ພະຍາດໄຂ້ຫວັດສັດປີກແມ່ນພະຍາດຕິດແປດທີ່ຮ້າຍແຮງພະຍາດຫນຶ່ງສຳລັບສັດ ປີກທຸກຊະນິດ (Highly pathogomic Avian Influenza HPAI)ສາມາດ ຕິດຕໍ່ໃສ່ສັດລ້ຽງພາຍໃນບ້ານລວມທັງຄົນເຮົາເປັນພະຍາດທີ່ມັກເກີດໃນສະພາບ ອາກາດເຢັນຫລືໃນເວລາທີ່ມີການປ່ຽນແປງສະພາບອາກາດຢ່າງກະທັນຫັນ, ເກີດຈາກເຊື້ອໄວຣັດOrthomyxovirus A ເຊິ່ງມີຊະນິດຍ່ອຍແມ່ນ H ສະແດງ ເຖິງຄວາມຮ້າຍແຮງສຳລັບສັດປີກຄື H1、H2、H3 ແລະສາຍພັນເອິ້ນວ່າ N ສະແດງເຖິງຄວາມແຮງທີ່ສາມາດຕິດຕໍ່ໃສ່ສັດຊະນິດອື່ນໆຫລືຄົນໄດ້, ເຊື້ອພະ ຍາດສາມາດຕິດຕໍ່ໄດ້ທາງອາກາດໂດຍຜ່ານທາງລະບົບຫາຍໃຈ ສຳຜັດໂດຍ ກົງກັບສັດເຈັບ ຫລືວັດຖຸຕ່າງໆ ທີ່ປົນເປື້ອນດ້ວຍເຊື້ອພະຍາດດັ່ງກ່າວ,ໄລຍະ ພັກເຊື້ອ 3-7 ວັນ.ສັດປີກທີ່ຕິດພະຍາດນີ້ສະແດງອາການອອກບໍ່ຊັດເຈນແລະ ມີຄວາມແຕກຕ່າງກັນອີງຕາມຄວາມຮ້າຍແຮງຫລືປະມານເຊື້ອໄວຣັດທີ່ໄດ້ຮັບ.
ສັດປີກທີ່ເປັນພະຍາດສະແດງອາການອອກດັ່ງນີ້ ມີອາການຫງົາຊືມມີບັນຫາທາງ ລະບົບຫາຍໃຈ ເຫຍື້ອເມືອກຕາ ຜົ້ງດັງອັກເສບ ຫົວເຢັນບວມໄຄ່ ຖ່າຍເປັນນ້ຳ (ຖອກທ້ອງ) ແລະ ມີບັນຫາທາງລະບົບປະສາດ, ຮ່ອງຮອຍຂອງພະຍາດພົບເຫັນ ອັກເສບຢູ່ຕາມບໍລິເວນຜົ້ງດັງ ແລະ ຜົ້ງຕາ ປອດບວມແລະຫລອດລົມອັກເສບ ແລະຖົງລົມອັກເສບ. ສ່ວນອາການອື່ນໆທີ່ພົບເຫັນໃນອະໄວຍະວະພາຍໃນຕ່າງໆ ນັ້ນແມ່ນອາດເກີດຈາກການຕິດແປດຂອງພະຍາດແຊກຊ້ອນເຊັ່ນ:ເຊື້ອບັກເຕເຣັຍ ເຊື້ອລາແລະອື່ນໆ…
ພວກເຮົາອາດບົ່ງມະຕິພະຍາດນີ້ໄດ້ ດ້ວຍການສົ່ງສິ້ນສ່ວນໄປກວດສອບຢູ່ຫ້ອງ ວິໄຈເທົ່ານັ້ນ, ສຳລັບສັດປີກທີ່ຕິດພະຍາດນີ້ບໍ່ສາມາດປິ່ນປົວໄດ້,ໃນຄອກຫລືຟ້າມ ທີ່ກວດພົບເຊືອພະຍາດຕ້ອງໄດ້ທຳລາຍຖິ້ມທັງຫມົດ ເພື່ອປ້ອງກັນພະຍາດດັ່ງກ່າວ ຕ້ອງເອົາໃຈໃສ່ປະຕິບັດຫລັກການອະນາໄມຢ່າງເຂັ້ມງວດທຳການຂ້າເຊົ້າພະຍາດ ແລະຂ້າແມງໄມ້ພາຍໃນຄອກແລະບໍລິເວນອ້ອມຮອບຢ່າງເປັນປະຈຳ.
ມາດຕະການເຝົ້າລະວັງ ຄວບຄຸມພະຍາດສັດປີກໃນບ່ອນທີ່ກວດພົບເຊືອພະຍາດ ໄຂ້ຫວັດສັດປີກໃຫ້ປະຕິບັດດັ່ງລຸ່ມນີ້:ຂ້າຫລືທຳລາຍສັດປີກທັງຫມົດຢູ່ໃນຄອກຫລື ຟາມທີ່ກວດພົບເຊືອພະຍາດດັ່ງກ່າວ, ໃນວົງລັດສະຫມີ 3 ກິໂລແມັດຫ່າງຈາກ ຟາມທີ່ກວດພົບເຊື້ອພະຍາດໃຫ້ກຳນົດເປັນເຂດໂລກລະບາດ(ເຂດສີແດງ),ຫ້າມ ເຄື່ອນຍ້າຍສັດປີກແລະຜະລິດຕະພັນສັດປີກທຸກຊະນິດເຂົ້າ-ອອກໃນເຂດດັ່ງກ່າວ ຢ່າງເຂັ້ມງວດ, ຫ້າມແລກປ່ຽນຊື້ຂາຍສັດປີກ ຜະລິດຕະພັນສັດປີກເຊັ່ນ ໄຂ່ ຊິ້ນ ສົດຊິ້ນແຂ່ງຂາຫລືປຸງ ແຕ່ງແລ້ວໃນເຂດທີ່ກຳນົດເປັນໂລກລະບາດໂດຍເດັດຂາດ ຈົນກວ່າຈະມີການປະກາດລົບລ້າງຢ່າງເປັນທາງການ
|