ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-18 10:08:56    
ວັກ​ແຊງ​ໄຂ້​ຫວັດ​ສັດ​ປີກ​ທີ່​ຈີນ​ສະ​ໜອງ​ໃຫ້​ໄດ້​ຂົນ​ສົ່ງ​ໄປ​ຮອດ​ຫວຽດ​ນາມ​ແລ້ວ

cri
ຕາມຂ່າວສານຊິນຮວາ,ວັກແຊງໄຂ້ຫວັດສັດປີກລວມທັງໝົດ43ໂຕນທີ່ຈີນສະໜອງ ໃຫ້ຫວຽດນາມນັ້ນໄດ້ຂົນສົ່ງໄປຮອດເມືອງໂຮຈີມິນແລ້ວໃນຕອນບ່າຍວັນທີ17ພະຈິກ.ວັກແຊງເຫຼົ່ານີ້ຈະຊ່ອຍລັດຖະບານຫວຽດນາມຮັບມືກັບສະພາບໄຂ້ຫວັດສັດປີກແຜ່
ລາມຢ່າງໄວວາຢູ່ເມືອງດັ່ງກ່າວຢ່າງບັງເກີດຜົນກວ່າເກົ່າ.

ເຈົ້າໜ້າທີ່ຫວຽດນາມໄດ້ສະແດງຄວາມຂອບອົກຂອບໃຈນຳຝ່າຍຈີນທີ່ສະໜອງວັກ
ແຊງຈຳນວນຫຼວງຫຼາຍໃຫ້ຝ່າຍຫວຽດນາມໃນກໍລະນີທີ່ປະເທດຕົນກໍປະສົບສະພາບ
ໄຂ້ຫວັດສັດປີກຢ່າງຂ້ຽວຂາດເຊັ່ນດຽວກັນ.

ນອກນີ້,ຕາມCRIລາຍງານວ່າ,ວັນທີ17ພະຈິກ,ທ່ານຮານສ ຕຼົດຊັນ ຜູ້ຕາງໜ້າອົງ
ການອະນາໄມໂລກປະຈຳຫວຽດນາມກ່າວວ່າ,ລັດຖະບານຫວຽດນາມໄດ້ເຮັດວຽກ
ຢ່າງຕັ້ງໜ້າທີ່ສຸດໃນດ້ານປ້ອງກັນແລະຄວບຄຸມໄຂ້ຫວັດສັດປີກ,ແຕ່ອົງການປົກຄອງ
ທ້ອງຖິ່ນອື່ນໆກໍຄວນຊ່ອຍໃຫ້ມວນຊົນມີສະຕິປ້ອງກັນໄຂ້ຫວັດສັດປີກແລະສະຕິປ້ອງ
ກັນຕົນເອງຫຼາຍຂຶ້ນແລະເພີ່ມຄວາມສາມາດຕ້ານສະພາບໄຂ້ຫວັດສັດປີກໃຫ້ແຂງ
ແຮງຂຶ້ນຕື່ມ,ເພື່ອຮັບມືກັບສະພາບໄຂ້ຫວັດສັດປີກທີ່ອາດຈະແຜ່ລະບາດຢ່າງຂະ
ໜາດໃຫຍ່ນັ້ນຢ່າງບັງເກີດຜົນກວ່າເກົ່າ.