ກ່ຽວກັບເລື່ອງທີ່ທ່ານຕິດອົກຕິດໃຈແລະຄຶດຢາກເຮັດແຕ່ເຮັດບໍ່ສຳເລັດນັ້ນ, ທ່ານເຄີຍເວົ້າແລ້ວວ່າຕົນບໍ່ມີພອນສະຫວັນ, ແລ້ວປະ, ບໍ່ເຮັດອີກບໍ່?
ທຳມະດາແລ້ວ, ຄຳທີ່ວ່າຕົນບໍ່ມີພອນສະຫວັນນັ້ນ, ມັກເວົ້າໃນເວລາທີ່ຄວາມພະຍາຍາມເທື່ອໃດເທື່ອໜຶ່ງຂອງຕົນຫຼົ້ມແຫຼວ, ແລະເຊົາພະຍາຍາມຕໍ່ໄປ. ພອນສະຫວັນມັນສຳຄັນປານນັ້ນແທ້ຫວາ?
ມີນັກເສບວິໂອລົງແຊນຜູ້ໜຶ່ງທີ່ຄົນທັງຫຼາຍຖືລາວເປັນເດັກວິເສດໃນຍາມອາຍຸ 4 ປີ, ແລະໄດ້ຮັບຜົນສຳເລັດດີເລີດດ້ານດົນຕີ, ໃນເວລາໃຫ້ສຳພາດຕໍ່ນັກຂ່າວເທື່ອໜຶ່ງ, ທ່ານເວົ້າວ່າ, ບັນຫາທີ່ຄົນຖາມຫຼາຍກວ່າໝູ່ໃນການໃຫ້ສຳພາດກໍ່ແມ່ນ: ໃນຜົນສຳເລັດຂອງທ່ານນັ້ນ, ພອນສະຫວັນກວມອັດຕາເທົ່າໃດ? ທ່ານເວົ້າວ່າ, ຂ້ອຍຄິດວ່າບໍ່ຮອດ 20%, ແຕ່ວ່າ, ໃນ 20% ນີ້, ແມ່ຂ້ອຍທີ່ບັງຄັບໃຫ້ຂ້ອຍຮຽນສີວິໂອລົງແຊນມາແຕ່ຂ້ອຍຍັງນ້ອຍ, ບໍ່ໃຫ້ຂ້ອຍໄປຫຼິ້ນໃສນັ້ນ, ອາດຈະໄດ້ປະກອບສ່ວນຫຼາຍກວ່າ 15%.
ແມ່ນແທ້, ພອນສະຫວັນຂອງແຕ່ລະຄົນແມ່ນບໍ່ຄືກັນ, ແຕ່ພວກເຮົາມັກປະເມີນຜົນສະທ້ອນຂອງມັນສູງເກີນໄປ.
ຈີນມີຄຳພັງເພີຍຄຳໜຶ່ງວ່າ: ຫົວເສືອ, ຫາງງູ. ກົງກັບຄຳພັງເພີຍລາວທີ່ວ່າຫົວຊ້າງຫາງໜູ. ອຸປະມາຄົນມວນໜຶ່ງໃນເວລາເຮັດເລື່ອງໃດເລື່ອງໜຶ່ງ, ຫ້າວຫັນແຕ່ຕອນເລີ່ມຕົ້ນ, ແຕ່ບໍ່ມີຄວາມອົດທົນ, ສຸດທ້າຍກໍ່ປະຖິ້ມໄປຊື່ໆໂດຍບໍ່ໄດ້ຜົນຫຍັງ. ມີຫຼາຍຄົນມັກເຮັດແບບນີ້, ບໍ່ແມ່ນບໍ່ຢາກພະຍາຍາມ, ແຕ່ບໍ່ມີຄວາມທົນທານ, ບາງເທື່ອເວລາເລີ່ມຕົ້ນກໍຕິດອົກຕິດໃຈແທ້, ແຕ່ເມື່ອພົບຄວາມຫຍຸ້ງຍາກເລີຍບອກຕົນເອງວ່າ, ຢ່າແຫຼະ, ຂ້ອຍບໍ່ມີພອນສະຫວັນດອກ, ແລ້ວປະລະໄປ.
ມີສາສະດາຈີນຈິດຕະສາດຜູ້ໜຶ່ງທີ່ມີຊື່ສຽງຂອງອັງກິດ, ຄົ້ນຄວ້າເດັກວິເສດແລະຜູ້ມີພອນສະຫວັນໂດຍສະເພາະ, ທ່ານໄດ້ຂໍ້ສະຫຼຸບດັ່ງນີ້ວ່າ, ຄົນທົ່ວໄປຄຶດວ່າພອນສະຫວັນແມ່ນເກີດມາຕາມທຳມະຊາດ, ໄຫຼລິດໆ, ບໍ່ຖືກຂັດຂ້ອງຈັກເທື່ອ, ທີ່ຈິງແລ້ວ, ຜູ້ມີພອນສະຫວັນຢ່າງໜ້ອຍກໍຕ້ອງໃຊ້ເວລາ 10 ປີເພື່ອຮຽນວິຊາວິເສດຂອງຕົນໂດຍບໍ່ມີໃຜຍົກເວັ້ນເດັດຂາດ. ຖ້າຢາກເປັນຜູ້ຊ່ຽວຊານ, ກໍ່ຕ້ອງມີນິດໄສໝັ້ນໜຽວທົນທານແລະຄວາມອົດທົນ……ຜູ້ຊ່າວຊານຂະແໜງວິຊາໃດໆ, ກໍ່ລ້ວນແຕ່ຕ້ອງໃຊ້ນ້ຳເຫື່ອນ້ຳແຮງ, ມາຫຼໍ່ລ້ຽງວິຊາສະເພາະຂອງຕົນ.
ນັກຈິດຕະສາດຜູ້ນີ້ກໍ່ເຄີຍເຣັດສະຖິຕິ, ຍົກຕົວຢ່າງຄື, ການຮຽນເປຍໂນ, ຖ້າຢາກເປັນນັກຫຼິ້ນເປຍໂນສະໝັກຫຼິ້ນທີ່ດີສົມຄວນ, ຢ່າງໜ້ອຍຕ້ອງໃຊ້ເວລາເຝິກແອບ 3 ໝື່ນຊົ່ວໂມງ, ເຊັ່ນໝາກເສິກໂລກ, ກິລາຕ່າງໆແລະພາສາຕ່າງປະເທດ, ຖ້າຢາກກາຍເປັນຜູ້ເກັ່ງວິຊາສະເພາະ, ກໍຕ້ອງໃຊ້ເວລາພໍປານກັນ.
ສະນັ້ນ, ບໍ່ວ່າຜູ້ທີ່ມີພອນສະຫວັນປານໃດ, ຖ້າຢາກໄດ້ຮັບຜົນສຳເລັດກໍ່ຕ້ອງທຳຄວາມພະຍາຍາມຢ່າງບໍ່ຢຸດຢັ້ງ. ດັ່ງນັ້ນ, ເມື່ອສັງເກດຈາກຂໍ້ນີ້ດ ຄວາມຫຼົ້ມແຫຼວທຸກເທື່ອຂອງພວກເຮົາ, ບໍ່ແມ່ນຍ້ອນພວກເຮົາບໍ່ມີພອນສະຫວັນ, ແຕ່ຫາກແມ່ນຍ້ອນພວກເຮົາບໍ່ໄດ້ຍຶດໝັ້ນທຳຄວາມພະຍາຍາມຢ່າງຕໍ່ເນື່ອງ.
ບໍ່ພຽງແຕ່ການຮໍ່າຮຽນ, ຈົນຮອດການລົດຄວາມອ້ວນທີ່ຜູ້ຍິງທັງຫຼາຍສົນໃຈກໍ່ຄືກັນ, ບໍ່ແມ່ນວ່າຈະພະຍາຍາມຫຼາຍປານໃດໃນເວລາເລີ່ມຕົ້ນ, ທະແນມແຕ່ຍຶດໝັ້ນຢ່າງບໍ່ລົດລະກໍ່ຈະມີຜົນ. ຕາມສະຖິຕິ, ຜູ້ຍິງທີ່ໃຊ້ວິທີຫຼຸດນ້ຳໜັກຢ່າງວ່ອງໄວຫຼືວິທີອົດອາຫານເພື່ອລົດຄວາມອ້ວນນັ້ນ, ພໍເຊົາລົດຄວາມອ້ວນ, ພາຍໃນ 3 ເດືອນ, ນ້ຳໜັກກໍຟື້ນຄືນມີ 90%.
ຈີນມີຄຳພັງເພີຍຄຳໜຶ່ງວ່າ: ນ້ຳຕົກໃສ່ຫີນສູ່ມື້, ຫີນກໍຍັງຊອດ, ອຸປະມາທະແນມແຕ່ຍຶດໝັ້ນຢ່າງບໍ່ຢຸດຢັ້ງດ ສຸມກຳລັງອັນອ່ອນນ້ອຍກໍ່ສາມາດເຮັດຫຼ້ອນເລື່ອງທີ່ເຮັດຍາກທີ່ສຸດ. ຈີນຍັງມີຄຳພັງເພີຍອີກຄຳໜຶ່ງວ່າ: ທະແນມແຕ່ພະຍາຍາມ, ແທ່ງເຫຼັກກໍຝົນເປັນເຂັມໄດ້, ໝາຍຄວາມວ່າດ ທະແນມແຕ່ສາມາດຍຶດໝັ້ນບໍ່ລົດລະ, ກໍ່ຍ່ອມຈະໄດ້ຣັບໝາກຜົນຢ່າງແນ່ນອນ. ສະນັ້ນ, ຖ້າຢາກເຮັດຫຼ້ອນເລື່ອງໃດເລື່ອງໜຶ່ງ, ບໍ່ແມ່ນວ່າພໍເລີ່ມຕົ້ນກໍຕ້ອງພະຍາຍາມເຮັດຢ່າງເອົາເປັນເອົາຕາຍ, ທະແນມແຕ່ຍຶດໝັ້ນ, ກໍເໝືອນດັ່ງແລ່ນມາລາທອນ, ສຳຄັນທີ່ສຸດແມ່ນຕ້ອງພະຍາຍາມຢ່າງສະເໝີຕົ້ນສະເໝີປາຍ, ບໍ່ຢູ່ນຳການແລ່ນໄວປານໃດໃນເວລາເລີ່ມຕົ້ນ.
ທ່ານຜູ້ຟັງ, ໃນຊີວິດຂອງທ່ານ ແນ່ນອນກໍ່ຕ້ອງມີເປົ້າໝາຍຕ່າງໆທີ່ທ່ານຢາກເຮັດໃຫ້ສຳເລັດ, ເຊື່ອວ່າ, ທະແນມແຕ່ທ່ານຍຶດໝັ້ນພະຍາຍາມໂດຍຕະຫຼອດ, ແນ່ນອນເປົ້າໝາຍນັ້ນຕ້ອງບັນລຸຜົນເປັນຈິງໃນມື້ໃດມື້ໜຶ່ງ!
|