|
 |
(GMT+08:00)
2005-11-17 15:02:07
|
 |
ລັດຖະມົນຕີກະຊວງປ້ອງກັນປະເທດຂອງຈີນແລະສິງກະໂປຈັດການເຈລະຈາ
cri
ຕາມຂ່າວສານຊິນຮວາ,ວັນທີ16ພະຈິກ,ຢູ່ທີ່ປັກກິ່ງ,ທ່ານຊາວກ່າງຊວນ ລັດຖະມົນຕີກະຊວງປ້ອງກັນປະເທດຈີນໄດ້ເຈລະຈາກັບທ່ານເຕຍຈີຮຽນລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປທີ່ມາຢ້ຽມຢາມ,ສອງຝ່າຍເປັນເອກະສັນກັນກ່າວວ່າ,ຈະຕັ້ງໜ້າຊຸກຍູ້ການພົວພັນລະຫວ່າງສອງປະເທດແລະສອງກອງທັບໃຫ້ຂະຫຍາຍໄປໜ້າ.
ທ່ານຊາວກ່າງຊວນ ກ່າວວ່າ,ແຕ່ສ້າງສາຍສຳພັນທາງການທູດເປັນເວລາ15ປີມານີ້,ການພົວພັນລະຫວ່າງຈີນກັບສິງກະໂປໄດ້ຂະຫຍາຍຕົວເປັນຢ່າງດີ,ຜູ່ນຳຊັ້ນສູງຂອງສອງປະເທດຕ່າງຢ້ຽມຢາມກັນເລື້ອຍໆ,ການແລກປ່ຽນແລະຮ່ວມມືກັນໃນທຸກຂົງເຂດໄດ້ຮັບໝາກຜົນອັນອຸດົມສົມບູນ.ການພົວພັນລະຫວ່າງສອງກອງທັບຂອງຈີນແລະສິງກະໂປກໍໄດ້ມີການຂະຫຍາຍຕົວຕື່ມອີກ.ຝ່າຍຈີນຍິນດີພ້ອມກັນກັບຝ່າຍສິງກະໂປ,ຊຸກຍູ້ການພົວພັນລະຫວ່າງສອງປະເທດແລະສອງກອງທັບໃຫ້ຂະຫຍາຍໄປໜ້າຢ່າງບໍ່ຢຸດຢັ້ງ,ພ້ອມກັນເສີມຂະຫຍາຍບົດບາດຕັ້ງໜ້າໃນການປົກປັກຮັກສາຄວາມປອດໄພແລະສະຖຽນລະພາບຂອງພາກພື້ນ.
ທ່ານເຕຍຈີຮຽນກ່າວວ່າ,ສິງກະໂປແລະຈີນມີການພົວພັນທີ່ມີໄມຕີຈິດ,ການແລກປ່ຽນແລະ ຮ່ວມມືກັນລະຫວ່າງສອງປະເທດແລະສອງກອງທັບໄດ້ຮັບໝາກຜົນອັນອຸດົມສົມບູນ.ສິງກະໂປເດັດດ່ຽວປະຕິບັດນະໂຍບາຍຈີນດຽວ.ຝ່າຍສິງກະໂປຍິນດີສືບຕໍ່ຊຸກຍູ້ການພົວພັນຮ່ວມມືດ້ວຍໄມຕີຈິດລະຫວ່າງພາກສ່ວນວຽກງານປ້ອງກັນແລະກອງທັບຂອງສອງປະເທດໃຫ້ຂະຫຍາຍຕົວລົງສູ່ລວງເລິກ.
|
|
|