ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-19 21:43:16    
ແຂວງ​ຢຸນນານ​ຈະ​ຕັ້ງສູນ​ອົບຮົມ​ພາສາ​ຈີນ​ຢູ່​ລາວ

cri Author: da
ຕາມ​ຂ່າວສາ​ນຊິນ​ຮວາ: ກອງ​ປະຊຸມ​ຄັ້ງທີ 2 ຂອງ​ໜ່ວຍ​ງານ​ຮ່ວມ​ມື​ຢຸນນານ​ຈີນ​ກັບ​ພາກ​ເໜືອ​ຂອງ​ລາວ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຄຸນ​ມິ​ງ​ໃນຫວ່າງ​ມໍ່ໆ​ນີ້​ໄດ້​ເຜີຍ​ໃຫ້​ຮູ້ວ່າ,​ຝ່າຍ​ທີ່​ກ່ຽວຂ້ອງ​ຂອງແຂວງ​ຢຸນນານ​ແລະ​ລາວຈະ​ຮ່ວມ​ມື​ກັນ​ຕັ້ງສູນ​ອົບຮົມ​ພາສາ​ຈີນ​ຢູ່​ລາວ.

ຕາ​ມ​ໄດ້​ຊາບ,ພາຍຫຼັງ​ໄດ້​ຮັບ​ການ​ສະໜັບສະໜູນ​ຂອງ​ລັດຖະບານ​ສູນ​ກາງ​ຈີນ​ແລ້ວ,​ແຂວງຢຸນນານ​ຈະ​ຮ່ວມ​ມື​ກັບຝ່າຍ​ລາວ​ຕັ້ງສູນ​ອົບຮົມ​ພາສາ​ຈີນ. ​ແຂວງ​ຢຸນນານ​ຍິນ​ດີ​ຊ່ອຍ​ເຫຼືອ​ຝ່າຍ​ລາວ​ອົບຮົມຄູ​ສອນສາ​ພາ​ຈີນ​ແລະ​​ຮຽບຮຽງແບບຮຽນ​ພາສາ​ຈີນ.ລາວ​ກໍ​ຈະ​ອີງ​ຕາມ​ຄວາມ​ສາມາດ​ຕົວ​ຈິງ​ຂອງ​ຕົນ,ຊ່ອຍ​ເຫຼືອ​ມະຫາວິທະຍາ​ໄລ​ຊົນ​ເຜົ່າ​ແຂວງ​ຢຸນນານ​ດຳ​ເນີນ​ການ​ສິດສອນ​ພາສາ​ລາວ. ​ແຂວງ​ຢຸນນານ​ຊົມ​ເຊີຍນັກ​ສຶກສາລາ​ວມາ​ຮຽນຢູ່​ຈີນ,​ແລະ​ຈະ​ສະໜອງ​ທຶນ​ລາງວັນ​ສຶກສາ​ໃຫ້​ນັກ​ສຶກສາລາ​ວ​ຜູ້ດີ​ເລີດ​ສ່ວນໜຶ່ງ. ລາວ​ກໍ​ຊົມ​ເຊີຍ​ນັກ​ສຶກສາ​ຢຸນນານ​ໄປ​ຮຽນ​ຢູ່​ລາວ.

​ ປີ​ກາຍ​ນີ້ ໜ່ວຍ​ງານຮ່ວມ​ມື​ຂອງ​ແຂວງ​ຢຸນນານ​ຈີນ​ກັບ​ພາກ​ເໜືອ​ລາວທີ່​ໄດ້​ຮັບການສະໜັບສະໜູນ​ຈາກ​ລັດຖະບານ​ຈີນ​ແລະລັດຖະບານ​ລາວນັ້ນ ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງທຳ​ອິດ​,ຕໍ່​​ໄປ​ພາຍ​ໜ້າ ສອງ​ປີ​ໃດຈະຈັດ​ກອງ​ປະຊຸມ​ໜ່ວຍ​ງານ​​ເທື່ອ​ໜຶ່ງ,​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ແລະ​ແລກປ່ຽນ​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ແຂວງ​ຢຸນນານ​ກັບ 9 ​ແຂວງ​​ເຂດພາກ​ເໜືອ​ຂອງ​ລາວ,ຊຸກຍູ້​ໃຫ້​ພ້ອມ​ກັນຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ພັດທະນາ.