ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-16 19:28:04    
ຈີນ​ຈະ​ເພີ່ມ​ທະ​ວີ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ໃນ​ຂະ​ນະ​ທີ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຂໍ້​ມູນ​ຂ່າວ​ສານ

cri Author: zhangshuo
ຕາມ​ຂ່າວCRI:ວັນ​ທີ16​ພະຈິກ​ຢູ່​ທີ່​ປັກ​ກິ່ງ,ທ່ານ​ຢາງ​​ເສ​ຊ່ານ ຮອງ​ຫົວໜ້າ​ຫ້ອງການ​ຫັນ​ເປັນ​ຂໍ້​ມູນ​ຂ່າວສານ​ຂອງ​ຄະນະ​ລັດຖະບານ​ຈີນ​ກ່າວ​ວ່າ,ຕໍ່​ໄປ​ພາຍ​ໜ້າ,ຈີນ​ຈະ​ເພີ່ມ​ທະວີ​ການປົກ​ປ້ອງ​ສິດຊັບ​ສິນ​ທາງ​ປັນຍາ​ໃນ​ຂະນະ​ທີ່​ຊຸກຍູ້​ການ​ພັດທະນາ​ອຸດສາຫະກຳ​ຂໍ້​ມູນ​ຂ່າວສານ.

ທ່ານ​ຢາງ​​ເສ​ຊ່ານ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວທີ​ປາ​ໄສ​ສາກົນ​ທີ່​ພາດ​ຫົວ​ເລື່ອງ​ວ່າ "ການ​ພັດທະນາຫັນ​ເປັນ​​ຂໍ້​ມູນ​ຂ່າວສານ​ຂອງ​ຈີນ​ກັບ​ການປົກ​ປ້ອງ​ສິດຊັບ​ສິນ​ທາງ​ປັນຍາ​"ທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ16​ພະ​ຈິກ.ທ່ານ​ເວົ້າວ່າ,ຫຼາຍປີ​ມາ​ນີ້,ອຸດສາຫະກຳ​ຂໍ້​ມູນ​ຂ່າວສານ​ຂອງ​ຈີນ​ທີ່​ຖື​ໂທລະ​ຄົມ​ແລະ​ອິນ​ເທິ​ເນັດ​ເປັນ​ຕົວ​ແທນ​ໄດ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ,ທັງ​ນີ້​ເຮັດ​ໃຫ້ ການ​ເຜີຍ​ແຜ່​ຄວາມ​ຮູ້​ວ່ອງ​ໄວ​ແລະ​ສະດວກ​ກວ່າ​ເກົ່າ,​ແຕ່​ພ້ອມ​ກັນນັ້ນກໍ​ໄດ້​ປະກົດ​ມີ​ຂໍ້​ຂັດ​ແຍ່ງ​ລະຫວ່າງ​ການ​ຊົມ​ໃຊ້​ຂໍ້​ມູນ​ຂ່າວສານກັບ​ການປົກ​ປ້ອງສິດຊັບ​ສິນ​ທາງ​ປັນຍາ.