ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-16 15:29:14    
ພາ​ລະ​ກິດ​ຫໍ​ພິ​ພິດ​ທະ​ພັນ​ຂອງ​ຈີນ​ພັດ​ທະ​ນາ​ມາ​ເປັນ​ເວ​ລາ​100ປີ ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ເດັ່ນ​ຊັດ(ສຽງ)

cri


ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ນາ​ນທົ່ງ ​ເມືອງ​ນ້ອຍທາງ​ພາກ​ໃຕ້​ຂອງ​ຈີນ,ຫ່າງຈາກ​ຕົວ​ເມືອງ​​ໃຫຍ່​ຊຽງໄຮ້​ມີ​​ໄລຍະ​ທາງ​ລົດ​ປະມານ​ສອງຊົ່ວ​ໂມງ.ຫວ່າງ​ມໍ່ໆ​ນີ້,ຫົວຫນ້າຫໍພິພິດທະພັນຫລາຍ​ກວ່າ130​ແຫ່ງ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​​​ໄດ້ເຕົ້າ​ໂຮມກັນ​ຢູ່​ແຫ່ງ​ນີ້,ອວຍພອນ​ວັນສ້າງ​ຕັ້ງ​ຄົບຮອບ100ປີ​ຂອງຫໍພິພິດທະພັນ​ແຫ່ງ​ຫນຶ່ງ​ຢູ່​​ເມືອງນີ້.​ໃນ​ລາຍການ"ວັດທະນະທຳ​ຈີນ​"​ເທື່ອ​ນີ້,​ເຊີນ​ຟັງ​ແຈ້ງ​ຂ່າວ​: ພາລະກິດ​ຫໍພິພິດທະ​ພັນຂອງຈີນ​ພັດທະນາມາ​ເປັນ​ເວລາ100ປີ  ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເດັ່ນ​ຊັດ.


ປີ1905​ແມ່ນ​ປີ​ຫນຶ່ງທີ່​ເປັນຕາ​ລະ​ລຶກ​ໃນ​ປະຫວັດວັດທະນະທຳ​ຈີນ.​ໃນ​​ເວລາ​ນັ້ນ,ຈີນ​ທີ່​ມີ​ຜືນ​ແຜ່ນດິນອັນ​ກວ້າງ​​ໃຫຍ່ຍັງຢູ່​ໃຕ້​ການ​ປົກຄອງ​ຂອງເຈົ້າ​ຈັກກະພັດ​ລາ​ຊະ​ວົງສັກດິນາ​ຊິງ.ຕັ້ງ​ແຕ່​ສົງຄາມ​ຢາຝິ່ນ​ໃນ​ປີ1840​ເປັນ​ຕົ້ນ​ມາ, ພາຍ​ໃຕ້​ການບີບ​ບັງຄັບດ້ວຍ​ກຳລັງ​ອາວຸດ​ຂອງບັນດາມະຫາ​ອຳນາດ​ຕາ​ເວັນຕົກ,ລາຊະວົງ​ຊິ​ງ​ໄດ້​ເຊັນ​ສັນຍາ​ທີ່ບໍ່​ສະ​ເຫມີ​ພາບ​ຫລາຍ​ສະບັບ,ຈີນ​ໄດ້​ກາຍ​ເປັນປະ​ເທດ​ເຄິ່ງສັກດິນາ​ເຄິ່ງເມືອງ​ຂຶ້ນ​.​ໃນ​ໄລຍະ​ນີ້,​ຢູ່​ນານ​ທົ່ງ ເມືອງ​ນ້ອຍ​ທາງພາກ​ໃຕ້​ມີນັກ​ທຸລະ​ກິດຜູ້​ຫນຶ່ງ​ທີ່​ຊື່ວ່າຈ່າງຈຽນເລີ່​ມທົດ​ລອງ"ກອບກູ້​ປະ​ເທດຊາດດ້ວຍ​ການ​ສຶກສາ",ທ່ານ​​ໄດ້ສ້າງ​ຕັ້ງ​ຫໍພິພິດທະພັນ​ນານ​ທົ່ງ​ໃນ​ປີ1905,ນີ້​ແມ່ນຫໍພິພິດທະພັນ​ທີ່ມີ​ຄວາມ​ຫມາຍ​ຍຸກ​ປະຈຸ​ບັນແຫ່ງ​ທຳ​ອິດ​ຂອງ​ຈີນ.


ທ່ານ​ນາງ​ວາງຕົ້ງ​ຢຸນ​ແມ່ນ​ຫົວຫນ້າ​ຊຸດ​ປະຈຸ​ບັນຂອງ​ຫໍພິພິດທະພັນ​ນານ​ທົ່ງ.ທ່ານ​ນາງ​​ເວົ້າ​ວ່າ,ຫໍພິພິດທະພັນ​ນານ​ທົ່ງ​ບໍ່​​ແມ່ນ​ຫໍພິພິດທະພັນທີ່​ທຳ​ມະ​ດາ​ສາມັນ​,​ເຖິງ​ຈະ​ແມ່ນ​ຢູ່​ໃນ​ສາຍຕາ​ຂອງ​ຄົນ​ໃນ​ປະຈຸ​ບັນ,ທັດສະນະ​ຄະຕິ​ກໍ່ສ້າງ​ຂອງ​ມັນ​ກໍ່ແມ່ນ​ກ້າວຫນ້າ.ທ່ານ​ນາງ​ເວົ້າ​ວ່າ:


"ການ​ວາງສະ​ແດງ​ຂອງຫໍພິພິດທະພັນ​ນານ​ທົ່ງ​ມີ​ສິ່ງ​ວາງສະ​ແດງ​ໃນ​ຫ້ອງ​ແລະ​ນອກ​ຫ້ອງປະສົມ​ປະສານ​ກັນ,ສິ່ງວາງ​ສະ​ແດງ​ໃນ​ຫ້ອງ​ມີປະຫວັດສາດ,ວິຈິດ​ຕະກຳ,ຕົວຢ່າງ​ທຳ​ມະ​ຊາດ​ເປັນ​ຕົ້ນ,ຍັງ​ມີ​ພືດ​ແລະ​ສັດ​ເປັນ​ນອກ​ຫ້ອງ.ທັດສະນະ​ຄະຕິ​ໃນ​ການ​ສ້າ​ງຫໍພິພິດທະພັນກໍ​ແມ່ນ​ໄດ້​ສ້າງ​ແບບ​ແຜນ​ຂອງຫໍພິພິດທະພັນ​ຈີນເປັນ​ຜູ້​ທຳ​ອິດ,​ເຊິ່ງກໍ່​ຄື​ຊ່ອຍ​ການ​ສິດສອນ​ຂອງ​​ໂຮງຮຽນ, ເຜີຍ​ແຜ່​ຄວາມ​ຮູ້​ດ້ານ​ວິທະຍາສາດ,​ພ້ອມ​ທັງເປັນ​ສະຖານ​ທີ່​ລື້ນ​ເລີງ​ແລະ​ພັກຜ່ອນ​ຢ່ອນ​ອາລົມ​ຂອງ​ຄົນ​ທັງຫລາຍ."


ຫໍພິພິດທະພັນ​ມີ​ກົກ​ເຄົ້າປະຫວັດສາດຍາວ​ນານ​ຢູ່​ຈີນ,​ແຕ່​ຫໍພິພິດທະພັນ​ສະ​ໄຫມ​ມໍ່​ກໍ່​ຄື​ກັນ​ກັບໂຮງຮຽນ​ແບບ​ໃຫມ່,ລ້ວນ​ແຕ່ກຳ​ເນີ​ດ​ຂຶ້ນ​ໃນ​ຂະ​ບວນວິວັດ​ທີ່​ສັງຄົມ​ຈີນ​ຫັນ​ເປັນ​ສະ​ໄຫມ​ມໍ່​ເທື່ອ​ລະ​ກ້າວ.ການ​ສ້າງຫໍພິພິດທະພັນ​ໄດ້​ກາຍ​ເປັນ​ມາດ​ຕະການ​ສຳ​ຄັນ​ແຫ່ງ​ການ"ພັດທະນາ​ສະຕິ​ປັນຍາ​ຂອງ​ປະຊາຊົນ"​ທີ່ນັກຮຽນ​ຮູ້​ທີ່​ກ້າວ​ຫນ້າ​ຂອງ​ຈີນລິ​ເລີ່​ມສົ່ງ​ເສີມ​ໃນ​ທ້າ​ຍສະຕະວັດທີ19.


ຫລັງທ່ານ​ນາງ​ອາລີ​ເຊັນ​ດຼາ ຄຸມ​ມິນ​ສ໌ ປະທາ​ນສະພາຫໍພິພິດທະພັນ​ສາກົນ​ໄດ້ທ່ຽວ​ຊົມ​ຫໍພິພິດທະພັນ​ນານ​ທົ່ງ​ແລ້ວ,​ໄດ້ຍ້ອງຍໍຫໍພິພິດທະພັນ​ນານ​ທົ່ງ​ວ່າ​ເປັນ​ຜູ້ນຳ​ຫນ້າພາ​ທາງຂອງ​ຫໍພິພິດທະພັນ​ຊີວະ​ພາບ​ແລະ​ຫ້ອງ​ທົດ​ລອງ​ຫໍພິພິດທະພັນ.ທ່ານ​ນາງ​ເວົ້າ​ວ່າ:


"ຫໍພິພິດ​ທະ​ພັນ​ນານ​ທົ່ງ​​ໄດ້ສ້າງ​ຕັ້ງ​ຂຶ້ນ​ໃນ​ຕົ້ນ​ສະຕະວັດ​ແລ້ວນີ້,ມັນ​​ໄດ້ສະຫນອງຕົວ​ແບບ​ເອກະລັກ​ພິ​ເສດອັນ​ຫນຶ່ງ.​ເພາະ​ວ່າ,​ເຖິງ​ແມ່ນ​ວ່າ​ຢູ່ຝ່າຍ​ຕາ​ເວັນຕົກ,​ການ​ໃຫ້​ຄວາມສຳຄັນ​ນຳການ​ຄົ້ນຄວ້າ​ວິຊາ​ການ​ແລະ​ການສະ​ສົມ​ພ້ອມ​ກັນ​ຂອງ​ຫໍພິພິດທະພັນ​ກໍ່ແມ່ນ​ເລື່ອງ​ພຽງ​ແຕ່ໃນ30ປີມາ​ນີ້.ປະຫວັດສາດ​ຂອງ​ຫໍພິພິດທະພັນ​ນານ​ທົ່ງ​ມີ​ຄວາມ​ຫມາຍຖອດ​ຖອນອັນສຳຄັນ​ຕໍ່​ການ​ກໍ່​ສ້າງ​ຂອງ​ຫໍພິພິດທະພັນ​ໃນພາກ​ພື້ນ​ອື່ນໆ​​ໃນ​ໂລກ."


ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​​ນຳຫໍພິພິດທະພັນ​ນານ​ທົ່ງ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ100ປີ​ແມ່ນ​ມີ​ຄວາມ​ຫມາຍ​ສັນຍະ​ລັກ.ຕາມ​ສຳ​ເນົາ​ເອກະສານ​ບັນທຶກ​ໄວ້​ວ່າ,​ໃນ​ຕົ້ນ​ສະຕະວັດທີ20,ຫໍພິພິດທະພັນ​ຂອງ​ຈີນ​ເຄີຍ​ພັດທະນາ​ຮອດ70​ແຫ່ງ​.​​ແຕ່​​ໃນ​ຊຸມ​ປີ30ຫາຊຸມ​ປີ40,ສົງຄາມຍີ່ປຸ່ນຮຸກ​ຮາ​ນຈີນ​ໄດ້ທຳລາຍ​ສັງຄົມ​ແລະ​ວັດທະນະທຳ​ຂອງ​ຈີນ​ຢ່າງ​​ໃຫຍ່​ຫລວງ.​ໃນ​​ເວລາ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ1949,ຫໍພິພິດທະພັນ​ປະ​ເທດ​ຈີນ​ເກົ່າ​ຈົ່ງ​ໄວ້​ຢູ່ແຫ່ງ​ຕ່າງໆມີ​ແຕ່​25​ແຫ່ງ​ເທົ່າ​ນັ້ນ.ຫໍພິພິດທະພັນ​ນານ​ທົ່ງ​ແມ່ນ​ແຫ່ງ​ຫນຶ່ງ​ໃນ​ຫໍພິພິດທະພັນ​ເຫລົ່າ​ນີ້.


ການ​ພັດທະນາ​ຂອງ​ຫໍພິພິດທະພັນ​ນານ​ທົ່ງ​ແມ່ນ​ຕົວຢ່າງ​ຫນຶ່ງ​ຂອງ​ພາລະກິດ​ຫໍພິພິດທະພັນ​ຂອງ​ຈີນ​ທີ່​ຈະ​​ເລີ​ນຮຸ່ງ​ເຮືອນ​ໃນ​ປະຈຸ​ບັນ.​ໃນຫລາຍ​ປີມາ​ນີ້,ລັດຖະບານ​ຈີນ​ໄດ້​ເພີ່ມ​ທະວີ​ການ​ສ້າງສາວັດທະນະທຳ,ລິ​ເລີ່​ມສົ່ງ​ເສີມ​ໃຫ້​ມະນຸດ​ແລະ​ສັງ​ຄົນ​ພັດທະນາ​ຢ່າງ​ກົມກຽວກັນ.ການ​ກໍ່ສ້າງ​ສາ​ຂອງ​ຫໍພິພິດທະພັນຂອງ​ທົ່ວ​ປະ​ເທດ​ໄດ້​ປະກົດ​ມີ​ສະຖານະພາບ​ໃຫມ່.ຢູ່​ປັກ​ກິ່ງ,ຫໍພິພິດທະພັນ​ແຫ່ງ​ຊາດ​ພວມສ້າງ​ແລະ​ຂະຫຍາຍ​ຢູ່,​ເມື່ອສ້າງສຳ​ເລັດ​ແລ້​ວຈະ​ມີ​ຂະຫນາດ​​ກວ້າງຂຶ້ນ​ຫນຶ່ງ​ເທົ່າ;ຢູ່​ເມືອງ​ໃຫຍ່​ຕ່າງໆ​ຄື​ຊຽງ​ໄຮ້,ຊີ​ອານ,​ເຈິ້​ງ​ໂຈ່​ວ​ເປັນ​ຕົ້ນ,ຫໍພິພິດທະພັນ​​ໃຫມ່​ທີ່​ທັນ​ສະ​ໄຫມ​​ໄດ້ກາຍ​ເປັນ​ທິວ​ທັດ​ວັດທະນະທຳ​ທີ່ຕົວ​ເມືອງ​ຖື​ເປັນ​ສິ່ງພາກພູມ​ໃຈ.ຢູ່​ເມືອງ​ນ້ອຍ​ນານ​ທົ່ງ,ຢູ່ອ້ອມ​​ແອ້ມ​ຄັນ​ຄຸ​ເມືອງ​ຮ່າວ​ເຫີ​ໄດ້​ສ້າງສຳ​ເລັດຫໍພິພິດທະພັນ​ທັນສະ​ໄຫມ​ທີ່​ມີ​ລະດັບ​ວິຊາ​ສະ​ເພາະອ່າວ​ສູງ​ງວດ​ຫນຶ່ງ​ເຊັ່ນ​ຫໍພິພິດທະພັນ​ແຜ່ນ​ແພ,ຫໍພິພິດທະພັນ​ເຕັກນິກ​ສະຫນອງນ້ຳ,ຫໍພິພິດທະພັນ​ສະຖາປັດຕະຍະ​ກຳ,​ຫໍພິພິດທະພັນ​ລູກຄິດ​,ຫໍພິພິດທະພັນ​ກິລາ​ແລະຫໍພິພິດທະພັນ​ຕົວ​ເມືອງເປັນ​ຕົ້ນ,ລວມທັງ​ຫມົດ​ມີ23​ແຫ່ງ.


ທ່ານ​ຊ້ານ​ຈີ້ສຽງ ຫົວຫນ້າ​ກົມ​ວັດຖຸບູຮານແຫ່ງ​ຊາດ​ຈີນ​​ເວົ້າ​ວ່າ:


"ຮ້ອຍ​ປີ​ມາ​ນີ້,ພາລະກິດ​ຫໍພິພິດທະພັນ​ຈີນ​ໄດ້​ມີ​ການ​ພັດທະນາຢູ່​ໃຫຍ່​ຫລວງ,​ປະຈຸ​ບັນ,​ຈີນ​ໄດ້​ມີ​ຫໍພິພິດທະພັນ2300ກວ່າ​ແຫ່ງ,​ວັດຖຸບູຮານ​ທີ່​ຫໍພິພິດທະພັນສະ​ສົມ​ໄວ້​ມີ20ລ້ານ​ກວ່າ​ອັນ,ມີ​ຜູ້​​ເຂົ້າຊົມ150ລ້ານ​ຄົນຕໍ່​ປີ."


ທ່ານ​ຈ່າງ​​ເວິນປິ່ນ ປະ​ທານສະມາຄົມ​ຫໍພິພິດທະພັນ​ຈີນ​ກ່າວ​ວ່າ,ທຳ​ມະ​ດາ​ແລ້ວ,ຫໍພິພິດທະພັນ​ແມ່ນ​ສະຖາທີ່​ແລະ​ພາຫະທີ່​ສຳຄັນ​ແຫ່ງ​ການ​ເຜີຍ​ແຜ່​ວັດທະນະທຳ​ຊົນ​ເຜົ່າ,ການ​ພັດທະນາ​ຢ່າງ​ປອດ​ໄສ​ແລະ​ສືບ​ເນື່ອງຂອງ​ປະ​ເທດ​ຫນຶ່ງ​ຈະ​ປາສະ​ຈາກ​ການ​ຄ້ຳ​ຊູ​ຂອງ​ວັດທະນະທຳ​ບໍ່​ໄດ້,ເຊື່ອ​ວ່າ​ຄຽງ​ຄູ່​ກັບ​ກຳລັງ​ຕົວ​ຈິງທາງ​​ເສດຖະກິດ​ຂອງ​ຈີນ​ນັບ​ມື້​ນັບ​​ເຂັ້ມແຂງ​ແຮງ​ຂຶ້ນ,ພາລະກິດ​ຫໍພິພິດ​ທະ​ພັນຂອງ​ຈີນ​ຈະ​ມີ​ຊ່ອງ​ກວ່າ​ງ​ພັດທະນາ​ໃຫຍ່​ກວ່າ​ເກົ່າ.