ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-18 11:21:37    
ຢາ​ດັບ​ເຊື້ອ​ທີ່​ຈະ​ດັບ​ເຊື້ອ​ໂລກ​ໄຂ້​ຫວັດ​ສັດ​ປີກ​ໄດ້​ຜົນ

cri

ຕາມຫ້ອງການກອງບັນຊາການປ້ອງກັນໄຂ້ຫວັດສັດປີກປະເພດຮ້າຍແຮງທົ່ວປະ
ເທດຈີນແນະນຳວ່າ,ເຊື້ອໂລກໄຂ້ຫວັດສັດປີກໃນສິ່ງແວດລ້ອມພາຍນອກແມ່ນ
ຕາຍງ່າຍ,ຂໍແຕ່ວ່າມາດຕະການດັບເຊື້ອຖືກຕ້ອງ,ໃຊ້ຢາດັບເຊື້ອທີ່ມີກຼໍ,ປະເພດເຟ
ໂນນ,ທາດປ່ອຍອ້ອກສິດແລະປະເພດໂຊດາ,ລ້ວນແຕ່ສາມາດດັບເຊື້ອໂລກໃນສິ່ງ
ແວດລ້ອມໃຫ້ຕາຍໄດ້.

ຢາດັບເຊື້ອທີ່ໃຊ້ດັບເຊື້ອຕາມເດີ່ນແລະໃນເຮືອນໄດ້ຜົນດີສົມຄວນນັ້ນມີຢາດັບເຊື້ອ
ປະເພດອານເດອິດ,ສ່ວນຫຼາຍມັກໃຊ້ຢາໂຟມານເດອິດພົ່ນໃສ່.ໃນຄອກສັດປີກແຕ່
ລະແມັດກ້ອນໃຫ້ເອົາດັ່ງທັບທິມ 7 ກຼາມຮອດ 21 ກຼາມປົນໃສ່ຟອກມາລິນ 14
ຮອດ 42 ມີລີລິດໃນເວລາພົ່ນໃສ່ໃນຫ້ອງ,ໂດຍທົ່ວໄປແລ້ວ,ອຸນຫະພູມບໍ່ຄວນຕ່ຳ
ກວ່າ 15 ອົງສາ,ຄວາມປຽກຊຸ່ມທຽບຖານຄວນເຖິງ 60%ຫາ 80% ,ເມື່ອພົ່ນໃສ່
ໃນຫ້ອງແລ້ວ,ໃຫ້ປິດປະຕູປ່ອງຢ້ຽມໄວ້ 7 ຊົ່ວໂມງຂື້ນໄປ,ກໍດັບເຊື້ອໃຫ້ຕາຍໄດ້,
ແລ້ວໄຂປະຕູປ່ອງຢ້ຽມປ່ຽນຖ່າຍອາກາດ,ແລະດັບກິ່ນທີ່ຄ້າງຢູ່.

ຜົນການດັບເຊື້ອຂອງຢາທີ່ມີທາດກຼໍນັ້ນ,ແມ່ນຢູ່ນຳປະລິມານກຼໍມີຫຼາຍຫຼືໜ້ອຍແຮ່ງ
ຂຸ້ນກໍແຮ່ງດັບເຊື້ອໄດ້ດີຫຼືຈະໃຊ້ຜົງຟອກຂາວ 5% ປົນນ້ຳພົ່ນໃສ່ຄອກສັດແລະລົດ
ຍົນກໍດັບເຊື້ອໄດ້.

ຢາປະເພດທາດດັ່ງຕົ້ນຕໍມີໂຊດຽມໄຮໂດຼຊິດເປັນຕົ້ນ,ຢາໂຊດຽມໄຮໂດຼຊິດທີ່ໃຊ້
ມາດັບເຊື້ອສ່ວນຫຼາຍແມ່ນນ້ຳທາດດັ່ງທີ່ມີໂຊດຽມໄຮໂດຼຊິດ 94%,ໃນເວລາໃຊ້
ຈະຕ້ອງໃສ່ນ້ຳອຸ່ນແລ້ວປະສົມເປັນນ້ຳທີ່ມີຢາ 1% ຮອດ 2%,ໃຊ້ມາດັບເຊື້ອຕາມ
ໜ້າດິນ,ຝາເຮືອນ,ເດີ່ນໃນຝາມລ້ຽງໄກ່ແລະສິ່ງເປິເປື້ອນທີ່ຖືກເຊື້ອພິດ,ທັງໃຊ້ດັບ
ເຊື້ອຕາມໜ້າດິນຂອງໂຮງຂ້າສັດແລະໂຮງງານປຸງແຕ່ງອາຫານພ້ອມດ້ວຍຍານ
ພາຫະນະທີ່ໃຊ້ຂົນສົ່ງ. ຫຼັງຈາກພົ່ນຢາໃສ່ 6 ຊົ່ວໂມງຮອດ 12 ຊົ່ວໂມງແລ້ວໃຫ້
ໃຊ້ນ້ຳສະອາດເຊລ້າງໃຫ້ສະອາດ.