ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-20 21:03:09    
ສື່​ມວນ​ຊົນ​ຈີນ​ແລະ​ຕ່າງ​ປະ​ເທດ​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງ​ຕໍ່​ທ່ານ​ບຸສ​ຢ້ຽມ​ຢາມ​ຈີນ

cri Author: da
ຕາມ​ຂ່າ​ວສານຊິນ​ຮວາ:​ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ທ່ານ​ຫູ​ຈິນທາວ​ປະທານ​ປະ​ເທດ​ຈີນ,ທ່ານ​ບຸ​ສປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ເດີນທາງ​ມາ​ຮອດ​ປັກ​ກິ່ງ​ໃນ​ຕອນຄ່ຳ​ວັນ​ທີ 19 ພະຈິກ​ແລ້ວ,​ເລີ່​ມຢ້ຽມຢາມ​ຈີນ​. ສື່​ມວນ​ຊົນ​ຈີນ​ແລະ​ຕ່າງປະ​ເທດ​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງ​ຕໍ່​ທ່າ​ນບຸ​ສຢ້ຽມຢາມ​ຈີນ.

ໜັງສືພິມ​ເວີນ​ຮຸ້ຍປ້າວ​ຂອງ​ຮົງ​ກົງ​ເຫັນ​ວ່າ,ພາຍຫຼັງ​ທ່ານ​ບຸ​ສຢ້ຽມຢາມ​ຈີນ​ແລ້ວ,ນະ​ໂຍບາຍ​ຕໍ່​ຈີນ​ຂອງ​ອາ​ເມ​ລິ​ກາ​ຈະ​ເຂົ້າສູ່​ໄລຍະ​ສັບ​ຊ້ອນ,ຕໍ່​ໄປ​ພາຍ​ໜ້າ ອາ​ເມ​ລິ​ກາ​ຍິ່ງຈະ​​ກ່າວ​ເນັ້ນບົດບາດ​ອັນຕັ້ງໜ້າ​ຂອງ​ຈີນແລະຄວາມ​ອາດ​ເປັນ​ໄປ​ໄດ້​ໃນ​ການຮ່ວມ​ມື​ກັບ​ຈີນ.

​ເວ​ບ​ໄຊ​ຂອງ​ໜັງສືພິມ​ເວທີ​ປາ​ໄສ​ຊີ​ກາ​ໂກ​ອາ​ເມ​ລິ​ກາ​ໄດ້​ພິມ​ບົດ​ຄວາມ​ກ່າວ​ວ່າ,ຖານະ​ຍຸດ​ທະ​ສາດ​ຂອງຈີນ​ແລະ​ອາ​ເມ​ລິ​ກາ​ແມ່ນ​ສະ​ເໝີ​ພາບ​ກວ່າ​ຍາມ​ໃດ​ໝົດ​ແຕ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຫັນ​ເປັນ​ປົກກະຕິ​​ມານີ້.

ວັນ​ທີ 20 ພະຈິກ ສື່​ມວນ​ຊົນສຳຄັນຂອງ​ຈີນ​ໄດ້​ພິມ​ຂ່າວກ່ຽວ​ກັບທ່ານ​ບຸ​ສ​ເດີນທາງ​ມາ​ຮອດ​ປັກ​ກິ່ງ​ລົງ​ໃສ່​ໜ້າ​ໜັງສືພິ​ມທີ່ສຳຄັນ,ບາງ​ສື່​ມວນ​ຊົນ​ຍັງ​ພິມບົດ​ນຳ.ນອກ​ນີ້ ​ຫຼາຍເວ​ບ​ໄຊ​ຂອງ​ຈີນ​ກໍ​​ຈັດ​ຫົວ​ຂໍ້​ສະ​ເພາະ,​ແຈ້ງ​ຂ່າວ​ທ່ານ​ບຸ​ສຢ້ຽມຢາມ​ຈີນ​.