ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-18 14:30:37    
ຫໍ​ສະ​ໝຸດ​ເຄື່ອນ​ທີ່​ຂອງ​ໄທ(ສຽງ)

cri Author: da


ຫໍສະໝຸດ​ແມ່ນ​ບ່ອນ​ເຕົ້າ​ໂຮມ​ແລະ​ສົ່ງ​ຂໍ້​ມູນ​ຂ່າວສານ​ຄວາມ​ຮູ້,ຖ້າ​ນຳ​ໃຊ້​ຊັບພະຍາກອນ​ຂອງ​ຫໍສະໝຸດ​ຢ່າງ​ເຕັມທີ່,ຈະ​ນຳ​ເອົາ​ຜົນ​ປະ​ໂຫຍ​ດຫຼວງ​ຫຼາຍມາ​ໃຫ້​ແກ່​ການ​ຮ່ຳຮຽນ ວຽກ​ງານ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ຕົນ.​ໃນ​ລາຍການ​​ເຂົ້າສູ່​ອາ​ຊຽນພາກ​ນີ້,​ເຊີນ​ທ່ານຟັງ​ບົດ​ສະ​ເໜີ​ຫໍສະໝຸດ​ເຄື່ອນ​​ທີ່​ຂອງ​ໄທ.

ຄົນ​ໄທ​ຫຼາຍ​ຄົນ​ມີ​ລາຍ​ໄດ້​ຕ່ຳ,ສ່ວນ​ຫໍສະໝຸດ​ທີ່​ໃຊ້​ຟີ​ຊ້ຳພັດໄກ​​ໂພດ,ພວກ​ເຂົາ​ເຈົ້າຈຳ​​ເປັນ​ຕ້ອງ​ໃຊ້​ຄ່າ​​​ເດີນທາງຫຼາຍ ຈຶ່ງ​ໄປ​ຮອດ​ຫໍສະໝຸດ. ນອກ​ນີ້,​ເຖິງ​ວ່າ​ຫໍສະໝຸດ​ໄດ້​ສະໜອງ​ຄວາມ​ຮູ້​ແລະ​ການ​ບໍລິການ​ຟີ​ໃຫ້​ແກ່​ຄົນ​ທີ່​ມີ​ລະດັບ​ຕ່າງ​ກັນ ​ເພດ​ຕ່າງ​ກັນ​ແລະ​ອາຍຸ​ຕ່າງ​ກັນ​ກໍ​ຕາມ,​ແຕ່​ຫຼາຍໆ​ຄົນ​ຂາດຄວາມ​ຮູ້​ຕໍ່​ຫໍສະໝຸດ,​ໃຊ້​ຫໍສະໝຸດ​ບໍ່​ເປັນ. ສະນັ້ນ,ຫໍສະໝຸດ​ເຄື່ອນ​ທີ່​ກໍ​ໄດ້​ກຳ​ເນີ​ດຂຶ້ນ.

​ໃນ​ຫໍສະໝຸດ​ເຄື່ອນ​ທີ່​ຂອງ​ໄທ,ນອກຈາກ​ມີ​ຊັບພະຍາກອນ​ຕ່າງໆ​ເຊັ່ນ ​ສິ່ງພິມ​ຄື ປຶ້ມໜັງສື​ແລະ​ວາລະສານ​ເປັນຕົ້ນ ​ແລະ​​ເຄື່ອງ​ສຽງ​ແລະ​​ເຄື່ອງພາບ​ຊະນິດ​ຕ່າງ​ໆແລ້ວ, ພະນັກ​ງານຫໍສະໝຸດຍັງ​ໄດ້​ສະໜອງ​ການ​ບໍລິການ​​ເປັນ​ທີ່​ປຶກສາ​ຕອນ​ຄຳ​ຖາມ. ຫໍສະໝຸດ​ເຄື່ອນ​ທີ່ສາມາດ​ໄປຮອດ​ໂຮງຮຽນ ​ໂຮງງານ ​ໂຮງໝໍ ​​ໂຮງ​ແຮມ ວັດ ສະຖານີ​ລົດ​ໄຟ​ແລະ​ຊົນນະບົດ​ເປັນຕົ້ນ. ອີງ​ຕາມ​ຈຸດ​ພິ​ເສດຂອງທ້ອງ​ຖິ່ນ​ຕ່າງໆ,ປະ​ເພດ​ຫໍສະໝຸດ​ເຄື່ອນ​ທີ່​ກໍ​ມີ​ຫຼາຍ​ຢ່າງ​ຫຼາຍ​ແນວ.

ຫໍສະໝຸດ​ເຄື່ອນ​ທີ່ພັດສະດຸ​ໄປສະນີ​ແມ່ນ​ຫໍ​ຫະໝຸດທີ່​ນິຍົມ​ກັນ​ຢູ່​ໄທ​ໃນ​ປະຈຸ​ບັນ,ຫໍສະໝຸດ​ຊະນິດ​ນີ້ ​ເໝາະ​ຢູ່​ບ່ອນ​ທີ່​ລົດຍົນ​​ເຂົ້າບໍ່​ໄດ້. ອັນ​ທີ່​ວ່າຫໍສະໝຸດ​ເຄື່ອນ​ທີ່ ກໍ່​ແມ່ນຫຸ້ມ​ຫໍ່​ປຶ້ມ 10 ຫາ 25 ​ເຫຼັ້ມ​ເປັນຫໍ່​ໜຶ່ງ,​ແລ້ວ​ສົ່ງ​ໄປ​ບ້ານຢູ່​ຊົນນະບົດ​,​ແຕ່​ລະ​ບ້ານ 10 ຫໍ່. ບ້ານ​ເຫຼົ່າ​ນີ້​ຕ້ອງ​ຮັບຜິ​ດຊອບ​ສົ່ງໄປ​ເຂດອ້ອມ​ຂ້າງ,​ໃຫ້​ທຸກ​ຄົນ​ມີ​ໂອກາດ​​ໄດ້ອ່ານ​ປື້​ມໜັງສື.

ຢູ່​ບາງກອກ ນະຄອນຫຼວງ​ຂອງ​ໄທ,ນອກຈາກຫໍສະໝຸດ​ໃຫຍ່​​ແບ່ງ​ອອກ​​ເປັນ 16 ສາຂາ ບໍລິການ​ປວງ​ຊົນ​ແລ້ວ,ຍັງ​​ໃຊ້​ລົດຍົນ​ບັນທຸກ​ປື້​ມໜັງສື​ບໍລິການ​ຄຸ້ມ​ເຮືອນ​ຢູ່​ສ່ວນ​ໜຶ່ງທີ່​ເງື່ອນ​ໄຂ​ອ່າວຂີ້ຮ້າຍ.ລົດ​ບາສທີ່​ຕິດ​ແອ 7 ຄັນ​ໄດ້​ເປັນ​ຫໍສະໝຸດ​ເຄື່ອນ​ທີ່,​ແຕ່​ລະອາ​ທິດ 5 ມື້,​ໄປບໍລິການ​ແຕ່ 9 ​​ໂມງ​ເຊົ້າຮອດ 5 ​​ໂມງ​ແລງຢູ່ 35 ​ແຫ່ງ. ຢູ່​ໃນ​ລົດ​ມີ​ປື້​ມ ວາລະສານ ໜັງສືພິມ​ແລະ​ວິດີ​ໂອ​ເປັນຕົ້ນ,ລວມທັງ​ໝົດ 3 ພັນ​ກວ່າ​​ເຄື່ອງ.​ໃນ​ນັ້ນ ສິ່ງ​ທີ່​ຖືກ​ຢືມ​​ໄປ​ອ່ານຫຼາຍ​ກວ່າ​ນັ້ນ ແມ່ນ​ປຶ້ມອ່ານ​ສຳລັບ​ຊາວ​ໜຸ່ມ ຄອມພິວ​ເຕີ ​ເອ​ເລັກ​ໂຕຼນິກ ປື້​ມຮຽນ​​ແຕ່ງອາຫານ​ແລະ​​ເຄື່ອງມື. ນອກຈາກ​​ໃຫ້ຢືມ​ອ່ານແລ້ວ,ຫໍສະໝຸດ​ລົດຍົນ​ຍັງ​ຈັດການ​ເຄື່ອນ​ໄຫວ​ໂຄສະນາ​​ເຊັ່ນ: ​ເລົ່າ​ນິທານ ຫຼິ້ນ​ເກ​ມ ສອບ​ເສັງ​ແລະ​ສະ​ແດງລາຍການ​ເປັນຕົ້ນ.ບາງທີ ຫໍສະໝຸດ​ລົດຍົນ​ຍັງ​ຮ່ວມ​ກັບ​ຮ້ານ​ຂາຍ​ປື້​ມ ກອງປີ່​ນປົວ​ເຄື່ອນ​ທີ່ ພາກສ່ວນ​ອົງການ​ປົກຄອງ​ຢູ່​ເຂດ​ຄຸ້ມ​ເຮືອນ​ຢູ່ທ້ອງ​ຖິ່ນ​ ຮ່ວມກັນ​ຈັດການ​ເຄື່ອນ​ໄຫວ. ການ​ສຳ​ຫຼວດສະ​ແດງ​ໃຫ້​ເຫັນ​ວ່າ,ຫໍສະໝຸດ​ລົດຍົນມີ​ຜູ້​ອ່ານ​ເຕັມ​ລົດ​ເລື້ອຍໆ.

ຢູ່​ເທິງ​ແມ່ນ້ຳ​ເຈົ້າພະຍາ,ຫໍສະໝຸດ​ເຄື່ອນ​ທີ່​ໄດ້​ກາຍ​ເປັນ"ຫໍສະໝຸດ​​ກ່ຳ​ປັ່ນ​ແມ່ນ"ດັດ​ແປງກ່ຳ​ປັ່ນ​ລົບ,ສາມາດ​ບັນຈຸ​ຜູ້​ອ່ານ 30 ກວ່າ​ຄົນ,ຈະ​ໄດ້​ຢືມ​ປື້​ມອ່ານ ​​ເຄື່ອງ​ສຽງ​ແລະ​ເຄື່ອງ​ພາບ ​ເຄື່ອງ​ຫຼິ້ນ​ແລະ​ເຄື່ອງ​ຫຼິ້ນ​ເກ​ມ​ເປັນຕົ້ນ. "ຫໍສະໝຸດ​​ກ່ຳ​ປັ່ນ​"ຕົ້ນຕໍ​ແມ່ນ​ບໍລິການ​ປະຊາຊົນ​ຢູ່​ເທິງ​​ແມ່ນ້ຳ. ​ເມື່ອ​ໄປ​ຮອດ​ສະຖານ​ທີ່​ບໍລິການທຸກ​ເທື່ອ,ພະນັກງານ​ກໍ​ເອົາ​ແກສຽງ​ສູງ​ແຈ້ງ​ໃຫ້​ຜູ້​ອ່ານ​ຊາບ, "ຫໍສະໝຸດ​​ກ່ຳ​ປັ່ນ"ຍັງ​ເຊີນ​ຜູ້​ອາສາ​ສະ​ໝັກສ່ວນ​ໜຶ່ງ,​ເອົາ​ປື້​ມ​ໃຫ້​ຜູ້ມາ​ຢືມ​ດ້ວຍ​ຕົນ​ເອງບໍ່​ໄດ້. ນອກຈາກ​​ໃຫ້ຢືມ​ປື້​ມອ່ານ​ແລ້ວ, "ຫໍສະໝຸດ​​ກ່ຳ​ປັ່ນ"ຍັງ​ຈັດງານ​ວາງສະ​ແດງ​ກ່ຽວ​ກັບ​ປ້ອງ​ກັນ​​ເສບຢາ​ເສບ​ຕິດ ປົວ​ແປງ​ສະພາບແວດ​ລ້ອມເຮັດວຽກ​ ​ໂດຍ​ສະ​ເພາະ​ແມ່ນງານ​ວາງສະ​ແດງປ້ອງ​ກັນແມ່ນ້ຳຖືກ​ເຊື່ອມ​ພິດ,​ໄດ້​ຮັບ​ໝາກຜົນ​ດີ​ຫຼາຍ.

​ຍ້ອນ​ເສດຖະກິດ​ຝືດ​ເຄື່ອງ,ຢູ່ຕົວ​ເມືອງ​ສ່ວນ​ໜຶ່ງ​ຂອງ​ໄທ ສ້າງ​ຫໍສະໝຸດ​ໃຫຍ່​ຍາກ​ຫຼາຍ,ຢູ່ບາງຄຸ້ມ​​ເຮືອນ​ຢູ່​ບໍ່​ມີ​ຫ້ອງ​ໃຫຍ່,ຈຶ່ງ​ສ້າງ​ຫ້ອງ​ໄມ້​ນ້ອຍ​ໆຢູ່ຕາມ​ຖະໜົນ​ຫົນທາງ,ບໍລິການຜູ້​ມາ​ຢືມ​ອ່ານ. ຫໍສະ​ໝຸດນ້ອຍໆ​ທີ່​ແທ້​ແມ່ນ​ຫ້ອງ​ອ່ານ,​ເປີດ​ບໍລິການແຕ່ 5 ​ໂມງ​ເຊົ້າຮອດ 9 ​ໂມງ​​ແລງ​ທຸກ​ມື້,ຕົ້ນຕໍ​ແມ່ນປື້​ມອ່ານ​ລະດັບ​ຕ່ຳ. ຍ້ອນວ່າ​ຫໍສະໝຸດ​ນ້ອຍໆໃກ້ຊິດ​ກັບ​ຜູ້​ອ່ານ,​ຈຶ່ງໄດ້​ຮັບ​ຄວາ​ມຊົມ​ເຊີຍ​ຈາກປະຊາຊົນ​ຢູ່​ຄຸ້ມ​ເຮືອນ​ຢູ່.ບາງ​ຄົນ​ມັກຍາດເວລາ​ລໍຖ້າ​ຂີ່​ລົດ​ຫຼື​ຖ້າ​ໝູ່​ເລືອກ​ອ່ານໜັງສື.

ນອກຈາກ​ຫໍສະໝຸດ​ເຄື່ອນ​ທີ່​ດັ່ງກ່າວ​ແລ້ວ,​ໃນ​ເດືອນ​ຕຸລາ​ປີ 1998,ສາຂາ​ກົມ​ຕຳຫຼວດ​ທາງ​ລົດ​ໄຟຫຼວງ​ຂອງ​ໄທນຳ​ໃຊ້​ຕູ້​ລົດ​ໄຟ​ເກົ່າ,ສ້າງ​ເປັນ​ຫໍສະໝຸດ​ບໍລິການເດັກນ້ອຍ​​ທີ່​ບໍ່​ມີ​ເຮືອນ​ພັກ.ຕູ້​ລົດ​ຕັ້ງຢູ່​ໃຕ້​ເງົາ​ຕົ້ນ​ຫົ່ມ​ກົກໄມ້,ນອກ​ຕູ້​ໄດ້​ທາ​ສີ​ແລະຮູບ​ທີ່​ເດັກນ້ອຍ​ມັກ,ສະໜອງ​ປື້​ມ ​ເຄື່ອງ​ຫຼິ້ນ​ແລະປຶ້ມ​ອ່ານອື່ນໆ.ຜູ້​ຈັດ​ຫວັງ​ຫຼຸດ​ອັດຕາ​ຕ້ອງ​ໂທດ​ຂອງ​ເດັກນ້ອຍ​ທີ່​ບໍ່​ມີ​ທີ່​ເພິ່ງ​ພາ​ອາ​​ໃສ​ໃຫ້​ໜ້ອຍ​ລົງ​ດ້ວຍ​ການ​ກະທຳ​ດັ່ງກ່າວ.