ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-18 10:59:44    
ສະຫະພັນ​ໂທລະ​ຄົມ​ສາກົນ​ກ່າວ​ວ່າ​ຈີນ​ມີ​ຜົນງານ​ດີ​ເດັ່ນ​​ໃນ​ດ້ານ​ຫຍໍ້"ຮ່ອງດີ​ຈີ​ຕອນ"ນ້ອຍ​ລົງ

cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 17 ພະ​ຈິກ​ຢູ່​ຕຸຍ​ນິສ , ທ່ານ​ທິມ ຄຼິ​ເຮີ​ສ໌ ​ເຈົ້າ​ໜ້າ​ທີ່​ຮັບຜິດຊອບນະ​ໂຍບາຍ​ແລະ​ຍຸດ​ໂທ​ບາຍ​ຂອງ​ສະຫະພັນ​ໂທລະ​ຄົມ​ສາກົນກ່າວ​ວ່າ, ​ຈີນ​ມີ​ຜົນງານ​ດີ​ເດັ່ນ​​ໃນ​ດ້ານ​ຫຍໍ້"ຮ່ອງດີ​ຈີ​ຕອນ"ນ້ອຍ​ລົງ.

ວັນ​ທີ 17 ພະຈິກ, ​ໃນ​ກອງ​ປະຊຸມ​ໄລຍະ2​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ສັງຄົມ​ ​ຂໍ້​ມູນ​ຂ່າວ​ສານ​ຂອງ​ໂລກທີ່​ຈັດ​ຂຶ້ນ​ຢູ່​ຕຸ​ຍນີສ, ທ່ານ​​​ໄຄ​ລີ ​ເວົ້າ​ວ່າ, ​ໃນ 10 ກວ່າປີ​ທີ່​ຜ່ານ​ມາ, "ຮອງ​ດີ​ຈີ​ຕອນ"ລະຫວ່າງ​ປະ​ເທດພວມ​ພັດທະນາ​ກັບ​ປະ​ເທດ​ພັດທະນາ​ໄດ້​ນ້ອຍ​ລົງ​ຢ່າງ​ເດັ່ນ​ຊັດ, ຜົນງານ​ທີ່​ຈີນ​​ໄດ້​ຮັບໃນ​ດ້ານ​ນີ້​ຍິ່ງ​ປະຈັກຕາ​​ຄົນ​ທັງຫຼາຍ. ທ່ານ​​ໄຄ​ລີ​ເວົ້າ​ວ່າ, ປັດຈຸບັນ, ຈີນ​ແມ່ນ​ປະ​ເທດ​ທີ່ມີ​ຈຳນວນ​​ເລກ​ໝາຍ​​ໂທລະສັບ​ຕັ້ງ​​ໂຕະ​ແລະ​ໂທລະສັບ​ມື​ຖື​ຫຼາຍ​ກວ່າ​ໝູ່​ໃນ​ໂລກ. ໝົດ​ປີ2005ຈີນ​ຈະ​​ເຂົ້າ​ແທນ​ອາ​ເມ​ລິ​ກາ, ກາຍ​​ເປັນປະ​ເທດ​ທີ່​ມີ​ຜູ່​ນຳ​ໃຊ້​ອິນ​ເຕີ​ເນັດ​ແລະ​​ເຄື່ອ່າຍ​ສາຍກວ້າງ​ຫຼາຍ​ກວ່າ​ໝູ່​ໃນ​ທົ່ວ​ໂລກ.