ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-18 11:23:52    
ລ້ຽງ​ເປັດ​ໄກ່​ແລະ​ຫ່ານ​ປະ​ປົນ​ກັບ​ໝູ​ຈະ​ພາ​ໃຫ້​ເກີດ​ໄຂ້​ຫວັດ​ສັດ​ປີກ​ປະ​ເພດ​ຮ້າຍ​ແຮ້ງ​ຫຼື​ບໍ່?

cri

ອາດຈະມີຄົນຖາມວ່າ,ການລ້ຽງເປັດໄກ່ແລະຫ່ານປະປົນກັບໝູຈະພາໃຫ້ເກີດໄຂ້
ຫວັດສັດປີກປະເພດຮ້າຍແຮງຫຼືບໍ່?

ຕາມຫ້ອງການກອງບັນຊາການປ້ອງກັນໄຂ້ຫວັດສັດປີກປະເພດຮ້າຍແຮງທົ່ວປະ
ເທດຈີນແນະນຳວ່າ,ການລ້ຽງເປັດໄກ່ແລະຫ່ານປົນກັບໝູອາດຈະພາໃຫ້ເກີດພະ
ຍາດໄຂ້ຫວັດສັດປີກໄດ້.

ຜູ່ຊ່ຽວຊານແນະນຳວ່າ,ບໍ່ຄວນເອົາສັດປີກລ້ຽງປົນກັບໝູ,ເຊື້ອໂລກໄຂ້ຫວັດສັດປີກ
ອາດຈະຕິດແປດໃຫ້ໝູ,ສ່ວນເຊື້ອໂລກໄຂ້ຫວັດຂອງຄົນກໍອາດຈະຕິດແປດໃຫ້ໝູ.
ຍ້ອນວ່າເຊື້ອໂລກໄຂ້ຫວັດສັດປີກມີອາຊິດນິວເກຼອິກທີ່ຕ່າງກັນ 8 ຕອນ,ເມື່ອເຊື້ອ
ໂລກສອງຊະນິດທີ່ຕ່າງກັນຕິດແປດກັບຈຸລັງດຽວກັນແລ້ວ,ຕອນອາຊິດນິວເກຼອິກ
ອາດຈະປະກອບແລະລຽງລຳດັບໃໝ່ແລ້ວເກີດເປັນເມັດເຊື້ອໂລກໄຂ້ຫວັດແບບ
ໃໝ່,ແລະເມັດເຊື້ອໂລກໄຂ້ຫວັດແບບໃໝ່ດັ່ງກ່າວອາດຈະພາໃຫ້ມີໄຂຫວັດໃຫຍ່
ລະບາດຢູ່ໃນຝູງຄົນເປັນຜົນຮ້າຍທີ່ສຸດ.

ນອກນີ້,ກໍບໍ່ຄວນລ້ຽງໄກ່ປະປົນກັບສັດປີກໃນນ້ຳເຊັ່ນເປັດແລະຫ່ານ,ເພາະວ່າສັດປີກ
ໃນນ້ຳອາດຈະຕິດເຊື້ອໂລກໄຂ້ຫວັດຊະນິດຕ່າງໆຫຼາຍ,ບາງໂຕບໍ່ມີອາການສະແດງ
ອອກມາ,ແຕ່ເມື່ອເຊື້ອໂລກໃນອາຈົມຂອງມັນຕິດແປດໄກ່ແລ້ວ,ອາດຈະພາໃຫ້ເກີດ
ໄຂ້ຫວັດສັດປີກແລະແຜ່ລະບາດອອກ,ແລ້ວພາໃຫ້ເສຍຫາຍທາງເສດຖະກິດຢ່າງ
ໜັກໜ່ວງ.