ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-19 17:26:30    
ທ່ານ​ບຸ​ສຈະ​ເດີນທາງ​ມາ​ຮອດ​ປັກ​ກິ່ງມື້ນີ້ ເພື່ອຢ້ຽມຢາມ​ຈີນ

cri Author: da
ຕາມ​ຂ່າວCRI: ​ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ,ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ຈະ​ເດີນທາງ​ມາ​ຮອດ​ປັກ​ກິ່ງ​ໃນ​ຕອນ​ຄ່ຳ​ວັນ​ທີ 19 ພະຈິກ,​ ເພື່ອຢ້ຽມຢາມ​ຈີນ.

ນີ້​ແມ່ນ​ທ່ານ​ບຸ​ສມາຢ້ຽມຢາມ​ຈີນ​ເທື່ອ​ທີ​ສາມ​ພາຍຫຼັງ​ທ່ານ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ​ອາ​ເມ​ລິ​ກາ​ເປັນຕົ້ນມາ.ຕາມ​ໄດ້​ຊາບ,ການເຄື່ອນໄຫວໃນການ​ຢ້ຽມຢາມ​ຂອງ​ທ່ານ​ບຸ​ສ​ເທື່ອ​ນີ້ ສ່ວນ​ຫຼາຍຈັດວາງໃນ​ວັນ​ທີ 20 ພະຈິກ,​ໃນ​​ໄລຍະ​ນີ້ ທ່ານ​ປະທານ​ຫູ​ຈິນທາວ​ຈະ​ ​ເຈລະຈາ​ກັບ​ທ່ານ,ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນຈະພົບ​ປະ​ກັບ​ທ່ານ,ຜູ້ນຳ​ຈີນ​ແລະ​ອາ​ເມ​ລິ​ກາ​ຈະ​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ກວ້າງ​ຂວາງເລິກ​ເຊິ່ງກ່ຽວ​ກັບ​ບັນຫາຕ່າງໆ.

ກ່ອນ​ຈະ​ອອກ​ເດີນທາງ​ມາ​ຢ້ຽມຢາມ ທ່ານ​ບຸ​ສ​ໄດ້​ໃຫ້ສຳພາດ​ຕໍ່​ນັກ​ຂ່າວ​ຢູ່​ວໍ​ຊິງ​ຕັນ​ວ່າ,ອາ​ເມ​ລິ​ກາ​ກັບ​ຈີນ​ມີ​ການ​ຮ່ວມ​ມື​ເປັນ​ຢ່າງ​ດີ,​ຕໍ່ໄປພາຍໜ້າ ສອງ​ຝ່າຍ​ສາມາດ​ຮ່ວມ​ມື​ກັນ​ໃນ​ດ້ານ​ການ​ຊຸກຍູ້​ການ​ເຈລະຈາ​ການ​ຄ້າ​ຫຼາຍ​ຝ່າຍ​ທົ່ວ​ໂລກ​ຮອບ​ໂດ​ຮາ ປ້ອງ​ກັນ​​ແລະ​ຄວບ​ຄຸມພະຍາດ​ໄຂ້ຫວັດ​ສັດ​ປີກ ຕ້ານ​ລັດທິ​ກໍ່​ການ​ຮ້າຍ ​ແລະ​ນຳ​ໃຊ້​ພະລັງງານ​ຢ່າງ​ບັງ​ເກີດ​ຜົນ​ເປັນຕົ້ນ.