເຈຍໃນເວລາດົນນານມານີ້ຈົນເທົ່າໃດໆ,ພັກຟູນຊິນເປັກຫວັງເພີ່ມທະວີການແລກປ່ຽນແລະຮ່ວມມືກັບພັກກອມມູນິດຈີນຕື່ມອີກ,ຊຸກຍູ້ການພົວພັນຮ່ວມມືດ້ວຍໄມຕີຈິດໃນທຸກຂົງເຂດລະຫວ່າງສອງປະເທດໃຫ້ພັດທະນາລົງສູ່ລວງເລິກ.
ທ່ານຕັ່ນເຈິ່ງເວົ້າວ່າ,ຈີນຈະປະຕິບັດຕາມທິດທາງທີ່ວ່າ "ເປັນປະເທດບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ ຢູ່ຮ່ວມກັນກັບປະເທດໃກ້ຄຽງຢ່າງສະຫງົບແລະຮັ່ງມີນຳກັນກັບປະເທດໃກ້ຄຽງ", ພ້ອມກັນກັບຝ່າຍກຳປູເຈຍຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງສອງຝ່າຍກ້າວຂຶ້ນສູ່ຂັ້ນໄດໃໝ່ຢ່າງບໍ່ຢຸດຢັ້ງ.
|
|
|