ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-17 16:11:38    
ດອກ​ໄຟ​ປະ​ຢັດ​ພະ​ລັງ​ງານ​ໄດ້​ເຂົ້າ​ສູ່​ຄອບ​ຄົວ​ຈີນ​ນັບ​ມື້​ນັບ​ຫຼາຍ

cri Author: li
ດອກ​ໄຟ​ແມ່ນ​ເຄື່ອງ​​ເຍືອງ​ຮຸ່ງ​ທີ່​ຂາດ​ບໍ່​ໄດ້​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ຄົນ​ທັງຫຼາຍ. ​ແຕ່​ວ່າ,​ດອກ​ໄຟ​ນ້ອຍໆ​ມີ​ຄວາມ​ຮູ້​ໃຫຍ່,​ດອກ​ໄຟ​ທີ່​ມີ​ແຕ່​ສັບພະ​ຄຸນ​ເຍືອງຮຸ່ງ​ທໍ່​ນັ້ນບໍ່​ສາມາດ​ຕອບ​ສະໜອງ​ກັບຄວາມ​ຕ້ອງການ​ຂອງ​ຄົນ​ທັງຫຼາຍ​ແລ້ວ. ການ​ປະຢັດ​ພະລັງງານ​ກວ່າ​ເກົ່າ​ແລະ​ທົນໃຊ້​​ກວ່າ​ເກົ່າ​ແມ່ນ​ຄວາມ​ຕ້ອງການ​ໃໝ່​ຂອງ​ຄົນ​ທັງຫຼາຍ​ຕໍ່​ດອກ​ໄຟ. ຍ້ອນ​ວ່າ​ດອກ​ໄຟປະ​ຢັດ​ພະລັງງານ​ໄດ້​ຕອບ​ສະໜອງ​ຄວາມ​ຕ້ອງການ​ດັ່ງ​ກ່າວ,​​ຈຶ່ງ​ໄດ້​ເຂົ້າສູ່​ຄອບຄົວ​ຈີນ​ນັບ​ມື້​ນັບຫຼາຍ.

ຢູ່​ຕະຫຼາດຂາຍ​ວັດ​ສະດຸ​ກໍ່ສ້າງ​ແລະ​ດອກ​ໄຟ​ແຫ່ງ​ໜຶ່ງ​ຂອງ​ປັກ​ກິ່ງ,ນາງ​ສີ​ຢົງ​ອາຍຸ 20 ກວ່າ​ປີ​ພວມ​ຊື້​ດອກ​ໄຟ​ໃຫ້​ເຮືອນ​ໃໝ່​ທີ່​ຫາ​ກໍ່​ຕົກ​ແຕ່ງ​ແລ້ວ. ​ຢູ່ຕໍ່ໜ້າ​ຜະລິດ​ຕະພັນ​ທີ່​ມີ​ຫຼາຍ​ຢ່າງຫຼາຍ​ແນວ,ນາງ​ພັດ​ສົນ​ໃຈ​ແຕ່​ດອກ​ໄຟ​ທີ່ປະຢັດ​ພະລັງງານ​ໂດຍ​ຈຳ​ເພາະ. ນາງ​ໄດ້​ເລົ່າ​ຄວາມ​ຄິດ​ຂອງ​ຕົນ​​ໃຫ້​ນັກ​ຂ່າວ​ຊາບ​ວ່າ:

"ການ​ຊື້​ດອ​ກ​ໄຟທີ່ປະ​ຢັດ​ພະລັງງານ,ຕົ້ນຕໍ​ແມ່ນ​ເພື່ອ​ປະ​ຢັດ​ພະລັງງານ,​ພ້ອມ​ທັງ​ປະ​ຢັດ​ໄຟຟ້າ​ແລະ​ປະ​ຢັດ​ເງິນ​. ​ໂດຍ​ສະ​ເພາະ​ແມ່ນ​ປັກ​ກິ່ງແມ່ນ​ຕົວ​ເມືອງ​ແບບ​ບໍລິ​ໂພກ,​ທັງແມ່ນ​ຕົວ​ເມືອງ​ທີ່​ຂາດ​ພະລັງງານ​ທີ່​ສຸດ,​ສະນັ້ນ,​ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ​ໃນ​ຖານ​ເປັນ​ສະມາຊິກ​ຜູ້​ໜຶ່ງ​ຂອງ​ຕົວ​ເມືອງ​ນີ້,ມີ​ພັນທະ​ເຮັດຈາກ​ຕົນ​ເອງ,​ພະຍາຍາມ​ປະຢັດ​ພະລັງງານ."

ທຳ​ອິດ,ດອກ​ໄຟປະ​ຢັດ​ພະລັງງານ​ແມ່ນ​ປະກົດ​ຂຶ້ນຢູ່​ຕ່າງປະ​ເທດ,​ເມື່ອ​ສິບ​ກວ່າ​ປີ​ກ່ອນ​ຈຶ່ງໄດ້​ແຜ່​ເຂົ້າປະ​ເທດ​ຈີນ. ​ແຕ່​ກ່ອນ,​ເພື່ອ​ເຜີຍ​ແຜ່​ດອກ​ໄຟ​ທີ່ປະຢັດ​ພະລັງງານ,​ລັດຖະບານ​ແລະ​ວິ​ສາ​ຫະກິດ​ຜະລິດ​ທີ່​ກ່ຽວຂ້ອງ​ໄດ້​ເຮັດ​ວຽກງານ​ໂຄສະນາ​​ເຜີຍ​ແຜ່​ດ້ານ​ຕະຫຼາດ​ບໍ່​ໜ້ອຍ,​ແຕ່​ວ່າ​ຍ້ອນ​ລາຄາ​ຂອງ​ດອກ​ໄຟ​ປະຢັດ​ພະລັງງານ​ຂ້ອນ​ຂ້າງ​ແພງ,​ຄືແພງ​ກວ່າ​ດອກ​ໄຟ​ທຳ​ມະ​ດາ​ປະມານ 20 ​ເທົ່າ,​ສະນັ້ນ ອັດຕາ​ນຳ​ໃຊ້​ໃນ​ຄອບຄົວ​ຈຶ່ງຂ້ອນ​ຂ້າງ​ຕ່ຳ. ​ໃນຫຼາຍ​ປີ​ມາ​ນີ້,ຄຽງ​ຄູ່​ກັບ​ເສດຖະກິດ​ຈີນ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ,​ຄວາມ​ສາມາດ​ບໍລິ​ໂພກ​ຂອງ​ປະຊາຊົນ​ໄດ້​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ; ພ້ອມ​ກັນນັ້ນ ລັດຖະບານ​ຈີນ​ກໍ​ໄດ້​ອອກ​ແຮງ​ສົ່ງ​ເສີມ​ໃຫ້​ປະຢັດ​ພະລັງງານ,​ສ້າງ​ສັງຄົມ​ແບບ​ປະຢັດ,​ເຮັດ​ໃຫ້​ສະຕິ​ປະຢັດ​ຂອງ​ມວນຊົນ​ນັບ​ມື້​ນັບ​ແຮງ​ຂຶ້ນ. ກໍ​ແມ່ນ​ຢູ່​ໃຕ້​ເບື້ອງຫຼັງ​ດັ່ງກ່າວ,​ດອກ​ໄຟ​ປະຢັດ​ພະລັງງານ​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຄົນ​ທັງຫຼາຍ.

ທ່ານ​ລູຊ່ຽນ​ລີ້ ຜູ້​ຊ່ຽວຊານ​ຂອງ​ສະມາຄົມ​ດິນ​ໜ້ອຍ​ຂອງຈີນ​ຊີ້​ອອກ​ວ່າ,ດອກ​ໄຟ​ປະຢັດ​ພະລັງງານ​​ແມ່ນ​ເຮັດ​ດ້ວຍ​ຜົງ​ມີ​ແສງ​ເຫຼື້ອມ​ທີ່​ເອົາດິນ​ໜ້ອຍ​ເປັນ​ວັດຖຸ​ດິບ,​ຍ້ອນ​ວ່າ​ດິນ​ໜ້ອຍ​ມີ​ລັກສະນະ​ພິ​ເສດ,​ສະນັ້ນ ຈຶ່ງ​ມີ​ສັບພະ​ຄຸນ​ປະຢັດ​ພະລັງງານ. ທ່ານ​ເວົ້າວ່າ:

"ດອກ​ໄຟ​ທຳ​ມະ​ດານ​ອກຈາກ​ເຍືອງ​ຮຸ່ງ​ແລ້ວ,ພະລັງ​ໄຟຟ້າ​ສ່ວນຫຼາຍ​ທີ່​ສຸດຈະ​ປ່ຽນ​​ເປັນ​ພະລັງ​ຄວາມ​ຮ້ອນ​ແລະ​ເສຍ​ຫາຍ​ໄປ,ສ່ວນ​ດອກ​ໄຟ​ປະ​ຢັດ​ພະລັງງານ​ທີ່​ເຮັດ​ດ້ວຍ​ດິນ​ໜ້ອຍ​ນັ້ນ​ຜະລິດ​ຄວາມ​ຮ້ອນ​ໜ້ອຍ,ມີ​ແຕ່​ໜຶ່ງ​ສ່ວນ​ສີ່​ຂອງ​ດອກ​ໄຟ​ທຳ​ມະ​ດາທໍ່​ນັ້ນ,​ສະນັ້ນ,​ເມື່ອ​ທຽບ​ກັບ​ດອກ​ໄຟ​ທຳ​ມະ​ດາ​ທີ່​ມີ​ຄວາມ​ຮຸ່ງ​ທໍ່​ກັນ​ແລ້ວ,ດອກ​ໄຟປະ​ຢັດ​ພະລັງງານ​ສາມາດ​ປະຢັດ​ພະລັງງານ 60% ​ເຖິງ 80%."

ຕາມ​ການ​ຄິດ​ໄລ່​ຂອງຜູ້​ຊ່ຽວຊານ,ຖ້າ​ເອົາ​ດອກ​ໄຟ​ປະຢັດ​ພະລັງງານ 11 ວັດ​ມາ​ເຂົ້າ​ແທນ​ດອກ​ໄຟ​ທຳ​ມະ​ດາ 40 ວັດ,ບໍ່​ພຽງ​ແຕ່​ຄວາມ​ຮຸ່ງ​ບໍ່​ຕ່ຳລົງ​ເທົ່າ​ນັ້ນ,​ພ້ອມ​ທັງ​ຍັງ​ສິ້ນ​ເປືອງ​ໄຟຟ້າ​ໜ້ອຍ​ລົງ​ປະມານ 80% ອິກດ້ວຍ. ​ເມື່ອ​ຄິດ​ໄລ່​ຕາມ​ຊາວ​ຈີນ​ໃຊ້​ດອກ​ໄຟ​ປະຢັດ​ພະລັງງານ 1 ໜ່ວຍ​ຕາມ​ຫົວ​ຄົນ,ລວມທັງ​ໝົດ​ 1 ຕື້ 300 ລ້ານ​ໜ່ວຍ 4 ຊົ່ວ​ໂມງ​ຕໍ່​ມື້,ປີ​ໜຶ່ງ​ສາມາດ​ປະຢັດ​​ໄຟຟ້າ 93 ຕື້​ກິ​ໂລ​ວັດ​ໂມງ,ຫຼາຍ​ກວ່າ​ຍອດ​ປະລິມານ​ຜະລິດ​ໄຟຟ້າ​ຕາມ​ແຜນການ​ຕໍ່​ປີ​ຂອງ​ໂຮງ​ໄຟຟ້າ​ນ້ຳຕົກ​ຊ່ານ​ເຊຍ ​ເຊິ່ງ​ເປັນ​ໂຮງ​ໄຟຟ້າ​ນ້ຳຕົກ​ທີ່​ໃຫຍ່​ກວ່າ​ໝູ່​ທີ່​ພວມ​ກໍ່ສ້າງ​ຢູ່​ຂອງ​ຈີນ​ໃນ​ປັດຈຸບັນ. ​ນອກ​ນີ້ ດອກ​ໄຟ​ປະຢັດ​ພະລັງງານ​ຍັງ​ທົນ​ໃຊ້,​ສະ​ເລ່ຍ​ແລ້ວ,​ແຕ່ລະ​ໜ່ວຍ​ໃຊ້​​ໄດ້ 8 ພັນ​ຊົ່ວ​ໂມງ​,​ເປັນ​ປະມານ 8 ​ເທົ່າ​ຂອງ​ດອກ​ໄຟ​ທຳ​ມະ​ດາ.

​ເມື່ອ​ທຽບກັບ​ດອກ​ໄຟ​ທຳ​ມະ​ດາ​ແລ້ວ,ດອກ​ໄຟ​ປະຢັດ​ພະລັງງານ​ມີ​ອົງ​ປະກອບ​ສັບສົນ​ກວ່າ,​ສະນັ້ນ,​ໃນ​ເວລາ​ໃຊ້​ນັ້ນມີ​ບາງ​ບ່ອນ​ຕ້ອງ​ລະວັງ​ເປັນ​ພິ​ເສດ​. ນາງ​ຈ່າງ​ລີ້ ທີ່​ເຮັດ​ວຽກ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ໄດ້​ໃຊ້​ດອກ​ໄຟ​ປະຢັດ​ພະລັງງານ​ມາຫຼາຍ​ປີ​ແລ້ວ,​ນາງ​ໄດ້​ບອກ​ເຄັດ​ລັບ​​ໃນການ​ໃຊ້​ດອກ​ໄຟ​ປະຢັດ​ພະລັງງານ​ໃຫ້​ນັກ​ຂ່າວ​ຊາບ​ວ່າ,

"ຕົວຢ່າງ​ຄື​ຢູ່​ບ່ອນ​ທີ່​ຄົນ​ໃນ​ຄອບຄົວ​ເຂົ້າອອກ​ເລື້ອຍໆ​ເຊັ່ນ​ຫ້ອງ​ນ້ຳ​ແລະ​​ເຮືອນຄົວ​ເປັນຕົ້ນ,​ຢ່າ​ໄຂ​ມອດ​ໄຟ​ເລື້ອຍໆ. ນີ້​ແມ່ນ​ຍ້ອນ​ວ່າ,​ໃນ​ເວລາ​ໄຂ,ກະ​ແສ​ໄຟຟ້າ​ຂອງ​ດອກ​ໄຟ​ປະຢັດ​ພະລັງງານ​ແຮງຫຼາຍ,​ສິ້ນ​ເປືອງ​ໄຟຟ້າ​ກໍຫຼາຍ; ​ເຖິງ​ວ່າ​ບໍ່​ມອດ​ໄຟ​ເປັນ​ເວລາ​ດົນ​ຈະ​ສິ້ນ​ເປືອງ​ໄຟຟ້າ​ໜ້ອຍ​ໜຶ່ງ​ກໍ​ຕາມ,​ແຕ່​ຍ້ອນ​ວ່າ​ດອກ​ໄຟ​ປະຢັດ​ພະລັງງານ​​ປະຢັດ​ໄຟຟ້າ​ຫຼາຍ​ກວ່າ​ດອກ​ໄຟ​ທຳ​ມະ​ດາ 3 ຮອດ 4 ​ເທົ່າ​,ສະນັ້ນ ​ເວົ້າລວມ​ແລ້ວ,​ເຖິງ​ວ່າ​ເປີດ​ດອກ​ໄຟ​ປະຢັດ​ພະລັງງານ​ເປັນ​ເວລາ​ດົນ,ຍັງ​ປະຢັດ​ພະລັງ​ໄຟຟ້າ​ໄດ້."

​ເພື່ອ​ໃຫ້​ຄົນ​ທັງຫຼາຍມີ​ໂອກາດ​ຫຼາຍ​ກວ່າ​ເກົ່າ​ໃນ​ການ​ເລືອກ​ຊື້​ດອກ​ໄຟ​ປະຢັດ​ພະລັງງານ,​ປັດຈຸບັນ,​ໂຮງງານ​ຜະລິດ​ດອກ​ໄຟ​ປະຢັດ​ພະລັງງານ​ຂອງ​ຈີນ​ພວມ​ພັດທະນາ​ຜະລິດ​ຕະພັນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ. ​ເມື່ອ​ຍ່າງ​ເຂົ້າ​ຕະຫຼາດ​ຂາຍດອກ​ໄຟຫຼາຍ​ແຫ່ງ​ຂອງ​ຈີນ​ລ້ວນ​ແຕ່​ໄດ້​ເຫັນ​ດອກ​ໄຟປະ​ຢັດ​ພະລັງງານ​ທີ່​ມີ​ຮູບຊົງ​ໃໝ່​ອ່ຽມ​ແລະ​ມີ​ຫຼາຍວັດ​ຢ່າງຄົບ​ຖ້ວນ; ພ້ອມ​ກັນນັ້ນ ​ແສງ​ຂອງ​ດອກ​ໄຟ​ເຫຼົ່ານີ້​ບໍ່​ພຽງ​ແຕ່​ແມ່ນ​ສີຂາວ​ທີ່​ເຫັນ​ເລື້ອຍໆ​ເທົ່າ​ນັ້ນ,​ຫາກ​ຍັງມີ​ຫຼາຍສີ​ເຊັ່ນ​ສີ​ເຫຼືອງ,​ສີ​ແດງ,ສີຂຽວ,​ສີຟ້າ​ເປັນຕົ້ນ. ນອກ​ນີ້ ​ເຕັກນິກ​ຂອງ​ດອກ​ໄຟ​ປະຢັດ​ພະລັງງານ​ກໍ​ໄດ້​ປົວ​ແປງ​ໃຫ້​ດີ​ຂຶ້ນ​ເລື້ອຍໆ,​ດອກ​ໄຟ​ປະຢັດ​ພະລັງງານ​ທີ່​ມີ​ສັບພະ​ຄຸນ​ໃໝ່​ຈຳນວນ​ໜຶ່ງ​ຈະ​ປະກົດ​ອອກ​ມາ​ຕາມໆ​ກັນ.