|
|
(GMT+08:00)
2005-11-16 15:27:47
|
ເຂື່ອນໄຟຟ້າຝັ່ງຊ້າຍຮ່ອມຊ່ານເຊຍແມ່ນ້ຳຢາງເຊຂອງຈີນເລີ່ມຜະລິດໄຟຟ້າກ່ອນເວລາກຳນົດປີໜຶ່ງ
cri
Author: li
ຕາມຂ່າວ CRI: ຫຼັງຈາກໜ່ວຍຈັກຜະລິດໄຟຟ້າຂະໜາດໃຫຍ່ 7 ແສນກິໂລວັດໜ່ວຍທີ 14 ໄດ້ຜະລິດໄຟຟ້າໃນວັນທີ 16 ກັນຍາແລ້ວ, ການ ກໍ່ສ້າງເຂື່ອນໄຟຟ້າຝັ່ງຊ້າຍຂອງກິດຈະການຊຸມຊົນລະ ປະທານຮ່ອມຊ່ານເຊຍແມ່ນ້ຳຢາງເຊຂອງຈີນໄດ້ສຳເລັດກ່ອນແຜນການປີໜຶ່ງ.
ກິດຈະການຊຸມຊົນລະປະທານຮ່ອມຊ່ານເຊຍແມ່ນ້ຳຢາງເຊແມ່ນກິດຈະການຊຸມຊົນລະ ປະທານໃຫຍ່ກວ່າໝູ່ໃນໂລກທີ່ກຳລັງກໍ່ສ້າງໃນປັດຈຸບັນ. ກິດຈະການຕິດຕັ້ງ ໜ່ວຍຈັກຜະລິດໄຟຟ້າແມ່ນພາກສ່ວນປະກອບທີ່ສຳຄັນຂອງກິດຈະການດັ່ງກ່າວ, ປະກອບດ້ວຍໜ່ວຍຈັກຜະລິດໄຟຟ້າຂະໜາດ 7 ແສນກິໂລວັດ 26 ໜ່ວຍຢູ່ສອງຝັ່ງ. ຫຼັງຈາກເຂື່ອນໄຟຟ້ານ້ຳຕົກ ຝັ່ງຊ້າຍສ້າງສຳເລັດແລ້ວ,ຄວາມສາມາດຜະລິດໄຟຟ້າຂອງທົ່ວເຂື່ອນໄຟຟ້າຮ່ອມຊ່ານເຊຍຈະເປັນທີສາມໃນໂລກ ປັດຈຸບັນ.
ຕາມຊາບວ່າ,ກິດຈະການເຂື່ອນໄຟຟ້າຮ່ອມຊ່ານເຊຍແມ່ນ້ຳຢາງເຊຈະສ້າງສຳເລັດໝົດໃນປີ 2008.
|
|
|