ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-16 11:34:34    
ການ​ຢ້ຽມ​ຢາມ​ອັງ​ກິດ,​ເຢຍ​ລະ​ມັນ​ແລະ​ແອັສ​ປາຍ​ຂອງ​ທ່ານ​ຫູ​ຈິນ​ທາວ​ໄດ້​ຮັບ​ຜົນ​ສຳ​ເລັດ

cri
CRIລາຍ​ງານ​ວ່າ,​ແຕ່​ວັນ​ທີ8​ຫາ​ວັນ​ທີ15​ພະຈິກ,ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ຢ້ຽມ​ຢາມ​ອັງ​ກິດ,​ເຢຍ​ລະ​ມັນ​ແລະ​ແອັສ​ປາຍ​ທາງ​ລັດ​ຖະ​ກິດ​ຕາມ​ຄຳ​ເຊີນ.​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ທີ່ສຳຄັນ​ຂອງຜູ່​ນຳ​ສູງ​ສຸດ​ແຫ່ງ​ລັດ​ຈີນຢູ່​ພາກ​ພື້ນ​ເອີ​ລົບ​ໃຕ້​ສະ​ຖາ​ນະ​ການ​ສະ​ເພາະ​ໜ້າ​ນີ້.​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,​ທ່ານ​ຈ້າວ​ຈຸ່ນ ຫົວ​ໜ້າ​ກົມ​ເອີ​ລົບ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ຕິດຕາມ​ທ່ານ​ຫູ​ຈິນ​ທາວ​ໄປ​ຢ້ຽມ​ຢາມ​ນັ້ນ​ກ່າວ​ວ່າ,ການ​ຢ້ຽມຢາມ​ເອີ​ລົບ​ຂອງ​ທ່ານ​ຫູ​ຈິນທາວ​ເທື່ອ​ນີ້​ໄດ້​ບັນ​ລຸ​ເປົ້າ​ໝາຍ​ທີ່​ຄາດ​ໄວ້​ລ່ວງ​ໜ້າ,​ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ເຕັມ​ເມັດ​ເຕັມ​ໜ່ວຍ.

ເມື່ອ​ກ່າວ​ເຖິງ​ໝາກ​ຜົນ​ຂອງ​ການ​ຢ້ຽມຢາມ​ເອີ​ລົບ​ເທື່ອ​ນີ້,ທ່ານ​ຈ້າວ​ຈຸ່ນ ຫົວ​ໜ້າ​ກົມ​ເອີ​ລົບ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ

"ການ​ຢ້ຽມຢາມ​ເທື່ອ​ນີ້​ໄດ້​ປັບປຸງ​ແລະ​ລົງ​ເລິກ​ການ​ພົວພັນ​ການ​ເມືອງ​ສອງ​ຕໍ່​ສອງ,​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ​ເປັນ​ຕົ້ນ,​ພ້ອມ​ທັງ​ໄດ້​ປັບ​ປຸງ​ພື້ນ​ຖານ​ແຫ່ງ​ການ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ໝັ້ນ​ຄົງ,​ກຳ​ນົດ​ທິດ​ຂະ​ຫຍາຍ​ການ​ພົວ​ພັນ​ສອງ​ຝ່າຍ​ໃນ​ພາຍ​ໜ້າ,​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຂາ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ກັບ​ສາມ​ປະ​ເທດ​ດັ່ງກ່າວ​ກໍ​ຄື​ທົ່ວ​ສະ​ຫະ​ພາບ​ເອີ​ລົບ.​ໃນ​ໄລ​ຍະ​ຢ້ຽມ​ຢາມ,​ຈີນ​ກັບ​ສາມ​ປະ​ເທດ​ດັ່ງ​ກ່າວ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ຫຼື​ຂໍ້​ຜູກ​ພັນ​ໂຄງ​ການ​ທີ່​ສຳ​ຄັນ​ຈຳ​ນວນ​ໜຶ່ງ.​ການ​ຢ້ຽມຢາມ​ໄດ້​ບັນ​ລຸ​ເປົ້າ​ໝາຍ​ທີ່​ຄາດ​​ໄວ້​ລ່ວງ​ໜ້າ,​ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ເຕັມ​ເມັດ​ໜ່ວຍ."

ການ​ຂະຫຍາຍ​ການ​ພົວພັນ​ກັບ​ສະຫະພາບ​ເອີ​ລົບ​ແລະ​ປະ​ເທດ​ເອີ​ລົບ​ແມ່ນ​ພາກ​ສ່ວນ​ປະ​ກອບ​ສຳ​ຄັນ​ຂອງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຈີນ.​ຈຸດ​ປະ​ສົງ​ຂອງ ທ່ານ​ຫູ​ຈິນ​ທາວ​ຢ້ຽມ​ຢາມ​ເອີ​ລົບ​ເທື່ອ​ນີ້ກໍ​ແມ່ນ​ເພື່ອ​ຊຸກ​ຍູ້​ການ​ພົວພັນ​ຈີນ​ເອີ​ລົບ​ຂະ​ຫຍາຍ​ຕົວ​ຕື່ມ​ອີກ.​ທ່ານ​ຈ້າວ​ຈຸ່ນ​ກ່າວ​ວ່າ:

"ການ​ຢ້ຽມຢາມ​ອັງກິດ,​ເຢຍລະ​ມັນ​ແລະ​ແອັສປາຍ​ຢ່າງ​ສຳ​ເລັດ​ຜົນຂອງ​ທ່ານ​ຫູ​ຈິນທາວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ,ການ​ພົວພັນລະ​ຫວ່າງ​ຈີນ​ເອີ​ລົບ​ໄດ້​ຜ່ານ​ການ​ທົດ​ສອບ​ຂອງ​ເວ​ລາ​ແລະ​ການ​ປ່ຽນ​ແປງ​ຂອງ​ສະຖານະ​ການ​ສາກົນ,​ໄດ້​ກ້າວ​​ເຂົ້າ​ສູ່​ໄລຍະ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ.​ປັດ​ຈຸ​ບັນ,​ຜູ່​ນຳ​ຊັ້ນ​ສູງ​ຂອງ​ສອງ​ຝ່າຍ​ໄດ້​ຕິດ​ຕໍ່​ພົວພັນ​ກັນ​ຢ່າງ​ເນື່ອງ​ນິດ,​​ສົນ​ທະ​ນາ​ແລະ​ປຶກ​ສາ​ຫາ​ລື​ຢ່າ​ງ​ສະ​ໜິດ​ແໜ້ນ,​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ,​ແລະ​ບຸກ​ຄະ​ລາ​ກອນໄປມາຫາ​ສູ່​ກັນຫຼາຍ​ຂຶ້ນ,ພື້ນຖານ​ມະຕິ​ຊົນ​ໄດ້​ໜາ​ແໜ້ນ​ຕື່ມ​ອີກ,ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ຮັບ​ການ​ຊຸກ​ຍູ້​ຢ່າງ​ຮອບ​ດ້ານ,​ແລະ​ໄດ້​ມີ​ການ​ຮ່ວມ​ມື​ເປັນ​ຢ່າງ​ດີ​ໃນ​ບັນຫາສາກົນ​ແລະ​ພາກ​ພື້ນ​ທີ່​ສຳ​ຄັນ.​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ເອີ​ລົບ​ກໍ​ໄດ້​ບັນ​ລຸ​ການ​​ເພີ່ມ​ຂຶ້ນ​ດ້ານ​ປະ​ລິ​ມານ​ແລະ​ການ​ບຸກ​ທະ​ລຸ​ດ້ານ​ຄຸນ​ນະ​ພາບ.

ເນື່ອງ​ຈາກ​ວ່າການ​ຮ່ວມ​ມື​ທີ່​ມີ​ຜົນ​ປະ​ໂຫຍ​ດຮ່ວມ​​​ເປັນ​ການ​ຮ່ວມ​ມື​ຍາວ​ນານ​ທັງ​ມີ​ກຳ​ລັງ​ບົ່ມ​ຊ້ອນ.ສະ​ນັ້ນ,​ໃນ​ສະ​ເພາະ​ໜ້າ​ນີ້,​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ເອີ​ລົບ​ພວມ​ປະ​ເຊີນ​ໂອກາດ​ທີ່​ມີ​ຜົນ​ດີ​ຕໍ່​ການ​ຂະ​ຫຍາຍ​ຕົວ​ຕື່ມ​ອີກ.​ທ່ານ​ຈ້າວ​ຈຸ່ນ​ກ່າວ​ວ່າ:

"ກ່ອນ​ອື່ນ,ຈີນ​ກັບ​ເອີ​ລົບ​ມີ​ຄວາມ​ຕາບ​ຈູ​ນກັນ​ຫຼາຍ​ໃນ​ຫຼາຍ​ຂົງ​ເຂດ,ລົງ​ເລິກ​ແລະ​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ຂົງ​ເຂດ​ຕ່າງໆ​ຈະ​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ຫຼວງ​ຫຼາຍ​ໃຫ້​ແກ່ສອງ​ຝ່າຍ.ສອງ,​ໃນ​ບັນ​ຫາ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ,​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ຈີນ​ແລະ​ເອີ​ລົບ,ຈີນ​ກັບ​ເອີ​ລົບ​ກໍ​ມີ​ຜົນ​ປະ​ໂຫຍດ​ຮ່ວມ.​ສາມ,​ໃນ​ນາມ​ເປັນ​ແຫຼ່ງ​ກຳ​​ເນີດ​ອາ​ລະ​ຍະ​ທຳ​ມະ​ນຸດ​ທີ່​ສຳ​ຄັນ,​ຈີນ​ເອີ​ລົບ​ລ້ວນ​ແຕ່​ມີ​ປະ​ຫວັດ​ເກົ່າ​ແກ່​ແລະ​ອາ​ລະ​ຍະ​ທຳ​ທີ່​ກ້ານ​ກຸ່ງ​ຮຸ່ງ​ເຮືອງ"

ໃນ​ຂະນະ​ທີ່​ການ​ພົວພັນ​ຈີນ​ເອີ​ລົບ​ມີ​ການ​ພັດ​ທະ​ນາ​ນັ້ນ,​ຄວາມ​​ເຫັນ​ແຕກ​ຕ່າງ​ກັນ​ຢູ່​ລະ​ຫວ່າງ​ສອງ​ຝ່າຍ​ກໍ​ຍັງ​ຄົງ​ຕົວ​ຢູ່,ນີ້​ຈະ​ຫຼີກ​​ເວັ້ນບໍ່​ໄດ້,​ທັງ​ເປັນ​ເລື່ອງ​ປົກ​ກະ​ຕິ.​ທ່ານ​ຈ້າວ​ຈຸ່ນ​ກ່າວ​ວ່າ:"​ເນື່ອງ​ຈາກ​ຄວາມ​ແຕກ​ຕ່າງ​ກັນ​ໃນ​ດ້ານ​ປະ​ຫວັດ​ສາດ​ແລະ​ມູນ​ເຊື້ອ​ດ້ານ​ວັດ​ທະ​ນະ​ທຳ,​ລະ​ບອບ​ການ​ເມືອງ​ແລະ​ໄລ​ຍະ​ພັດ​ທະ​ນາ​ເສດ​ຖະ​ກິດ,​ຢູ່​ລະ​ຫວ່າງ​ຈີນ​ກັບ​ເອີ​ລົບ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຈົນ​ກະ​ທັ້ງ​ມີ​ຄວາມ​ເຫນ​ຂັດ​ກັນ​ໃນ​ບາງ​ບັນຫາ​ແມ່ນ​ເລື່ອງ​ປົກ​ກະ​ຕິ.​ສິ່ງ​ ​ສຳຄັນ​ແມ່ນ​ໃນ​ເວ​ລາ​ແກ້​ໄຂ​ຄວາມ​ເຫັນ​ຂັດ​ກັນ​ແລະ​ຄວາມ​ຂັດ​ແຍ່ງ,ສາມ​ຝ່າຍ​ຄວນ​ກຳ​ແໜ້ນ​ຈຸດ​ໂຮມ​​ແຫ່ງ​ຜົນ​ປະ​ໂຫຍດ​ຂອງ​ສອງ​ຝ່າຍ,​ເຄົາລົບ​ຝ່າຍ​ກົງກັນ​ຂ້າມ​ຢ່າງ​ເຕັມ​ສ່ວນ,​ຜ່ານ​ຈາກ​ການ​ສົນ​ທະ​ນາ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ແກ້​ໄຂ​ຄວາມ​ລະ​ແວງ​ສົງ​ໄສ,​ຫຼຸດ​ຄວາມ​ຂັດ​ແຍ່ງ​.ພ້ອມ​ກັນ​ນັ້ນ,​​ເອົາ​ໃຈ​ໃສ່​ນຳ​ຄວາມ​ຄວາມ​ສົນ​ໃຈ​ທີ່​ສຳ​ຄັນ​ຂອງ​ຝ່າຍ​ກົງ​ກັນ​ຂ້າມ,​ແກ້​ໄຂ​ຄວາມ​ເຫັນ​ຂັດ​ກັນ​ຢ່າງ​ທັນ​ການ​ແລະ​ເໝາະ​ສົມ​,ບໍ່​ໃຫ້​ພາກ​ສ່ວນ​ໃຫຍ່​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ຖືກ​ກະ​ທົບ​ກະ​ເທືອ​ນບໍ່​ວ່າ​ຍ້ອນ​ເຫດ​ການ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ຫຼືໃນ​ເວລາ​​ໃດ​ໜຶ່ງ."

ທ່ານ​ຈ້າວ​ຈຸ່ນ​ກ່າວ​ວ່າ,ຈີນກັບ​ເອີ​ລົບ​ ​ຂະຫຍາຍ​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ຮອບດ້ານ​ທີ່​​ໄຂ​ປະຕູ,ມີ​ລັກສະນະ​ສ້າງສັນ​ແລະບໍ່​ແນ​ໃສ່​ຝ່າຍ​ທີ​ສາມນັ້ນ​ແມ່ນ​ສອດ​ຄ່ອງ​ກັບ​ກະ​ແສ​ພັດ​ທະ​ນາ​ຂອງ​ໂລກ​ໃນ​ປັດຈຸບັນ​ແລະຜົນ​ປະ​ໂຫຍ​ດກົກ​ຮາກຂອງ​ປະຊາຊົນ​ບັນດາ​ປະ​ເທດ.